ລາວ-ກຳປູເຈຍ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື

    ໃນໂອກາດທີ່ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນເດີນທາງເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ (JC) ຄັ້ງທີ 14 ວັນທີ 06-08 ກໍລະກົດ 2022 ທີ່ ນະຄອນຫຼວງພະນົມເປັນ ລາຊະອານາຈັກ ກໍາປູເຈຍ. 

    ວັນທີ 07 ກໍລະກົດ 2022 ທ່ານ ຮອງນາຍົກລັດມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຄໍານັບສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກໍາປູເຈຍ ໃນໂອກາດນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈມາຍັງ ສົມເດັດ ນາຍົກລັດຖະມົນຕີ ເຕໂຈ ຮຸນແຊນ ທີ່ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄໍານັບໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການເລືອກຕັ້ງສະມາຊິກສະພາທ້ອງຖິ່ນ (ສະພາຕາແສງ) ຊຸດທີ 5 ຊຶ່ງໄດ້ຈັດຂຶ້ນວັນທີ 7 ມິຖຸນາ 2022 ຜ່ານມາ ແລະ ຊົມເຊີຍພັກປະຊາຊົນກໍາປູເຈຍ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງຄັ້ງນີ້. ພ້ອມນັ້ນ ທ່ານຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະໃນວຽກງານການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມນີ້ ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນ ຂອງພະນະທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຖິງ ສົມເດັດ ນາຍົກລັດຖະມົນຕີ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ພ້ອມດ້ວຍພັນລະຍາ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນໂອກາດທີ່ເໝາະສົມ. 

    ໃນໂອກາດດຽວກັນນີ້ ສົມເດັດ ນາຍົກລັດຖະມົນຕີ ເຕໂຈ ຮຸນແຊນ ກໍສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ (JC) ຄັ້ງທີ 14 ຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ສາຍພົວພັນທີ່ເປັນມູນເຊື້ອອັນດີງາມທີ່ມີຮ່ວມກັນມາແຕ່ດົນນານ ລະຫວ່າງລາຊະອານາຈັກກຳປູເຈຍ ແລະ ສປປ ລາວ ໂດຍສະເພາະ ໃນຊຸມທີ່ຜ່ານມາ ການຮ່ວມມືສອງຝ່າຍໄດ້ມີການເພີ່ມຂຶ້ນຫຼາຍກວ່າເກົ່າ ແລະ ໄດ້ຮັບໝາກຜົນຢ່າງເປັນຮູບປະທຳ ອັນໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ລາວ ແລະ ກຳປູເຈຍ ນອກຈາກນັ້ນ ສົມເດັດ ນາຍົກລັດຖະມົນຕີ ເຕໂຈ ຮຸນແຊນ ຍັງໄດ້ຝາກຄໍາຂອບໃຈ ແລະ ຄໍາຢື້ຢາມຖາມຂ່າວ ເຖິງພະນະທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ແລະ ຍິນດີຕອບຮັບຄໍາເຊື້ອເຊີນ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. 

.

# ກົມການຂ່າວ 

error: Content is protected !!