ຈຳປາສັກ – ນະຄອນດານັງ ສືບຕໍ່ເພີ່ມທະວີສາຍພົວພັນການຮວ່ມມື

    ວັນທີ 6 ກໍລະກົດ 2022 ແຂວງຈຳປາສັກ ແຫ່ງ ສປປ ລາວ ກັບນະຄອນດານັງ ແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະສອງຝ່າຍ ໂດຍມີທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ແລະ ທ່ານ ຫງວຽນ ວັນ ກວ້າງ ກໍາມະການສູນກາງພັກກອມມູນິດຫວຽດນາມ ເລຂາພັກນະຄອນ ຫົວໜ້າຄະນະສະມາຊິກສະພາແຫ່ງຊາດນະຄອນດານັງ ທັງເປັນຫົວໜ້າຄະນະ. 

    ໂອກາດນີ້ ທ່ານເຈົ້າແຂວງຈຳປາສັກ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງທ່ານ ຫງວຽນ ວັນ ກວ້າງ ພ້ອມຄະນະໃນຄັ້ງນີ້ ໃນການພົບປະຄັ້ງນີ້ ສອງຝ່າຍໄດ້ລາຍງານສະພາບລວມການພັດທະນາເສດຖະກິດ-ສັງຄົມ ທ່າແຮງຂອງແຂວງ ນະຄອນ ໃຫ້ກັນຮັບຊາບ ຍົກໃຫ້ເປັນບັນຫາ ແລະ ສິ່ງທ້າທາຍທີ່ຈະຕ້ອງໄດ້ພ້ອມກັນແກ້ໄຂ ພ້ອມທັງໄດ້ຕີລາຄາການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ການຮ່ວມມືວຽກງານໃນໄລຍະຜ່ານມາ ໂດຍສະເພາະ ຊ່ວຍເຫຼືອດ້ານພັດທະນາຊັບພະຍາກອນມະນຸດ ທີ່ສ້າງເງື່ອນໄຂ ສ້າງໂອກາດເຂົ້າເຖິງການພັດທະນາຮ່ວມກັນຢ່າງຮອບ ດ້ານ ບົນພື້ນຖານປະຕິບັດຕາມແຜນນະໂຍບາຍຂອງການນຳຂັ້ນສູງສອງປະເທດ ສົ່ງເສີມບັນດາທ້ອງຖິ່ນລາວ-ຫວຽດນາມ ເພີ່ມທະວີສາຍພົວພັນການຮວ່ມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ນອກນັ້ນ ສອງຝ່າຍກໍມີຂໍ້ສະເໜີເພື່ອປຶກສາຫາລືກິດຈະກໍາການສະເຫຼີມສະຫຼອງສອງວັນປະຫວັດສາດ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ ລະຫວ່າງ ລາວ-ຫວຽດນາມ ຫວຽດນາມ-ລາວ.

    ຈາກນັ້ນ ກໍໄດ້ມີພິທີເຊັນບົດບັນທຶກການຮ່ວມມື 5 ປີ (2023-2027) ລະຫວ່າງອົງການປົກຄອງແຂວງຈຳປາສັກ ແລະ ຄະນະກຳມະການປະຊາຊົນນະຄອນດານັງ ໂດຍການຮ່ວມລົງນາມຂອງທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ແລະ ທ່ານ ໂຮ່ ກີ່ ມິງ ຮອງປະທານຄະນະກໍາມະການປະຊາຊົນນະຄອນດານັງ ມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ ໂດຍສອງຝ່າຍຕົກລົງເຫັນດີທີ່ຈະສືບຕໍ່ຮັກສາການພົບປະແລກປ່ຽນຄະນະທຸກຂັ້ນ ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີມິດຕະພາບແບບພິເສດ ແລະ ການຮ່ວມມືທີ່ເຄີຍມີ ລະຫ່ວາງສອງທ້ອງຖິ່ນ ແຕ່ລະປີ ນະຄອນດານັງມອບທຶນການສຶກສາໃຫ້ແຂວງຈຳປາສັກ (ທຶນ 100%) ມີ: ປະລິນຍາຕີ 5 ທຶນ ປະລິຍາໂທ 5 ທຶນ (ທຶນ 50%) ປະລິນຍາຕີ 4 ທຶນ ແລະ ປະລິນຍາໂທ 4 ທຶນ ແລະ ການຮ່ວມມືສອນພາສາຫວຽດ ທີ່ສູນພາສາຫວຽດ ແຂວງຈໍາປາສັກ ຊ່ວຍເຫຼືອດ້ານການເຝິກອົບຮົມປະສົບການໄລຍະສັ້ນ ແລະ ການຮ່ວມມືໃນວຽກງານປັບປຸງຕົກແຕ່ງຕົວເມືອງ ໂຄງການທີ່ເປັນສັນຍະລັກການຮ່ວມມືມິດຕະພາບລະຫວ່າງສອງທ້ອງຖິ່ນຈໍາປາສັກ ແລະ ດານັງ ນອກຈາກນັ້ນ ສອງຝ່າຍຈະຮ່ວມມືເພີ່ມທະວີການແບ່ງປັນປະສົບການ ແລະ ການຮ່ວມມືໃນຂົງເຂດການດຶງດູດການລົງທຶນ ການຄ້າ ທ່ອງທ່ຽວ ສາທາລະນະສຸກ ເສີມຂະຫຍາຍການຂຸດຄົ້ນທ່າແຮງແລວເສດຖະກິດຕາເວັນອອກ-ຕາເວັນຕົກ ແຕ່ລະປີ ສອງຝ່າຍຕ້ອງຈັດຕັ້ງ ແລະ ເຂົ້າຮ່ວມງານຕະຫຼາດນັດ EWEC (East-West Economic Corridor).

    ໂອກາດດຽວກັນນີ້ ທ່ານ ຫງວຽນ ວັນ ກວ້າງ ກໍຄືຄະນະນຳນະຄອນດານັງ ໄດ້ມອບເງິນຈຳນວນ 500 ລ້ານດົງ ຫຼື ປະມານເກືອບ 400 ລ້ານກີບ ແລະ Tablet ຈໍານວນ 30 ເຄື່ອງ ໃຫ້ແຂວງຈຳປາສັກ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕື່ມອີກ. 

error: Content is protected !!