ທູດລາວ ຍື່ນສານຕາຕັ້ງຕໍ່ຜູ້ສຳເລັດລາຊະການນູແວນເຊລັງ

    ວັນທີ 30 ມິຖຸນາ 2022 ຜ່ານມາ ທີ່ນະຄອນຫຼວງເວວລິງຕັນ ທ່ານ ສິນໃຈ ມະນີວັນ ໄດ້ສໍາເລັດການຍື່ນສານຕາຕັ້ງຕໍ່ພະນະທ່ານ ນາງ ແດມ ຊິນດີ ຄິໂຣ (Dame Cindy Kiro) ຜູ້ສຳເລັດລາຊະການນູແວນເຊລັງ ເພື່ອດໍາເນີນລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາປະເທດ ນູແວນເຊລັງ ໂດຍມີສໍານັກງານສະຖານທູດຕັ້ງຢູ່ນະຄອນຫຼວງແຄນເບີຣາ ປະເທດອົດສະຕຣາລີ. 

    ໃນໂອກາດນີ້ ພະນະທ່ານ ນາງ ແດມ ຊິນດີ ຄິໂຣ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ທ່ານ ສິນໃຈ ມະນີວັນ ທີ່ໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈໍາ ປະເທດນູແວນເຊລັງ. 

    ທ່ານທູດ ສິນໃຈ ມະນີວັນ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ຝາກເຖິງຜູ້ສຳເລັດລາຊະການນູແວນເຊລັງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນແສນອົບອຸ່ນ ແລະ ການອໍານວຍຄວາມສະດວກຕ່າງໆໃນການຈັດພິທີຍື່ນສານຕາຕັ້ງໃຫ້ແກ່ທູດລາວໃນຄັ້ງນີ້. ພ້ອມນີ້ ທ່ານທູດ ສິນໃຈ ມະນີວັນ ກໍໄດ້ຕາງໜ້າໃຫ້ລັດຖະ ບານ ແລະ ປະຊາຊົນແຫ່ງ ສປປ ລາວ ສະແດງຄວາມຂອບໃຈຕໍ່ລັດຖະບານ ກໍຄືປະຊາຊົນນູແວນເຊລັງ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ແມ່ນຂົງເຂດການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ກະສິກໍາປ່າໄມ້ ການທ່ອງທ່ຽວ ການຄຸ້ມຄອງຊັບພະຍາກອນນໍ້າ ແລະ ນໍາໃຊ້ພະລັງງານທົດແທນ ການເກັບກູ້ລະເບີດບໍ່ທັນແຕກ ແລະ ອື່ນໆ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາປະເທດ ແລະ ຫວັງວ່າຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອໃນຊຸມປີຕໍ່ໜ້າ. 

    ພະນະທ່ານຜູ້ສຳເລັດລາຊະການ ໄດ້ສະແດງຄວາມຂອບໃຈ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນນູແວນເຊລັງໃນເວທີພາກພື້ນ ແລະ ສາກົນ ພ້ອມທັງກ່າວວ່າ ນູແວນເຊລັງຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ຮ່ວມມືທີ່ເໝາະສົມກັບ ສປປ ລາວ. ພິທີຍື່ນສານຕາຕັ້ງຄັ້ງນີ້ ໄດ້ຈັດຂຶ້ນ ແລະ ດຳເນີນໄປດ້ວຍບັນຍາກາດທີ່ດີ ແລະ ສົມກຽດ. 

    ສປປ ລາວ ແລະ ນູແວນເຊລັງ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ນັບແຕ່ວັນທີ 07 ກຸມພາ 1963 ເປັນຕົ້ນມາ.

# ຂ່າວ – ພາບ : ໄຊບັນດິດ

error: Content is protected !!