ຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງໃນໄລຍະຜ່ານມາ

    ວັນທີ 6 ກໍລະກົດ 2022 ຢູ່ທີ່ສະໂມສອນເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານ-ການເມືອງ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2022 ພາຍໃຕ້ເປັນປະທານຂອງສະຫາຍ ພົງສະຫວັນ ສີລິພັນ ເລຂາພັກເມືອງ ເຈົ້າເມືອງສັງທອງ ມີບັນດາຮອງເລຂາ ຮອງເຈົ້າເມືອງ ຄະນະປະຈໍາພັກ ຄະນະພັກ ພະນັກງານກໍ່ສ້າງຮາກເຂົ້າຮ່ວມ.

    ສະຫາຍ ຄໍາປະເສີດ ບຸດດາວົງ ຫົວໜ້າຫ້ອງວ່າການເມືອງສັງທອງ ໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງໃນໄລຍະຜ່ານມາ ຄະນະພັກ ອົງການປົກຄອງເມືອງ ແລະ ບ້ານໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນບັນຫາກົກ ໂດຍສອດຫ້ອຍກັບທຸກຂົງເຂດວຽກງານ ໃນການຈັດຕັ້ງເຜີຍແຜ່ແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ໂດຍສະເພາະແມ່ນວັນສໍາຄັນຕ່າງໆຂອງຊາດ-ຂອງພັກເປັນຕົ້ນແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ທີ່ທົ່ງໄຫຫີນ ຄົບຮອບ 63 ປີ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 63 ປີ ທົ່ວເມືອງມີໜ່ວຍພັກຮາກຖານບ້ານ 37 ໜ່ວຍພັກ ມີ 1 ຄະນະພັກຮາກຖານ ມີ 3 ໜ່ວຍພັກຂຶ້ນກັບ ມີໜ່ວຍພັກເອກະລາດ 34 ໜ່ວຍພັກ ມີສະມາຊິກພັກທັງໝົດ 521 ສະຫາຍ ຍິງ 113 ສະຫາຍ ສາມາດເປີດກອງປະຊຸມໃຫ່ຍໜ່ວຍພັກຮາກຖານບ້ານໄດ້ 10 ໜ່ວຍພັກ ກໍາລັງສືບຕໍ່ 6 ໜ່ວຍພັກ ອົງການປົກຄອງບ້ານ 35 ບ້ານ ທົ່ວເມືອງສັງທອງໄດ້ຮັບການປັບປຸງຕາມ 5 ໜ່ວຍງານ ແລະ 15 ຕໍາແໜ່ງງານ ນອກຈາກນັ້ນ ຍັງໄດ້ສົບທົບກັບຂະແໝງການທີ່ກ່ຽວຂ້ອງ ລົງໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນໄດ້ 3 ຄັ້ງ ມີປະຊາຊົນເຂົ້າຮ່ວມ 105 ເທື່ອຄົນ ຍິງ 37 ເທື່ອຄົນ ແລະ ໂຄສະນາທາງໂທລະໂຄ່ງໄດ້ 843 ຄັ້ງ ແລະ ໄດ້ປັບປຸງແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານທົ່ວເມືອງສໍາເລັດ ພ້ອມກັນນັ້ນ ຍັງໄດ້ແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນຢູ່ຂັ້ນບ້ານສໍາເລັດ 11 ເລື່ອງ ພ້ອມທັງກໍານົດທິດທາງແຜນການ 6 ເດືອນທ້າຍປີ 2022.

# ວຽງມາ 

error: Content is protected !!