ໄຊພູທອງ ເປີດຕະຫຼາດຊື້-ຂາຍສັດໃຫຍ່ປະເພດງົວ-ຄວາຍ

    ພິທີເປີດຕະຫຼາດຊື້-ຂາຍສັດໃຫຍ່ປະເພດງົວ-ຄວາຍ ຢູ່ທີ່ຕະຫຼາດດົງ ບ້ານຫອມມະລາ ເມືອງໄຊພູທອງ ແຂວງສະຫວັນນເຂດ ວັນທີ 7 ກໍລະກົດ 2022 ເປັນປະທານຂອງທ່ານ ແສງທອງ ວັງແກ້ວມະນີ ເຈົ້າເມືອງໄຊພູທອງ ມີທ່ານ ຄໍາຈັນ ສີດາວົງ ຫົວໜ້າພະແນກກະສິກໍາ-ປ່າໄມ້ແຂວງ ຄະນະປະຈໍາພັກເມືອງ ກໍາມະການພັກເມືອງ ຫົວໜ້າຫ້ອງການ-ຄະນະຫ້ອງການ ແລະ ເມືອງອອ້ມຂ້າງຄື: ນະຄອນໄກສອນພົມວິຫານ ແລະ ເມືອງຈໍາພອນ ຕະຫຼອດຮອດເຈົ້າຂອງຜູ້ລ້ຽງສັດ ແລະ ຜູ້ປະກອບການ-ນັກທຸລະກິດເຂົ້າຮ່ວມ.

    ໃນພິທີ ທ່ານ ບຸນມາ ເທບພູໄຊ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ-ປ່າໄມ້ເມືອງ ກໍໄດ້ຂື້ນຜ່ານຂໍ້ຕົກລົງເຈົ້າເມືອງໄຊພູທອງ ສະບັບເລກທີ 197/ຈມ,ຊທ,ລົງວັນທີ 5 ມີຖຸນາ 2022 ວ່າດ້ວຍການອະນຸມັດສະຖານທີ່ ທີ່ຈະສ້າງຕະຫຼາດທົດລອງຊື້-ຂາຍສັດໃຫຍ່ ປະເພດງົວ-ຄວາຍ ພ້ອມທັງຜ່ານບົດລາຍງານການກະກຽມຄວາມພ້ອມໃນການຈັດງານຄັ້ງນີ້ ເຊິ່ງເປັນຄັ້ງທໍາອິດທີ່ໄດ້ກໍານົດເອົາບ້ານຫອມມະລາ ເມືອງໄຊພູທອງ ເປັນສະຖານທີ່ເກັບຊື້-ຂາຍສັດໃຫຍ່ປະເພດງົວ-ຄວາຍ ເຊິ່ງທົ່ວເມືອງໄຊພູທອງ ມີສັດລ້ຽງປະເພດຕ່າງໆ ເຊັ່ນ: ງົວ 29.687 ໂຕ ຄວາຍ 1.055 ໂຕ ໝູ 2.956 ໂຕ,ແບ້ 3.461 ໂຕ ແລະ ປະເພດສັດປີກ 74.960 ໂຕພ້ອມດຽວກັນນີ້ ທາງຫ້ອງການກະສິກໍາ-ປ່າໄມ້ເມືອງໄຊພູທອງ ກໍຍັງໄດ້ແນະນໍາ ສົ່ງເສີມ ແລະ ນໍາພາຊາວກະສິກອນປູກພືດອາຫານສັດ ທີ່ໄດ້ທັງປະລິມານ ແລະ ຄຸນນະພາບໄດ້ຫຼາຍກວ່າ 50 ເຮັກຕາໃນທົ່ວເມືອງ ສ່ວນການລ້ຽງສັດແບບມີການຈັດການ ລ້ຽງແບບເປັນຟາມ ແລະ ແບບຄອບຄົວ ກຸ່ມ ຫຼາຍພໍສົມຄວນເຊັ່ນ: ໝູ 3.686 ໂຕ ມີ 204 ຄອບຄົວ ງົວຂຸນ 424 ໂຕມີ 78 ຄອບຄົວ.ສໍາລັບການເປີດການທົດລອງນໍາໃຊ້ຕະຫຼາດຊື້-ຂາຍສັດໃຫຍ່ຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກພາກສ່ວນພະແນກກະສິກໍາ-ປ່າໄມ້ແຂວງ ແລະ ນັກທຸລະກິດ ແລະ ຜູ້ປະກອບການອອ້ມຂ້າງເມືອງ.ໃນງານຄັ້ງນີ້ ກໍໄດ້ມີການແລກປ່ຽນຊື້-ຂາຍພໍ່ຄ້າກັບຜູ້ປະກອບການໄດ້ນໍາເອົາສິນຄ້າຂອງຕົນເຂົ້າມາຈໍາໜ່າຍອອກຂາຍໃຫ້ຜູ້ທີ່ຈະຊື້ໄປລ້ຽງ ແລະ ຂາຍເປັນສິນຄ້າ.

error: Content is protected !!