ທ່ານຮອງປະທານ ສນຊ ລົງຢ້ຽມຢາມໂຄງການນໍ້າສະອາດຢູ່ເມືອງສັງທອງ

    ໃນວັນທີ 5 ກໍລະກົດ 2022 ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຄງການນໍ້າສະອາດ ທີ່ບ້ານວັງມ້າ ແລະ ບ້ານດອນກາງຂອງ ເມືອງສັງທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຄໍາພາ ແກ້ວມະນີຈັນ ປະທານສະມາຄົມພັດທະນາຊຸມຊົນ ແລະ ສິ່ງແວດລ້ອມ ທ່ານ ດຣ ບຸນຮອງ ດວງມາລາ ຄະນະກໍາມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງສັງທອງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຄໍາຍືນ ສົມພະຈິດ ນາຍບ້ານວັງມ້າ ໄດ້ລາຍງານສະພາບລວມຂອງບ້ານໂດຍຫຍໍ້ວ່າ: ບ້ານ ວັງມ້າ ໄດ້ສ້າງຕັ້ງຂຶ້ນໃນປີ 1993 ມີ 249 ຄອບຄົວ ປະກອບມີ 3 ເຜົ່າຄື: ເຜົ່າລາວ ເຜົ່າໄທດໍາ ແລະ ເຜົ່າກືມມຸ ມີພົນລະເມືອງທັງໝົດ 1426 ຄົນ ຍິງ 712 ຄົນ ປະຊາຊົນສ່ວນຫຼາຍແມ່ນປະກອບອາຊີບປູກຝັງ-ລ້ຽງສັດ ແລະ ຄ້າຂາຍຈໍານວນໜຶ່ງ ທາງດ້ານພື້ນຖານໂຄງລ່າງການພັດທະນາຂອງບ້ານ ປະກອບມີ ໂຮງຮຽນປະຖົມສົມບູນ 1 ແຫ່ງ ໂຮງຮຽນມັດທະຍົມຕົ້ນ 1 ແຫ່ງ ມີໄຟຟ້າທຸກຫຼັງຄາເຮືອນ ແລະ ອັນໃໝ່ແມ່ນປະຊາຊົນພາຍໃນບ້ານໄດ້ຮັບໂຄງການນໍ້າດື່ມສະອາດ.

    ທ່ານ ຄໍາພາ ແກ້ວມະນີຈັນ ໄດ້ໃຫ້ຮູ້ວ່າ: ນໍ້າເປັນປັດໄຈພື້ນຖານທີ່ສຳຄັນທີ່ສຸດສໍາລັບການດຳລົງຊີວິດຂອງຄົນເຮົາ ນໍາໃຊ້ເຂົ້າໃນຊີວິດປະຈຳວັນເພື່ອການບໍລິໂພກ-ອຸປະໂພກ ແລະ ໃຊ້ເຂົ້າໃນກິດຈະກໍາຕ່າງໆຂອງຄົນ ໂຄງການນໍ້າດື່ມສະອາດ ແມ່ນໄດ້ຮັບການຊ່ວຍເຫຼືອທຶນຈາກຕ່າງປະເທດ ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃນເຂດທຸລະກັນດານ ໃຫ້ເຂົ້າເຖິງນໍ້າ ແລະ ສຸຂະອະນາໄມ ໃນນັ້ນ ພວກເຮົາຈິ່ງໄດ້ຕັດສິນໃຈສ້າງນໍ້າສະອາດໃນບ້ານວັງມ້າ ເພື່ອໃຫ້ປະຊາຊົນໄດ້ຮັບໃຊ້ ໃຫ້ເກີດຜົນປະໂຫຍດ ແລະ ໃນໄລຍະນີ້ ແມ່ນສ້າງສໍາເລັດແລ້ວ ແຕ່ຍັງຢູ່ໃນໄລຍະທົດລອງ ຄາດວ່າຈະໄດ້ມອບໃຫ້ປະຊາຊົນພາຍໃນບ້ານເປັນຜູ້ຄຸ້ມຄອງດູແລ ພາຍໃນເດືອນສິງຫາ 2022 ພາຍຫຼັງມອບໃຫ້ບ້ານແລ້ວ ຈະໄດ້ມີການວາງແຜນຄຸ້ມຄອງໃຫ້ມີປະສິດທິພາບ ເພື່ອຮັບປະກັນການດໍາລົງຊີວິດທີ່ດີຂອງປະຊາຊົນໃນຂອບເຂດບ້ານວັງມ້າໃນປັດຈຸບັນ ກໍຄືອານາຄົດ.

    ໃນວັນດຽວກັນ ທາງຄະນະຍັງໄດ້ເຂົ້າພົບປະກັບທ່ານ ພົງສະຫວັນ ສີລິພັນ ເລຂາພັກເມືອງ ເຈົ້າເມືອງໆສັງທອງ ພ້ອມທັງລາຍງານຈຸດປະສົງໃນການມາຢ້ຽມຢາມຄັ້ງນີ້ໃຫ້ທ່ານເຈົ້າເມືອງຮັບຊາບວ່າ: ເພື່ອເປັນການຊຸກຍູ້ວຽກງານສະມາຄົມ ໃນການພັດທະນາເຂດຊຸມຊົນ ໂດຍສະເພາະແມ່ນໂຄງການນໍ້າສະອາດທີ່ບ້ານວັງມ້າ ບ້ານດອນກາງຂອງ ແລະ ເກັບກໍາຫາງສຽງຄວາມຂັດຂ້ອງໝອງໃຈຂອງປະຊາຊົນ ນອກຈາກນັ້ນ ສູນກາງແນວລາວສ້າງຊາດມີແຜນທີ່ຈະສ້າງສະມາຄົມຊາວກະສີກອນ ເພື່ອເປັນຕົວແທນຊຸກຍູ້ສົ່ງເສີມຊາວກະສິກອນໃຫ້ນໍາໃຊ້ລະບົບເຕັກໂນໂລຊີທີ່ທັນສະໄໝ ເພື່ອຄຸ້ມຄອງການຜະລິດໃຫ້ເປັນລະບົບຢ່າງຕໍ່ເນື່ອງ

# ບຸນມີ

error: Content is protected !!