ຄະນະຜູ້ແທນຫວຽດນາມ ເຂົ້າຢ້ຽມຄໍານັບທ່ານລັດຖະມົນຕີກະຊວງ ຜທ

    ທ່ານ ເຈິ່ນ ກວັກ ເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ ຮອງປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ພ້ອມຄະນະ ເຂົ້າຢ້ຽມຄໍານັບທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໃນວັນທີ 8 ກໍລະກົດ ຢູ່ກະຊວງ ຜທ ໂອກາດທີ່ຄະນະຜູ້ແທນຫວຽດນາມມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 5-8 ກໍລະກົດ 2022. 

    ທ່ານ ວຽງສະຫວັນ ວະໄລພອນ ຮອງປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ລາຍງານຜົນການກວດກາ ເພື່ອຕິດຕາມຊຸກຍູ້ບັນດາກິດຈະການໂຄງການໃນ 3 ວັນຜ່ານມາ ວ່າ:ໂຄງການເຊຂະໝານ 3 ໄດ້ດໍາເນີນການຜະລິດໄຟຟ້າ (22 ພຶດສະພາ 2022 ແລ່ນເຄື່ອງຈັກທີ 1 ແລະ ວັນທີ 27 ພຶດສະພາ 2022 ແລ່ນເຄື່ອງຈັກທີ 2) ເຊິ່ງໄດ້ສົ່ງກະແສໄຟຂາຍໄປຫວຽດນາມ 9,62 ລ້ານໂດລາສະຫະລັດ ເຊິ່ງບໍລິສັດ ສະເໜີລັດຖະບານລາວ ເພື່ອສົ່ງໄຟຟ້າຂາຍໄປຫວຽດນາມ 100% ພ້ອມນັ້ນ ກໍສະເໜີລັດຖະບານຫວຽດນາມ ພິຈາລະນາຮັບຊື້ໄຟຟ້າໃນລາຄາຂອບເພດານສູງສຸດ (6.95 Cent) ຕາມແຈ້ງການສະບັບເລກທີ 241/TTg.QHQT ຂອງລັດຖະບານຫວຽດນາມ ສ່ວນໂຄງການເຊຂະໝານ 1: ສະເໜີລັດຖະບານລາວ ປັບປຸງສັນຍາ CA ຂອງໂຄງການ ໂດຍອະນຸຍາດໃຫ້ເຊຂະໝານ 1 ຂາຍໄຟຟ້າ 100% ໄປຫວຽດນາມ

    ໂຄງການຂຸດຄົ້ນແຮ່ບົກຊິດ ຂອງບໍລິສັດຫວຽດເຟືອງ: ປັດຈຸບັນ ບໍລິສັດພວມດໍາເນີນການປຸກສ້າງສໍານັກງານຂອງຕົນຢູ່ເທສະບານເມືອງດາກຈຶງ ບໍລິສັດ ໄດ້ວ່າຈ້າງທີ່ປຶກສາຕ່າງປະເທດ (ອາເມຣິກາ  ແລະ ອົດສະຕຣາລີ) ໃນການອອກແບບສ້າງໂຮງງານໃຫ້ໄດ້ 1 ລ້ານໂຕນ/ປີ ຄາດຄະເນຈະສະເໜີລັດຖະບານລາວ ເພື່ອພິຈາລະນາຮັບຮອງແບບໃນທ້າຍເດືອນສິງຫານີ້ ແລະ ຈະເລີ່ມລົງມືກໍ່ສ້າງໂຮງງານໃນເດືອນຕຸລາ 2022 (ຕ້ອງການກໍາມະກອນມາຮັບໃຊ້ໃນໂຄງການ ຈໍານວນ 1.700 ຄົນ ແລະ ໄດ້ແຈ້ງອໍານາດການປົກຄອງທ້ອງຖິ່ນ ເພື່ອກະກຽມສະໜອງແຮງງານດັ່ງກ່າວ ບໍລິສັດ ຍິນດີສົ່ງຄືນເນື້ອທີ 1.044 ເຮັກຕາ ທີ່ບໍ່ເສດຖະກິດຄືນໃຫ້ແຂວງ ເພື່ອພັດທະນາໂຄງການລ້ຽງງົວນົມຂອງບໍລິສັດວິນສາມິວ ພ້ອມດຽວກັນນັ້ນ ກໍສະເໜີຂໍສໍາປະທານເນື້ອທີ່ຈໍານວນ 232 ເຮັກຕາ ທີ່ເປັນເຫວເລິກ ຢູ່ຕິດກັບເຂດສໍາປະເທດຂອງໂຄງການ ເພື່ອເປັນສະຖານທີ່ເກັບຫາງແຮ່ ເພື່ອທົດແທນເນື້ອທີ່ທີ່ສົ່ງຄືນແຂວງ ບໍລິສັດຍັງມີຄວາມເປັນກັງວົນຕໍ່ໂຄງການໄຟຟ້າພະລັງງານລົມ IEAD (ໄທ) ເຊິ່ງຜ່ານການສໍາຫຼວດເບື້ອງຕົ້ນ ມີເສົາກັງຫັນລົມ 9 ຕົ້ນ ໄປຕັ້ງຜ່ານໂຮງງານ ແລະ ສາຍແຮ່ໂຄງການຂອງບໍລິສັດຫວຽດເຟືອງ ບໍລິສັດ ສະເໜີໃຫ້ໄປສໍາຫຼວດຄືນໃໝ່ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ກໍາລັງການຜະລິດ 1 ລ້ານໂຕນ/ປີ ຖ້າບໍ່ດັ່ງນັ້ນ ບໍລິສັດ ຈະບໍ່ສາມາດດໍາເນີນການຜະລິດໄດ້ ແລະ ສົ່ງຄືນໂຄງການໃຫ້ລັດຖະບານ ເນື່ອງຈາກບໍ່ເປັນເສດຖະກິດ.

