ປາຖະກະຖາວັນຄ້າຍວັນເກີດ ຂອງປະທານ ສຸພານຸວົງ ຄົບຮອບ 113 ປີ

    ໃນວັນທີ 7 ກໍລະກົດ 2022 ກອງພົນທີ 2 ຈັດຕັ້ງພິທີປາຖະກະຖາວັນຄ້າຍວັນເກີດທ່ານປະທານ ສຸພານຸວົງ ຄົບຮອບ 113 ປີ (13 ກໍລະກົດ 1909–13 ກໍລະກົດ 2022) ຂຶ້ນຢູ່ສະໂມສອນຂອງກອງພົນ ໂດຍການເປັນປະທານຂອງສະຫາຍພັນເອກ ວົງເພັດ ເພັງພານິດ ຫົວໜ້າຫ້ອງການເມືອງກອງພົນທີ 2 ມີບັນດາສະຫາຍພະແນກການ ພະນັກງານ ນັກຮົບ ຢູ່ 5 ອົງການ ແລະ ກອງຮ້ອຍປ້ອງກັນທີ່ຕັ້ງເຂົ້າຮ່ວມ.

    ໃນພິທີ ສະຫາຍພັນເອກ ວົງເພັດ ເພັງພານິດ ໄດ້ຍົກໃຫ້ເຫັນເຖິງຊີວິດການເຄື່ອນໄຫວເຮັດການປະຕິວັດໃນໄລຍະການຕໍ່ສູ້ກູ້ຊາດ ຜົນງານຄຸນງາມຄວາມດີ ແລະ ຄຸນສົມບັດສິນທໍາປະຕິວັດປະທານ ສຸພານຸວົງ ທີ່ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ ຕໍ່ອຸດົມການປະຕິວັດຢ່າງສູງສົງ ແມ່ນປັນຍາຊົນຜູ້ຍິ່ງໃຫຍ່ ທ່ານໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງ ກາຍເປັນນັກປະຕິວັດທີ່ກ້າແກ່ນ ເປັນໜຶ່ງໃນບັນດາຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ເດີນຕາມເສັ້ນທາງຂອງພັກ ຄວາມສາມາດ ຄຸນນະທໍາ ແລະ ອິດທິພົນຂອງທ່ານໄດ້ກາຍເປັນສິ່ງກະຕຸກຊຸກຍູ້ປຸກລະດົມດຶງດູດປະຊາຊົນເຜົ່າຕ່າງໆ ຊັ້ນຄົນຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ ປະກອບສ່ວນສ້າງກ້ອນກໍາລັງຄວາມສາມັກຄີເປັນອັນໜຶ່ງອັນດຽວກັນໃນແນວໂຮມເອກະພາບແຫ່ງຊາດ ເຊິ່ງໄດ້ກາຍເປັນໜຶ່ງໃນບັນດາປັດໄຈອັນສໍາຄັນ ທີ່ຮັບປະກັນໄຊຊະນະຂອງການປະຕິວັດປະເທດເຮົາໃນແຕ່ລະໄລຍະ ປະທານ ສຸພານຸວົງ ເປັນນັກການເມືອງທີ່ເກ່ງກ້າ ສະຫຼາດສະຫຼຽວ ມີໄຫວພິບໃນການວາງຍຸດໂທບາຍດ້ານການຕໍ່ສູ້ການເມືອງ ແລະ ການຕ່າງປະເທດ ຢູ່ໃນແຕ່ລະໄລຍະຂອງສະພາບການ ໄດ້ມີການສົມທົບຢ່າງຄ່ອງແຄ່ວລະຫວ່າງການຕໍ່ສູ້ດ້ານກົດໝາຍ ດ້ານການເມືອງ ດ້ານລັດຖະສະພາ ຊື່ສຽງຮຽງນາມຂອງທ່ານປະທານ ສຸພານຸວົງ ໃນຖານະທີ່ເປັນນັກການເມືອງລະດັບສາກົນທີ່ດີເດັ່ນ ຜູ້ເຊິ່ງໄດ້ປະກອບສ່ວນອັນປະເສີດເຂົ້າໃນການປັບປຸງສັນຕິພາບໂລກ ເຂົ້າໃນການເປີດກວ້າງການຮ່ວມມືລະຫວ່າງບັນດາປະເທດ ແລະ ປະຊາຊາດຢູ່ໃນໂລກ ປະທານ ສຸພານຸວົງ ບໍ່ພຽງແຕ່ເປັນຜູ້ນໍາທີ່ປະເສີດຂອງປະເທດຊາດ ຂອງປະຊາຊົນລາວບັນດາເຜົ່າ ເປັນແວ່ນແຍ່ງອັນເຫຼື້ອມໃສໃຫ້ແກ່ທຸກໆຄົນໃນຄອບຄົວອີກດ້ວຍ ເປັນຕົ້ນແມ່ນເປັນແບບຢ່າງໃນການດໍາລົງຊີວິດທີ່ປອດໃສຂາວສະອາດ ງ່າຍດາຍ ມັກຄົ້ນຄວ້າຮໍ່າຮຽນຫາຄວາມກ້າວໜ້າ ມັກອອກແຮງງານທັງຕີນມື ແລະ ມັນສະໝອງ “ເວົ້າແທ້ທໍາຈິງ” ມີຄວາມເອື້ອອາລີ ເອົາໃຈໃສ່ໃນຄວາມສາມັກຄີຮັກແພງຄອບຄົວຢ່າງດູດດຶມ ຈິງໃຈຊື່ສັດຕະຫຼອດມາ ແລະ ຍາມໃດກໍບົ່ມເພາະກໍ່ສ້າງຄອບຄົວຂອງທ່ານໃຫ້ກາຍເປັນຄອບຄົວປະຕິວັດ ເພື່ອຊາດເພື່ອປະຊາຊົນ ເພື່ອອຸດົມການປະຕິວັດສະເໝີມາ.

    ຕອນທ້າຍຂອງພິທີ ສະຫາຍພັນເອກ ວົງເພັດ ເພັງພານິດ ໄດ້ຍົກໃຫ້ເຫັນເຖິງຄຸນງາມຄວາມດີຂອງທ່ານປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວທັງຊາດ ຕໍ່ປະຊາຊົນລາວບັນດາເຜົ່າໃນພາລະກິດຕໍ່ສູ້ກູ້ຊາດອັນພິລະອາດຫານ ເພື່ອສືບຕໍ່ເຮັດໃຫ້ອຸດົມການ ແລະ ມູນມໍລະດົກອັນລໍ້າຄ່າຂອງປະທານ ສຸພານຸວົງ ທົ່ວພັກ ທົ່ວກໍາລັງປະກອບອາວຸດ ໂດຍສະເພາະພະນັກງານສືບທອດປ່ຽນແທນ ຈົ່ງພ້ອມກັນເພີ່ມທະວີຄວາມສາມັກຄີ ເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບຕໍ່ການໝູນໃຊ້ບົດຮຽນການນໍາພາ ຕັ້ງໜ້າສຶກສາຮໍ່າຮຽນ ເອົາແບບຢ່າງອັນດີງາມ ແລະ ຄຸນສົມບັດ ສິນທໍາປະຕິວັດ ແບບແຜນວິທີເຮັດວຽກ ແລະ ການດໍາລົງຊີວິດຂອງປະທານ ສຸພານຸວົງ ທັງເປັນແວ່ນແຍງອັນໃສແຈ້ງ ໃຫ້ແກ່ພະນັກງານນັກຮົບທຸກໆຄົນ.

error: Content is protected !!