ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ເຜີຍແຜ່ສອງວັນປະຫວັດສາດ ລາວ-ຫວຽດນາມຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 60 ປີ ຂຶ້ນໃນວັນທີ 8 ກໍລະກົດ 2022 ໃຫ້ກຽດເຜີຍແຜ່ໂດຍທ່ານ ພົງສະຫວັດ ບຸບຜາ ອະດີດລັດຖະມົນຕີ ຫົວໜ້າ ຫສປທ ໂດຍມີທ່ານ ເພັດສະໝອນ ພັນທະວົງ ຮອງເລຂາຄະນະພັກ ຮອງຫົວໜ້າ ຫສປທ ພ້ອມດ້ວຍສະມາຊິກພັກ ພະນັກງານພາຍໃນເຂົ້າຮ່ວມ.

ໂອກາດນີ້ ທ່ານ ພົງສະຫວັດ ບຸບຜາ ໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສຳຄັນຂອງສາຍພົວພັນຮ່ວມມື ລາວ-ຫວຽດນາມ ນັບແຕ່ສອງປະເທດລາວ-ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດ ແລະ ລົງນາມ ໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ໄດ້ກາຍເປັນສອງປະເທດອ້າຍນ້ອງທີ່ມີຄວາມໃກ້ຊິດສະໜິດສະໜົົມ ມີຄວາມສາມັກຄີຮັກແພງ ເປັນຈິດໜຶ່ງໃຈດຽວ ແລະ ມີມູນເຊື້ຶອອັນດີງາມມາຕັ້ງແຕ່ດົນນານແລ້ວ ຜ່ານໄລຍະປະຫວັດສາດອັນລະອິດລະອ້ຽວ ການພົວພັນແບບພິເສດຕະຫຼອດໄລຍະຜ່ານມາ ຈົນເຖິງປັດຈຸບັນ ພັກ ລັດ ແລະ ປະຊາຊົນທັງສອງປະເທດມີຄວາມໄວ້ເນື້ອເຊື່ອໃຈ ມີຄວາມຈິງໃຈໃນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງສະເໝີຕົ້ນສະເໝີປາຍ ການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ບໍລິສຸດຜຸດຜ່ອງ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຫວຽດນາມ-ລາວ ຈຶ່ງສືບຕໍ່ໄດ້ຮັບການປົກປັກຮັກສາ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີຮັກແພງໃນທາງທີ່ດີ ແລະ ພັດທະນາຢ່າງແຂງແຮງ ແລະ ບໍ່ຢຸດຢັ້ງ ສົ່ງຕໍ່ຈາກຄົນຮຸ່ນກ່ອນສູ່ຄົນຮຸ່່ນຫລັງ ແລະ ຮຸ່ນຕໍ່ໆໄປ ເພື່ອປະຊາຊົນທັງສອງປະເທດມີຄວາມສີວິໄລ ແລະ ຄວາມຜາສຸກ ບົນເສັ້ນທາງກ້າວເຂົ້າສູ່ສັງຄົມນິຍົມເທື່ອລະກ້າວ.
ການເຜີຍແຜ່ໃນຄັ້ງນີ້ ແນໃສ່ສຶກສາອົບຮົມ ໂຄສະນາ ແລະ ເຜີຍແຜ່ໃຫ້ພະນັກງານ-ລັດຖະກອນ ພາຍໃນ ຫສປທ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງເລິກເຊິງໜັກແໜ້ນ ພ້ອມກັນສືບຕໍ່ປົກປັກຮັກສາ ເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງຊາດໃຫ້ໝັ້ນຄົງຂະໜົງແກ່ນ.

# ຂ່າວ – ພາບ : ບຸນມີ