ຫາດຊາຍຟອງ ເຜີຍແຜ່ດໍາລັດຈັນຍາບັນພະນັກງານ-ລັດຖະກອນ

    ຫ້ອງການພາຍໃນເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັດກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍຈັນຍາບັນ ແລະ ຄໍາແນະນໍາການຈັດຕັ້ງປະຕິບັດວຽກງານຈັນຍາບັນຂອງພະນັກງານລັດຖະກອນໃນທົ່ວເມືອງ ແນໃສ່ເພື່ອຄຸ້ມຄອງ ແລະ ສຶກສາອົບຮົມໃຫ້ພະນັກງານ-ລັດຖະກອນມີຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິວັດໜັກແໜ້ນ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານຂອງຕົນ ມີສະຕິຕຶ່ນຕົວ ເຄົາລົບປະຕິບັດກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ວັນທີ 7 ກໍລະກົດ 2022 ທີ່ສໍານັກງານົກຄອງເມືອງດັ່ງກ່າວ ມີທ່ານ ຄໍາແກ່ງ ດວງພະຈັນ ຮອງເລຂາພັກເມືອງຫາດຊາຍຟອງ ທ່ານ ວຽງທອງ ສີບຸນນະວົງ ຫົວໜ້າຫ້ອງການພາຍໃນເມືອງຫາດຊາຍຟອງ ບັນດາຄະນະພັກ ຄະນະນໍາ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ. 

     ທ່ານ ຄໍາແກ່ງ ດວງພະຈັນ ໄດ້ເຜີຍແຜ່ດໍາລັດ ເລກທີ 184/ລບ ວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ເຊິ່ງໄດ້ກໍານົດໃນກົດໝາຍວ່າດ້ວຍລັດຖະບານແຫ່ງ ສປປລາວ ສະບັບເລກທີ 04/ສພຊ ແລະ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລທີ 74/ ສພຊ ເພື່ອເປັນບ່ອນອີງໃຫ້ການຈັດຕັ້ງພັກ-ລັດ ແນວລາວສ້າງຊາດ ສະຫະພັນນັກຮົບເກົ່າແຫ່ງຊາດ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ່ອງຖິ່ນ ຕ້ອງໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ຈັນຍາບັນຂອງພະນັກງານ-ລັດຖະກອນ ແມ່ນກົດການປະພືດທີ່ທຸກຄົນຕ້ອງເຄົາລົບ ແລະ ປະຕິບັດໜ້າທີ່ຕາມແນວທາງນະໂຍບາຍຂອງພັກ ລັດຖະທໍາມະນູນ ກົດໝາຍ ລະບຽບການຂອງລັດດ້ວຍຄວາມຈົງຮັກພັກດີ ແລະ ສັດຊື່ ຍົກສູງສະຕິຊາດ ໂດຍຖືເອົາຜົນປະໂຍດລວມຂອງຊາດ ປະຊາຊົນ ສັງຄົມ ແລະ ການຈັດຕັ້ງສູງກວ່າຜົນປະໂຫຍດສ່ວນຕົວ ປະພຶດ ແລະ ປະຕິບັດຕົນຢ່າງຖືກຕ້ອງໃນທຸກເວລາ ທຸກສະຖານທີ່ ຮັບປະກັນຄວາມສະເໝີພາບລະຫວ່າງເພດ ແລະ ເຜົ່າ ເຊິ່ງດໍາລັດດັ່ງກ່າວ ແມ່ນນໍາໃຊ້ສໍາລັບ ພະນັກງານ-ລັດຖະກອນທີ່ສັງກັດຟູ່ອົງການຈັດຕັ້ງພັກ-ລັດແນວລາວສ້າງຊາດ ສະຫະພັນນັກຮົບເກົ່າແຫ່ງຊາດ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະທ້ອງຖິ່ນ ຫຼື ໄປປະຈໍາການສໍານັກງານຜູ້ຕາງໜ້າຢູ່ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ພ້ອມດຽວກັນ ທ່ານ ວຽງທອງ ສີບຸນນະວົງ ຫົວໜ້າຫ້ອງການພາຍໃນເມືອງ ຍັງໄດ້ເຜີຍແຜ່ຄໍາແນະນໍາການຈັດຕັ້ງປະຕິບັດວຽກງານຈັນຍາບັນຂອງພະນັກງານ-ລັດຖະກອນ ເລກທີ 04/ພນ ແລະ ກໍໄດ້ອະທິບາຍເນື້ອໃນ ພ້ອມທັງຍົກຕົວຢ່າງຄວາມໝາຍຂອງຄໍາວ່າຈັນຍາບັນ ເຊີ່ງແບ່ງອອກເປັນ 4 ປະເພດຄື: ຈັນຍາບັນຕໍ່ຕົນເອງ ຕໍ່ວິຊາຊີບ ຕໍ່ການຈັດຕັ້ງ ແລະ ຈັນຍາບັນຕໍ່ປະຊາຊົນ ແລະ ສັງຄົມ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!