    ໂຄງການປູກຢາງພາລາ ຂອງບໍລິສັດຢາງພາລາດັກລັກ ແລະ ບໍລິສັດຢາງພາລາເຢົ່າຕຽງ: ສອງໂຄງການປູກຢາງພາລາດັ່ງກ່າວ ໄດ້ເນີນການຜະລິດເປັນປົກກະຕິ ບໍລິສັດມີຂໍ້ສະເໜີ: ຜ່ານມາມີຄວາມຫຍຸ້ງຍາກ-ເສຍເວລາໃນການຕໍ່ໃບອະນຸຍາດດໍາເນີນທຸລະກິປີລະເທື່ອ ສະເໜີໃຫ້ອອກໃບອະນຸຍາດ 3 ຫຼື 5 ປີຕໍ່ຄັ້ງ ສະເໜີສອງລັດຖະບານປຶກສາຫາລືກັບກໍາປູເຂຍ ໃນຂອບ CLV ເພື່ອສ້າງເງື່ອນໄຂສະດວກໃນການຂົນສົ່ງສິນຄ້າຜ່ານແດນ ສະເໜີລັດຖະບານລາວພິຈາລະນາຕື່ມ ໃນການສະໜອງເນື້ອທີ່ດິນໃຫ້ຄົບຕາມຈຳນວນທີ່ໄດ້ເຊັນສັນຍາກັບລັດຖະບານໃນເບື້ອງຕົ້ນ ປັດຈຸບັນ ເກີດມີປາກົດການເກັບຊື້ຢາງດິບເພື່ອສົ່ງອອກ ເຮັດໃຫ້ເປັນຊ່ອງວ່າງໃຫ້ແກ່ປະຊາຊົນ ແລະ ກໍາມະກອນລັກຢາງໄປຂາຍຊະຊາຍ ເພື່ອສະກັດກັ້ນບັນຫາດັ່ງກ່າວ ສະເໜີລັດຖະບານພິຈາລະນາບໍ່ໃຫ້ສົ່ງອອກ ແລະ ນໍາເຂົ້າຢາງດິບທີ່ບໍ່ຜ່ານການປຸງແຕ່ງ.

    ໂຄງການຂຸດຄົ້ນຫີນກາວຂອງບໍລິສັດ ໂກເອັກໂກ: ໃນວັນທີ 24 ກຸມພາ 2022 ຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອອກແຈ້ງການສະບັບເລກທີ 4718/ຫກ ເຊິ່ງສ້າງຜົນກະທົບຕໍ່ການຂົນສົ່ງແຮ່ທີ່ມີລັກສະນະສະເພາະ ຜ່ານມາ ບໍລິສັດກໍໄດ້ວ່າຈ້າງບໍລິສັດຂົນສົ່ງຂອງລາວ ແຕ່ຍັງບໍ່ສາມາດຕອບສະໜອງໃຫ້ແກ່ການຂົນສົ່ງແຮ່ຂອງໂຄງການ ດັ່ງນັ້ນ ຈຶ່ງສະເໜີໃຫ້ລັດຖະບານລາວພິຈາລະນາທົບທວນຄືນເພື່ອອະນຸຍາດໃຫ້ລົດຂົນສົ່ງຂອງຫວຽດນາມເຂົ້າມາຂົນສົ່ງແຮ່ໃນສັດສ່ວນທີ່ເໝາະສົມ ເພື່ອສາມາດສົ່ງອອກແຮ່ໃຫ້ໄດ້ເຕັມອັດຕາ.

