ວັນທີ 7 ກໍລະກົດ 2022 ທີ່ຫໍປະຊຸມສະພາແຫ່ງຊາດ ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ Nadav Eshcer ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງອິດສະຣາແອນ ປະຈໍາ ສປປ ລາວ ໂດຍມີສໍານັກງານການທູດຕັ້ງຢູ່ຮ່າໂນ້ຍ ສສ ຫວຽດນາມ ເນື່ອງໃນໂອກາດສໍາເລັດການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງອິດສະຣາແອນ ປະຈໍາ ສປປ ລາວ.

ທ່ານນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ຜົນສໍາເລັດຕໍ່ການປະຕິບັດໜ້າທີ່ຂອງທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງອິດສະຣາແອນ ປະຈໍາ ສປປ ລາວ ເຊິ່ງຕະຫຼອດໄລຍະການປະຕິບັດໜ້າທີ່ແຕ່ປີ 2017 ເປັນຕົ້ນມາ ໄດ້ປະກອບສ່ວນຮັດແໜ້ນຄວາມສາມັກຄີ ເສີມສ້າງສາຍພົວພັນການທູດ ກໍຄືການຮ່ວມມືດ້ານຕ່າງໆຂອງສອງປະເທດ ລາວ-ອິດສະຣາແອນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມນັ້ນ ຍັງອວຍພອນໃຫ້ທ່ານ Nadav Eshcer ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານຕື່ມອີກ.
ໂອກາດນີ້ທ່ານ Nadav Eshcer ໄດ້ສະແດງຄວາມຂອບໃຈຕໍ່ຮອງປະທານປະເທດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຂອບໃຈຕໍ່ການນໍາພັກ ແລະ ລັດຖະບານລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອອໍານວຍຄວາມສະດວກຕ່າງໆໃຫ້ແກ່ຕົນ ໄລຍະທີ່ດໍາລົງຕໍາແໜ່ງເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງອິດສະຣາແອນ ປະຈໍາ ສປປ ລາວ ປະກອບສ່ວນເຮັດໃຫ້ການປະຕິບັດໜ້າທີ່ໄດ້ຮັບຜົນສໍາເລັດຕາມການມອບໝາຍ.
# ຂ່າວ – ພາບ : ຂັນທະວີ