ວັນທີ 5 ກໍລະກົດ 2022 ຜ່ານມາ ມີກອງປະຊຸມເຊື່ອມໂຍງການຄ້າ ລະຫວ່າງບັນດາຫົວໜ່ວຍທຸລະກິດແຂວງພາກໃຕ້ ພາກກາງ ສປປ ລາວ ກັບບັນດາຫົວໜ່ວຍທຸລະກິດນະຄອນດານັງ ສສ ຫວຽດນາມກອງປະຊຸມຈັດຂຶ້ນຢູ່ສະໂມສອນແຂວງຈໍາປາສັກ ຫຼັກ 4 ນະຄອນປາກເຊ ໂດຍການເຂົ້າຮ່ວມຂອງທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ ທ່ານ ໂຮ ກີ ມິງ ຮອງປະທານ ຜູ້ປະຈໍາການຄະນະກໍາມະການປະຊາຊົນນະຄອນດານັງ ທ່ານ ປອ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ທ່ານ ນາງ ເລ ຖິ ກີມ ເຟືອງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້ານະຄອນດານັງ ມີຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງສາລະວັນ ອັດຕະປື ເຊກອງ ແລະ ສະຫວັນນະເຂດ ບັນດາທ່ານຕາງໜ້າໃຫ້ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ 4 ແຂວງພາກໃຕ້ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ທ່ານ ຫົວໜ້າ ແລະ ຄະນະພະແນກການຄ້າແຕ່ລະແຂວງຂອງລາວ ແລະ ນະຄອນດານັງ ໄດ້ມີຄໍາເຫັນລາຍງານຈຸດພິເສດ ທີ່ຕັ້ງ ທ່າແຮງ ກາລະໂອກາດດ້ານການຄ້າ ການລົງທຶນຮ່ວມມືຂອງນະຄອນດານັງ ພ້ອມນີ້ ທ່ານ ໂຮ ກີ ມິງ ແລະ ທ່ານ ສົມບູນ ເຮືອງວົງສາ ໄດ້ໃຫ້ກຽດມີຄໍາເຫັນ ເຊິ່ງບາງຕອນທ່ານ ສົມບູນ ເຮືອງວົງສາ ໄດ້ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້ ເພື່ອສ້າງເງື່ອນໄຂໃຫ້ແກ່ການເຊື່ອມໂຍງ ແລະ ຮ່ວມມືດ້ານການຄ້າລະຫວ່າງບັນດາຫົວໜ່ວຍທຸລະກິດແຂວງພາກກາງ ແລະ ພາກໃຕ້ ຂອງລາວ ກັບບັນດາຫົວໜ່ວຍທຸລະກິດນະຄອນດານັງ ໃນນາມຕາງໜ້າຄະນະພັກ ອົງການປົກຄອງແຂວງຈຳປາສັກ ຂໍຖືໂອກາດນີ້ ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດອົກສຸດໃຈ ແຂວງຈຳປາສັກ ເປັນແຂວງໜຶ່ງທີ່ມີການພົວພັນກັບບັນດາແຂວງພາກກາງ ແລະ ພາກໃຕ້ ສສ ຫວຽດນາມ ລວມທັງໝົດ 16 ແຂວງ 3 ນະຄອນ ແລະ 1 ສະຖາບັນ ເຊິ່ງມີການເຄື່ອນໄຫວຢ້ຽມຢາມ ເຮັດວຽກ ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ວິຊາການຂອງຂະແໜງການຕ່າງໆຢ່າງເປັນປົກກະຕິ ແລະ ມີບາດກ້າວໃໝ່ທີ່ຕັ້ງໜ້າ ບົນພື້ນຖານການພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ກໍຄືປະຊາຊົນສອງຊາດ ຫວຽດນາມ-ລາວ ເວົ້າລວມ ເວົ້າສະເພາະ ແມ່ນແຂວງຈໍາປາສັກ ແລະ ນະຄອນດານັ້ງ ທີ່ຮັກສາໄດ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ການຮ່ວມມືຮອບດ້ານ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ວຍດີຕະຫຼອດມາ.

ກອງປະຊຸມໃນຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສໍາຄັນ ເພາະເປັນກອງປະຊຸມຍົກບົດບາດຄວາມສໍາຄັນໃນການເຮັດໜ້າທີ່ຊຸກຍູ້ສົ່ງເສີມບັນດາຫົວໜ່ວຍທຸລະກິດຂອງລາວ ໄດ້ພົບປະເຈລະຈາ ແລກປ່ຽນການຊື້-ຂາຍສິນຄ້າຮ່ວມກັນ ລະຫວ່າງທຸລະກິດ ລາວ-ຫວຽດນາມ ພ້ອມນັ້ນ ຫາກມີເງື່ອນໄຂ ຈະໄດ້ເຊັນບົດບັນທຶກຊ່ວຍຈໍາໃນການຮ່ວມມືລະຫວ່າງບັນດາຫົວໜ່ວຍທຸລະກິດດ້ວຍກັນ ເພື່ອຮ່ວມກັນສ້າງຄວາມເຂັ້ມແຂງ ພັດທະນາພື້ນຖານການຜະລິດທີ່ຮັບປະກັນໄດ້ທັງດ້ານປະລິມານ ແລະ ຄຸນນະພາບ ແລະ ມີການແລກປ່ຽນ ຊື້-ຂາຍ ເຊິ່ງກັນ ແລະ ກັນ ລະຫວ່າງສອງປະເທດ ເວົ້າລວມ ເວົ້າສະເພາະ ບັນດາແຂວງພາກກາງພາກໃຕ້ຂອງລາວ ກັບນະຄອນດານັງ ຢ່າງກວ້າງຂວາງ.

ຕ່າງໜ້າອົງການປົກຄອງແຂວງຈຳປາສັກ ກໍຄືໃນນາມສ່ວນຕົວ ຮຽກຮ້ອງ ແລະ ເຊີນຊວນບັນດາຫົວໜ່ວຍທຸລະກິດ ລວມທັງຂະແໜງການຕ່າງໆທີ່ໄດ້ເຂົ້າຮ່ວມໃນມື້ນີ້ ຈົ່ງໄດ້ພ້ອມກັນຍາດແຍ່ງການຮ່ວມມືໃນການພັດທະນາ ກໍຄືການຈັບຄູ່ຮ່ວມມືໃນການພັດທະນາ ເພື່ອສ້າງເງື່ອນໄຂໃນການສ້າງຄວາມເຂັ້ມແຂງໃຫ້ກັບຫົວໜ່ວຍທຸລະກິດ ນັບທັງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ສາມາດແຂ່ງຂັນໄດ້ກັບພາກພື້ນ ແລະ ສາກົນ.
# ບຸນມີ ສີວິໄລ