ມີຫຼາຍປັດໄຈທີ່ເຮັດໃຫ້ ສປປ ລາວ ໄດ້ຮັບຜົນກະທົບຈາກລາຄານ້ຳມັນເຊື້ອໄຟທີ່ເພີ່ມຂຶ້ນ

    ທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ປັດຈຸບັນ ສະພາບເສດຖະກິດພາກພື້ນ ແລະ ໂລກ ແມ່ນເຂົ້າສູ່ໄລຍະຜັນຜວນ ເນື່ອງຈາກການປິດລ້ອມທາງເສດຖະກິດ ແລະ ການປະຕິບັດການພິເສດທາງການທະຫານຂອງບັນດາປະເທດມະຫາອຳນາດ ໄດ້ສົ່ງຜົນເຮັດນໍ້າມັນເຊື້ອໄຟໃນຕະຫຼາດໂລກ ມີລາຄາເໜັງຕີງຂຶ້ນສູງສຸດເປັນປະຫວັດການ ເນື່ອງຈາກການສະໜອງບໍ່ພຽງພໍກັບຄວາມຕ້ອງການ ຈາກສະພາບຄືແນວນີ້ ແນ່ນອນວ່າມີຜົນກະທົບໂດຍກົງ ເຮັດໃຫ້ລາຄາຂາຍຍ່ອຍນໍ້າມັນເຊື້ອໄຟພາຍໃນປະເທດເຮົາຕ້ອງໄດ້ປັບຂຶ້ນຕາມລາຄາຕະຫຼາດໂລກ ເນື່ອງຈາກປະເທດລາວຕ້ອງໄດ້ນຳເຂົ້ານໍ້າມັນເຊື້ອໄຟ ທີ່ເປັນປັດໄຈພື້ນຖານມາຮັບໃຊ້ການຜະລິດ ແລະ ການດຳລົງຊີວິດ ພ້ອມດຽວກັນ ກໍສົ່ງຜົນໃຫ້ມີຄວາມຈໍາເປັນນໍາໃຊ້ເງິນຕາຕ່າງປະເທດຈໍານວນຫຼາຍຂື້ນ ໃນການຊື້ນໍ້າມັນ ແລະ ມີຜົນຕໍ່ຕົ້ນທຶນການຜະລິດ ຂົນສົ່ງສິນຄ້າ ເຮັດໃຫ້ສິນຄ້າມີລາຄາເພີ່ມສູງຂຶ້ນໄປຕາມກັນ ທັງເຮັດໃຫ້ການນຳເຂົ້ານ້ຳມັນປະສົບບັນຫາ ຍ້ອນອັດຕາແລກປ່ຽນຜັນຜວນ ແລະ ສົ່ງຜົນໃຫ້ການນໍາເຂົ້ານໍ້າມັນຫຼຸດລົງ ເກີດສະພາບຂາດແຄນນໍ້າມັນ ດັ່ງທີ່ພວກເຮົາໄດ້ປະສົບໃນໄລຍະສອງເດືອນທີ່ຜ່ານມາ. 

    ດ້ວຍເຫດນີ້ ການປັບລາຄານ້ຳມັນເຊື້ອໄຟໃນແຕ່ລະຄັ້ງຜ່ານມາ ແມ່ນມີຄວາມຈຳເປັນ ເພື່ອເຮັດໃຫ້ລາຄາປັບປ່ຽນທັນຕາມສະພາບການ ເຖິງແມ່ນວ່າຈະໄດ້ປັບລາຄາຂາຍຍ່ອຍນ້ຳມັນຂຶ້ນແລ້ວກໍຕາມ ແຕ່ດ້ວຍປັດໄຈອື່ນໆ ຄຽງຄູ່ກັບຄວາມຜັນຜວນຂອງອັດຕາແລກປ່ຽນ ບວກກັບຄວາມຕ້ອງການໃຊ້ພະລັງງານສູງຂຶ້ນ ເພື່ອຮັບໃຊ້ການເປີດປະເທດ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ເຊິ່ງເປັນການເພີ່ມລາຍຈ່າຍຂອງຜູ້ປະກອບການ ເຮັດໃຫ້ຫຼາຍບໍລິສັດນຳເຂົ້ານໍ້າມັນຕົກຢູ່ໃນສະພາບຂາດທຶນ ແລະ ບໍ່ສາມາດນຳເຂົ້ານ້ຳມັນເຊື້ອໄຟມາຮັບໃຊ້ສັງຄົມໄດ້ຢ່າງພຽງພໍ ແລະ ເປັນປົກກະຕິ. 

    ໂດຍອີງໃສ່ສະພາບການເໜັງຕີງຂອງລາຄານໍ້າມັນເຊື້ອໄຟໃນປັດຈຸບັນເພີ່ມຂຶ້ນສູງ ສົ່ງຜົນກະທົບຕໍ່ການນໍາເຂົ້ານໍ້າມັນເຊື້ອໄຟຂອງປະເທດເຮົາ ກໍຕ້ອງມີຄວາມຈຳເປັນນຳໃຊ້ເງິນຕາຕ່າງປະເທດເພີ່ມຂຶ້ນ ໃນຂະນະທີ່ແຫຼ່ງສະໜອງເງິນຕາຕ່າງປະເທດຂອງປະເທດເຮົາມີຈໍາກັດ ຕໍ່ບັນຫາດັ່ງກ່າວ ລັດຖະບານກໍໄດ້ມີການສະເໜີຫຼາຍວິທີທາງອອກເຊັ່ນ: ການຫຼຸດອັດຕາອາກອນຊົມໃຊ້ນໍ້າມັນລົງ ການໃຫ້ບູລິມະສິດໃນການແລກປ່ຽນເງິນຕາ ການຈັດຊື້ນໍ້າມັນເຊື້ອໄຟຈາກຫຼາຍແຫຼ່ງ ເພື່ອເປັນອີກທາງເລືອກ ໃນການສະໜອງນໍ້າມັນເຊື້ອໄຟໃນສະເພາະໜ້າ ແລະ ຍາວນານ ແລະ ອື່ນໆ ຄຽງຄູ່ກັນນີ້ ກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ຮ່ວມກັບຂະແໜງການກ່ຽວຂ້ອງ ເພື່ອຊຸກຍູ້ໃຫ້ບັນດາໂຮງງານປຸ່ງແຕ່ງ ໂຮງງານປະສົມນໍ້າມັນເຊື້ອໄຟ ພາຍໃນປະເທດເຊັ່ນ: ໂຮງງານກັ່ນນໍ້າມັນລາວເປັກ ໂຮງງານປະສົມນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ແລະ ໂຮງງານນໍ້າມັນກາຊວນຊີວະພາບ ອາໂກຣເທັກ ເພື່ອເພີ່ມການສະໜອງນໍ້າມັນພາຍໃນປະເທດເຮົາຕື່ມ ເນື່ອງຈາກສະພາບປັດຈຸບັນນີ້ ໃນທົ່ວໂລກກໍປະສົບບັນຫາການຂາດແຄນນໍ້າມັນ ແລະ ລາຄາກໍເພີ່ມຂື້ນສູງ. 

# ຂ່າວ – ພາບ : ຊິລິການດາ

error: Content is protected !!