ປກສ ເມືອງປາກງື່ມ ມ້າງຄະດີຢາເສບຕິດໄດ້ຫຼາຍກວ່າ 50 ເລື່ອງ

    ກອງບັນຊາການ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ຕັ້ງໜ້າຜັນຂະຫຍາຍແຜນການຈັດຕັ້ງວາລະແຫ່ງຊາດເລກທີ 520/ປກສ.ນວ ຂອງກອງບັນຊາການ ປກສ ນວ ກອງບັນຊາການ ປກສ ເມືອງປາກງື່ມຫັນມາເປັນແຜນການຂອງຕົນຢ່າງລະອຽດ ໂດຍຫັນເອົາ 6 ໜ້າວຽກຈຸດສຸມ ໃນການແກ້ໄຂບັນຫາຢາເສບຕິດໃຫ້ເປັນວຽກງານວິຊາສະເພາະໜຶ່ງຂອງທົ່ວກໍາລັງປ້ອງກັນຄວາມສະຫງົບເມືອງປາກງື່ມ.​

     ທ່ານ  ພັທ ສິງຄຳ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ເມືອງປາກງື່ມ ໃຫ້ສຳພາດໃນວັນທີ 5 ກໍລະກົດ 2022 ວ່າ: ຜ່ານການຈັດຕັ້ງປະຕິບັດໃນ 6 ເດືອນຕົ້ນປີ 2022 ສາມາດແກ້ໄຂຄະດີຢາເສບຕິດໄດ້ 52 ເລື່ອງ ໃນນີ້ ຊື້-ຂາຍຢາເສບຕິດ 23 ເລື່ອງ ກັກຕົວ 26 ຄົນ ຍິງ 1 ຄົນ ມີຢາເສບຕິດໄວ້ໃນຄອບຄອງ 21 ເລື່ອງ ກັກຕົວ 23 ຄົນ ຍິງ 3 ຄົນ ແລະ ເສບຢາເສບຕິດແລ້ວອາລະວາດຄອບຄົວ 7 ເລື່ອງ ກັກຕົວ 7 ຄົນ ສາມາດຢຶດຂອງກາງປະເພດຢາບ້າໄດ້ 74.880 ເມັດ ລົດໃຫຍ່ 1 ຄັນ ລົດຈັກ 2 ຄັນ .

     ຄະດີທີ່ພົ້ນເດັ່ນທີ່ເຈົ້າໜ້າທີ່ ປກສ ເມືອງປາກງື່ມແກ້ໄຂໄດ້ ປະກອບມີ: ແກ້ໄຂກຸ່ມທ້າວ ໄມຫວ່າງ ວາ ຢູ່ບ້ານເວີນແຄນ ເມືອງປາກງື່ມ ພ້ອມພັກພວກ 5 ຄົນ ຍິງ 1 ຄົນ ຢຶດຢາບ້າ 17 ມັດ ກັບ 13 ຖົງ ເທົ່າກັບ 36.612 ເມັດ ລົດເກງຮຸນໄດອີແລນຕາ 1 ຄັນ ວັດຖຸຄ້າຍຄືຄຳ ໜັກ 3 ບາດ ເງິນກີບ 80.200.000 ກີບ ເງິນບາດ 17.000 ບາດ ໂທລະສັບ 5 ເຄື່ອງ ລົດຈັກຮອນດາລຸ້ນ MSX ສີແດງດໍາ 1 ຄັນ ໃບຕາດິນຂອບທອງ 3 ໃບ ໃບນໍາໃຊ້ທີ່ດິນ 1 ໃບ ແລະ ແກ້ໄຂກຸ່ມທ້າວ ກຽງຄຳ ຢູ່ບ້ານໂດນເໜືອ ເມືອງປາກງື່ມ ພ້ອມພັກພວກ 4 ຄົນ ຢຶດຂອງກາງຢາບ້າໄດ້ 11.632 ເມັດ ແກ້ໄຂກຸ່ມທ້າວ ເລົ່າຊົ່ງຢູ່ບ້ານທ່າກົກໄຮ ເມືອງປາກງື່ມ ພ້ອມພັກພວກ 3 ຄົນ ຢຶດຂອງກາງຢາບ້າຈຳນວນ 2.849 ເມັດ  ແກ້ໄຂກຸ່ມທ້າວ ຄຳພັນ ຢູ່ບ້ານເວີນແຄນ ເມືອງປາກງື່ມ ພ້ອມພັກພວກ 2 ຄົນ ຢຶດຂອງກາງຢາບ້າໄດ້ 1.200 ເມັດ ແກ້ໄຂກຸ່ມທ້າວ ປີຢ່າງ ຫຼື ເປ ຢູ່ບ້ານເວີນແຄນ ເມືອງປາກງື່ມ ພ້ອມພັກພວກ 3 ຄົນ ຢຶດຂອງກາງຢາບ້າໄດ້ 558 ເມັດ ເງິນກີບ 7.060.000 ກີບ. 

error: Content is protected !!