6 ເດືອນຕົ້ນປີ 2022 ທົ່ວ ນວ ເກີດໄພພິບັດ 11 ຄັ້ງ ເສຍຫາຍ 2 ຕື້ກວ່າກີບ

    ກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມ ໄພພິບັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຈັດຂຶ້ນວັນທີ 7 ກໍລະກົດ 2022 ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມນະຄອນຫຼວງວຽງຈັນ (ຮສສ.ນວ) ເປັນປະທານ ຂອງທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພ ພິບັດ ນວ (ຄພ.ນວ) ມີຄະນະກຳມະການ ກອງເລຂາ ຄພ ຈາກພະແນກກ່ຽວຂ້ອງ ແລະ ຫ້ອງການ ຮສສ 9 ເມືອງເຂົ້າຮ່ວມ. 

    ທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກ ຮສສ.ນວ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ເຊິ່ງທ່ານກ່າວບາງຕອນວ່າ: ສະພາບການເກີດໄພພິບັດໃນ 6 ເດືອນຕົ້ນປີ 2022 ໄດ້ມີເຫດການລົມພະຍຸພັດ ແລະ ໄຟໄໝ້ເຮືອນເກີດຂຶ້ນຈໍານວນ 11 ຄັ້ງ ຢູ່ໃນ 8 ເມືອງ ມີ 11 ບ້ານ 85 ຄອບຄົວ ສົ່ງຜົນກະທົບໂດຍກົງຕໍ່ການດໍາລົງຊີວິດຂອງປະຊາຊົນຈໍານວນ 425 ຄົນ ຍິງ 226 ຄົນ ໄພພິບັດຄັ້ງນີ້ ບໍ່ມີຜູ້ບາດເຈັບ ແລະ ເສຍຊີວິດ ແຕ່ໄດ້ສ້າງຄວາມເສຍຫາຍຕໍ່ຊັບສິນຂອງລັດ ແລະ ຂອງປະຊາຊົນ ຄິດເປັນມູນຄ່າເສຍຫາຍທັງໝົດ 2.402.866.076 ກີບ ໃນນີ້ ໄດ້ສ້າງຄວາມເສຍຫາຍຕໍ່ໍຊັບສິນເຮືອນຊານຂອງປະຊາຊົນ ລວມມູນຄ່າ 2.290.794.076 ກີບ ແລະ ໄດ້ສ້າງຄວາມເສຍຫາຍຕໍ່ຊັບສິນຂອງລັດ ລວມມີໂຮງຮຽນ ອູ່ຈອດລົດ ຫ້ອງການ ສາງເຂົ້າ ສາຍໄຟຟ້າຄວາມແຮງຂະໜາດກາງ ເຮືອນນອນຂອງກອງກໍາລັງປະກອບອາວຸດ ຄິດເປັນມູນຄ່າເສຍຫາຍທັງໝົດປະມານ 112.072.000 ກີບ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!