ເຄື່ອນໄຫວຊຸກຍູ້ສະຫະພັນກໍາມະບານອົງການໄອຍະການປະຊາຊົນສູງສຸດ

    ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຕິດຕາມວຽກງານກໍາມະບານ ອົງການໄອຍະການປະຊາຊົນສູງສຸດ ວັນທີ 7 ກໍລະກົດ 2022 ທີ່ອົງການດັ່ງກ່າວ ໂດຍມີທ່ານ ກົງເພັດ ລາດບຸນເຮືອງ ປະທານສະຫະພັນກໍາມະບານອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະບໍລິຫານງານໃຫ້ການຕ້ອນຮັບ. 

    ທ່ານ ກົງເພັດ ລາດບຸນເຮືອງ ໄດ້ລາຍງານໂດຍຫຍໍ້ ການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຈາກນັ້ນທ່ານ ວິໄລ ວົງຂະເສີມ ໄດ້ມີຄໍາເຫັນແລກປ່ຽນບາງບັນຫາ ພ້ອມທັງໄດ້ເນັ້ນໃຫ້ສະຫະພັນກໍາມະບານອົງການໄອຍະການປະຊາຊົນສູງສຸດ ເອົາໃຈໃສ່ວຽກງານສ້າງ ແລະ ປັບປຸງການຈັດຕັ້ງກໍາມະບານແຕ່ລະຂັ້ນໃຫ້ເຂັ້ມແຂງ ສາມາດເຄື່ອນໄຫວຖືກຕ້ອງຕາມພາລະບົດບາດຂອງຕົນຢ່າງແຂງແຮງ ເອົາໃຈໃສ່ຂະຫຍາຍສະມາຊິກກຳມະບານ ປະສານສົມທົບ ແລະ ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງໃຫ້ກົມກຽວກັນ ແລະ ສະໜິດແໜ້ນ ທັງເປັນການຍົກສູງບົດບາດຂອງອົງການກໍາມະບານໃຫ້ສູງຂື້ນ ຕັ້ງໜ້າເຄື່ອນໄຫວວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກຳມະບານ ເປັນຕົ້ນ: ການແກ້ໄຂຂໍ້ຂັດແຍ້ງດ້ານແຮງງານ ການເອົາລັດເອົາປຽບດ້ານແຮງງານສະຫວັດດີການສັງຄົມ ແລະ ອື່ນໆ ທີ່ເຫັນວ່າບໍ່ທັນສອດຄ່ອງກັບກົດໝາຍ ແລະ ລະບຽບການກໍານົດ ແລະ ຄວາມເປັນຈິງ ເອົາໃຈໃສ່ຊຸກຍູ້ຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກຳມະບານລາວ ຕິດພັນກັບວຽກງານວິຊາສະເພາະ ແລະ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ສືບບຕໍ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດຜັນຂະຫຍາຍ 2 ວາລະແຫ່ງຊາດ ທີ່ຕິດພັນກັບວຽກວິຊາສະເພາະຂອງຕົນ ແລະ ອື່ນໆ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!