ໃຊ້ເວລາຫວ່າງຈາກວຽກປະຈຳ ຜະລິດກະສິກຳເພື່ອສ້າງລາຍຮັບເຂົ້າຄອບຄົວ

    ທ່ານ ສາຍໃຈ ລາດສະວົງ ອາຍຸ 32 ປີ ປັດຈຸບັນຢູ່ບ້ານຊາຍຟອງໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຖືເອົາເວລາຫວ່າງຈາກການເຮັດວຽກເປັນພະນັກງານລັດຖະກອນຄູ ຢູ່ໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມ ມາເຮັດການຜະລິດກະສິກຳເປັນສິນຄ້າ ເພື່ອສ້າງລາຍຮັບເສີມເຂົ້າຄອບຄົວ ເຊິ່ງນອກຈາກຈະເປັນການສ້າງແຫຼ່ງອາຫານ ສ້າງລາຍຮັບເພີ່ມແລ້ວ ຍັງເປັນການສ້າງຄວາມໝັ້ນຄົງ ຄວາມຢູ່ດີກິນດີໃຫ້ຄອບຄົວ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານວາງອອກ ຄືເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

    ທ່ານ ສາຍໃຈ ລາດສະວົງ ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ຕົນໄດ້ເຮັດການຜະລິດໃນເນື້ອທີ່ 3 ໄລ່ ແຮງງານຕົ້ນຕໍມີພຽງຕົນເອງ ແລະ ແມ່ເປັນແຮງງານສຳຮອງຊ່ວຍເຫຼືອພຽງເລັກໜ້ອຍ ການຜະລິດ ແມ່ນປູກຜັກກາດຍໍ່ ກາດຊອມ ບົວລະພາ ໝາກເຂືອ ແລະ ສະຫຼັດ ແຕ່ສ່ວນຫຼາຍຈະປູກຜັກກາດຍໍ່ ເປັນຫຼັກ ເພາະຕົນເອງມີຄວາມຊຳນານ ຈຶ່ງເປັນການງ່າຍໃນການບົວລະບັດຮັກສາ ແລະ ເບິ່ງແຍງ ສຳລັບການປູກໃນໄລຍະລະດູຝົນນີ້ ແມ່ນໃຊ້ວິທີຫວ່ານ ຫົດນ້ຳທຸກມື້ ຫຼັງຈາກຫວ່ານໄດ້ໄລຍະ 2 ອາທິດ ຈຶ່ງໃສ່ຝຸ່ນ ສີດຢາບຳລຸງໃບ ສີດຢາກັນເປື່ອຍ ກັນບົ້ງ ກັນໜອນ ຫົດນ້ຳທຸກມື້ໄປຕາມປົກກະຕິ ເມື່ອສັງເກດເບິ່ງຜັກເປັນແນວໃດ ກໍບໍາລຸງຮັກສາໄປຕາມອາການ ເຊັ່ນ: ຖ້າຜັກບໍ່ງາມ ກໍໃສ່ຝຸ່ນເພີ່ມເຕີມອີກໜຶ່ງຄັ້ງ  ຖ້າຜັກເປື່ອຍ ກໍສີດຢາກັນເປື່ອຍຕື່ມ ແລະ ອື່ນໆ.

    ຫຼັງຈາກຜັກອາຍຸໄດ້ໜຶ່ງເດືອນກັບສິບວັນ ກໍເກັບຂາຍໄດ້ ເຊິ່ງຜັກກາດຍໍ່ ແລະ ກາດຊອມໃນໄລຍະນີ້ ມີລາຄາ 80.000 ກີບຕໍ່ໜຶ່ງໝື່ນ ບົວລະພາ ໝາກເຂືອ 120.000 ກີບຕໍ່ໜຶ່ງໝື່ນ ໂດຍລາຍຮັບທັງໝົດເມື່ອຫັກຕົ້ນທຶນແລ້ວ ຈະມີກໍາໄລສະເລ່ຍ 3 ລ້ານກີບຕໍ່ເດືອນ ເຮັດໃຫ້ປັດຈຸບັນ ຄອບຄົວຕົນສາມາດປຸກເຮືອນ 1 ຫຼັງ ລົດຈັກ 2 ຄັນ ມີເງິນໂຮມສະສົມຈຳນວນໜຶ່ງ ແລະ ສາມາດຊື້ຄຳໃຫ້ແມ່ໄດ້ຫຼາຍບາດ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຢ່າງແທ້ຈິງ. 

# ສະບາໄພ 

error: Content is protected !!