ມສ ນາຊອນ ເປັນໂຮງຮຽນຕົວແບບດ້ານສິ່ງແວດລ້ອມ ຂຽວ ສະອາດ ງາມຕາ

    ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ແລະ ເປີດປ້າຍໂຮງຮຽນຕົວແບບດ້ານສິ່ງແວດລ້ອມ (ຂຽວ ສະອາດ ງາມຕາ) ຂຶ້ນໃນວັນທີ 5 ກໍລະກົດ 2022  ທີ່ໂຮງຮຽນມັດທະຍົມສົມບູນ (ມສ) ນາຊອນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ອຸ່ນເຮືອນ ໄຊຍະຈັກ ຫົວໜ້າກົມສິ່ງແວດລ້ອມ ມີທ່ານ ສົມອຸລາ ຍະພິຈິດ ຮອງຫົວໜ້າຫ້ອງການກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ທ່ານນາງ ອາມິດຕາ ສີປະມວນ ຮອງເຈົ້າເມືອງປາກງື່ມ ທ່ານນາງ ພວງມະໄລ ວົງໄຊຍະລາດ ຜູ້ອໍານວຍການໂຮງຮຽນ ມສ ນາຊອນ ພ້ອມດ້ວຍຜູ້ຕາງໜ້າຈາກພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງປາກງື່ມ ຫົວໜ້າຫ້ອງການສຶກສາເມືອງປາກງື່ມ ອົງການປົກຄອງບ້ານ ຄູອາຈານ ແລະ ນັກຮຽນ ເຂົ້າຮ່ວມ. 

     ມສ ນາຊອນ ເປັນໂຮງຮຽນຕົວແບບດ້ານສິ່ງແວດລ້ອມ (ຂຽວ ສະອາດ ງາມຕາ) ວຽກງານ ຂຽວ ສະອາດ ງາມຕາ ກໍເປັນວຽກງານໜຶ່ງທີ່ສຳຄັນຢູ່ໃນຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະກົມສິ່ງແວດລ້ອມໄດ້ຜັນຂະຫຍາຍວິໄສທັດຮອດປີ 2030 ແລະ ຍຸດທະສາດ 10 ປີ (2016–2025) ຂອງຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄື: ປະເທດລາວ ສີຂຽວ ສະອາດ ງາມຕາ ເຊິ່ງວຽກງານດັ່ງກ່າວນອນໃນແຜນ 5 ປີ 2021-2025 ຂອງກົມສິ່ງແວດລ້ອມ ໃນການສ້າງຕົວເມືອງໃຫ້ກາຍເປັນຕົວເມືອງຂຽວ ສະອາດ ງາມຕາ ເພື່ອກ້າວໄປສູ່ລະດັບປະເທດ ແລະ ລະດັບພາກພື້ນ-ສາກົນ. 

     ໃນພິທີ ທ່ານນາງ ພວງມະໄລ ວົງໄຊຍະລາດ ຜູ້ອໍານວຍການໂຮງຮຽນ ມສ ນາຊອນ ໄດ້ຂຶ້ນລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມຕາ ຂອງໂຮງຮຽນ ມສ ນາຊອນ ໃນໄລຍະຜ່ານມາ ໄດ້ຍົກໃຫ້ເຫັນຈຸດດີ ຂໍ້ຄົງຄ້າງ ແລະ ການແກ້ໄຂ ເພື່ອເຮັດໃຫ້ວຽກງານດໍາເນີນໄປຢ່າງມີຜົນສໍາເລັດ ຈົນໄດ້ຮັບໃບຢັ້ງຢືນໂຮງຮຽນຕົວແບບດ້ານສິ່ງແວດລ້ອມ (ຂຽວ ສະອາດ ງາມຕາ) ໃນປີ 2022 ຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນ. 

     ໃນຕອນທ້າຍ ໄດ້ມີພິທີມອບ-ຮັບ ໃບຢັ້ງຢືນໂຮງຮຽນຕົວແບບດ້ານສິ່ງແວດລ້ອມ (ຂຽວ ສະອາດ ງາມຕາ) ຕາງໜ້າມອບໂດຍ ທ່ານ ອຸ່ນເຮືອນ ໄຊຍະຈັກ ຫົວໜ້າກົມສິ່ງແວດລ້ອມ ແລະ ຕາງໜ້າຮັບໂດຍທ່ານນາງ ພວງມະໄລ ວົງໄຊຍະລາດ ຜູ້ອໍານວຍການໂຮງຮຽນ ມສ ນາຊອນ ແລະ ໄດ້ຮ່ວມກັນເປີດປ້າຍໂຮງຮຽນຕົວແບບດ້ານສິ່ງແວດລ້ອມ (ຂຽວ ສະອາດ ງາມຕາ) ພ້ອມທັງໄດ້ປູກຕົ້ນໄມ້ເພື່ອເປັນທີ່ລະນຶກທັງໝົດ 14 ຕົ້ນ ໃນໂອກາດນີ້ ກໍໄດ້ລົງເບິ່ງສະຖານທີ່ບ່ອນທີ່ຈະວາງປ້າຍສີລາລຶກສວນພຶກສາສາດຂອງໂຄງການຮ່ວມມື ລາວ-ໄທ ທີ່ນອນຢູ່ໃນເຂດດິນບໍລິເວນ ມສ ນາຊອນ.

# ຂ່າວ – ພາບ :    ເພັດສະໝອນ 

error: Content is protected !!