ໄຊທານີ ຈະປ່ອຍປາລົງນໍ້າງື່ມຈຳນວນ 180.000 ໂຕ

    ເນື່ອງໃນໂອກາດວັນອະນຸຮັກສັດນໍ້າ ແລະ ສັັດປ່າ ກໍຄືວັນປ່ອຍປາແຫ່ງຊາດ 13 ກໍລະກົດ ເມືອງໄຊທານີ ນະຄອນຫຼວງວຽງຈັນມີແຜນປ່ອຍມາລົງແມ່ນໍ້າທຳມະຊາດທັງໝົດ 180.000 ໂຕ ເພື່ອເປັນການສະເຫຼີມສະຫຼອງວັນດັ່ງກ່າວ.

    ທ່ານ ທອງສຸກ ບົວລິຂັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊທານີ ໄດ້ໃຫ້ສຳພາດໃນວັນທີ 7 ກໍລະກົດ 2022 ວ່າ: ສຳລັບປີນີ້ ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ເປັນໃຈກາງໃນການຈັດພິທີປ່ອຍປາເນື່ອງໃນວັນດັ່ງກ່າວ ໂດຍສົມທົບກັບພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊທານີ ເຊິ່ງຈະໄດ້ຈັດພິທີປ່ອຍປາໃນວັນທີ 12 ກໍລະກົດ 2022 ທີ່ວັດບ້ານໄຮ່ ລົງສູ່ນໍ້າງື່ມ ໃນການປ່ອຍປາປີນີ້ ແມ່ນມີແຜນປ່ອຍປາຈຳນວນ 180.000 ໂຕ ປະກອບມີ ປານິນ ປາປາກ ປາເກັດແລບ ໂດຍໄດ້ຮັບການປະກອບສ່ວນສະໜອງລູກປາຈາກສູນຜະລິດລູກປາຂອງສູນຫ້ວຍຊອນຫ້ວຍຊົ້ວ ຈຳນວນ 100.000 ໂຕ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ 50.000 ໂຕ ແລະ ເມືອງໄຊທານີ 30.000 ໂຕ ຖ້າທຽບໃສ່ປີຜ່ານມາ ຈຳນວນປາທີ່ປ່ອຍເພີ່ມຂຶ້ນ ສະເພາະປີຜ່ານມາ ປ່ອຍປາພຽງ 50.000 ໂຕ.

    ຈຸດປະສົງໃນການຈັດພິທີດັ່ງກ່າວ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍການລ້ຽງສັດ ແລະ ການປະມົງ ກົດໝາຍປ່າໄມ້ ໃນວຽກງານອະນຸຮັກສັດນ້ຳ ແລະ ສັດປ່າ ເຊິ່ງໃນກົດໝາຍ ກຳນົດໄວ້ທຸກໆວັນທີ 13 ກໍລະກົດຂອງທຸກໆປີ ຕ້ອງໄດ້ເປີດຂະບວນການຈັດພິທີປ່ອຍປາ ແລະ ສັດນ້ຳສັດປ່າເພື່ອປຸກລະດົມຂົນຂວາຍປວງຊົນລາວທັງຊາດເຂົ້າຮ່ວມ ແລະ ຈັດຕັ້ງປະຕິບັດຢ່າງເປັນຂະບວນຟົດຟື້ນ ທັງເປັນການປ່ອຍສັດນ້ຳລົງສູ່ແຫຼ່ງນ້ຳທຳມະຊາດ ເພື່ອເປັນແຫຼ່ງອາຫານໃຫ້ແກ່ປະຊາຊົນໄດ້ທຳມາຫາກິນແລະ ອະນຸຮັກພໍ່ແມ່ພັນສັດນ້ຳສັດປ່າທີ່ໃກ້ຈະສູນພັນ.

    ໃນໄລຍະ 6 ເດືອນຕົ້ນປີນີ້ ເມືອງໄຊທານີສາມາດສະໜອງປາກະຊັງ 54.000 ໂຕນ ແລະ ປາໜອງຈຳນວນ 2.250 ໂຕນ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!