    ໂຄງການຂຸດຄົ້ນ ແລະ ປຸງແຕ່ເກືອກາລີ ຢູ່ ແຂວງຄຳມ່ວນ: ຍັງບໍ່ມີຄວາມຄືບໜ້າ ເຖິງວ່າໃນວັນທີ 6 ພຶດສາພາ 2022 ໄດ້ມີ 6 ບໍລິສັດທີ່ມີຄວາມສົນໃຈຮ່ວມມືລົງທຶນກັບບໍລິສັດ VINACEM ໄດ້ມາເຮັດວຽກກັບບັນດາພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍລາວ ແລະ ລົງກວດກາພື້ນທີ່ຕົວຈິງຮ່ວມກັບ VINACEM ແຕ່ກໍຍັງບໍ່ສາມາດກໍານົດວ່າ ບໍລິສັດໃດແທ້ຈະມາຮ່ວມມືລົງທຶນ ສອງຄະນະກໍາມະການຮ່ວມມືໄດ້ສະເໜີບໍລິສັດຮີບຮ້ອນສ້າງແຜນໃນການປັບໂຄງສ້າງຮຸ້ນຄືນໃໝ່ ແລະ ກໍານົດເອົາບໍລິສັດຮ່ວມມືລົງທຶນ.

    ໂຄງການກໍ່ສ້າງໂຮງຮຽນມັດທະຍົມວິຊາຊີບຕົວແບບ: ມາເຖິງປັດຈຸບັັນ ໂຄງການສາມາດປະຕິບັດໜ້າວຽກທັງໝົດໄດ້ 55% ຄາດຄະເນໂຄງການດັ່ງກ່າວ ຈະສໍາເລັດຕາມແຜນໃນທ້າຍເດືອນພະຈິກ ແລະ ສາມາດມອບ-ຮັບ ໃນທ້າຍປີ 2022 ນີ້.

    ໂຄງການກໍ່ສ້າງຊົນລະປະທານໜອງບົກ: ໂຄງການໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 10 ພຶດສະພາ 2022 ຄາດຄະເນຈະສໍາເລັດໃນເດືອນກໍລະກົດ 2024 ມີຄວາມຫຍຸ້ງຍາກໃນການສະໜອງເນື້ອທີ່ດິນໃຫ້ແກ່ໂຄງການ ເນື່ອງຈາກປະຊາຊົນພວມດຳເນີນການຜະລິດກະສິກຳ ຄະນະໄດ້ສະເໜີອຳນາດການປົກຄອງແຂວງຄໍາມ່ວນ ລະດົມຂົນຂວາຍປະຊາຊົນ  ເພື່ອສະໜອງເນື້ອທີ່ດິນໃຫ້ແກ່ບໍລິສັດ ສາມາດດໍາເນີນການຈັດຕັ້ງປະຕິບັດໂຄງການໂດຍໄວ.

    ໂຄງການສາງຍຸດທະສາດແນວຫຼັງຜາກວນຈັນ: ຜ່ານການກວດກາ ທ່ານ ພົຕ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບ ແລະ ເຮັດວຽກກັບຄະນະ ໂດຍໄດ້ລາຍງານຄວາມເປັນມາຂອງໂຄງການ ເຊິ່ງໃນເບື້ອງຕົ້ນໄດ້ນໍາໃຊ້ນໍາໃຊ້ງົບປະມານຂອງລັດຖະບານລາວ ມາຮອດປັດຈຸບັນ ໂຄງການມີຄວາມຄືບໜ້າ 90% ໂດຍລັດຖະບານລາວ ໄດ້ວ່າຈ້າງ ບໍລິສັດ ລາຊາໂຊກ ຂອງກະຊວງປ້ອງກັນປະເທດລາວ ສົມທົບກັບ ບໍລິສັດ ຫຼູງໂລ ຂອງກະຊວງປ້ອງກັນປະເທດຫວຽດນາມ ຍ້ອນງົບປະມານຝ່າຍລາວຂາດເຂີນ ໃນກອງປະຊຸມ 43 ຈຶ່ງໄດ້ສະເໜີຂໍນໍາໃຊ້ທຶນຊ່ວຍເຫຼືອຂອງລັດຖະບານຫວຽດນາມ ໃຫ້ແກ່ລາວ ເຊິ່ງລັດຖະບານຫວຽດນາມກໍເຫັນດີຕາມຈິດໃຈຂອງກະຊວງປ້ອງກັນປະເທດລາວ ແມ່ນສະເໜີໃຫ້ສອງບໍລິສັດສືບຕໍ່ຈັດຕັ້ງປະຕິບັດໄລຍະ 2 ເພື່ອເຮັດໃຫ້ວຽກງານຂອງໂຄງການມີຄວາມຕໍ່ເນື່ອງ ເພາະໄດ້ກະກຽມໜ້າວຽກທີ່ຈະເຮັດໃນໄລຍະ 2 ຮ່ວມກັນມາແລ້ວ ຜ່ານການເຮັດວຽກຂອງສອງກະຊວງປ້ອງກັນປະເທດ ກໍເຫັນດີໃນເບື້ອງຕົ້ນ ແຕ່ຍັງບໍ່ທັນໄດ້ຮັບການຢືນຢັນຈາກຝ່າຍຫວຽດ ນາມ.

# ຂ່າວ – ພາບ : ສີພອນ 

error: Content is protected !!