ທ່ານ ໄກຍະສັກ ມະນີວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງນາຊາຍທອງ ນະຄອນຫຼວງວຽງຈັນໄດ້ໃຫ້ສຳພາດໃນວັນທີ 6 ກໍລະກົດ 2022 ວ່າ: ເນື່ອງໃນໂອກາດວັນປ່ອຍປາແຫ່ງຊາດ 13 ກໍລະກົດທີ່ຈະມາເຖິງນີ້ ທາງເມືອງນາຊາຍທອງ ໄດ້ວາງແຜນກະກຽມປ່ອຍປາທັງໝົດ 3 ແສນໂຕ ເປັນຊະນິດປາພັນພື້ນເມືອງ ປະກອບມີ: ປາປາກ ປາເຂັງ ປາກົດ ແລະ ຊະນິດອື່ນໆ ເພື່ອເປັນການສ້າງສະຕິຮັກຫອມຕໍ່ການອະນຸຮັກສັດນໍ້າ-ສັດປ່າ ໃຫ້ບັນດາອົງການຈັດຕັ້ງຕ່າງໆ ນັບທັງພາກລັດ ແລະ ເອກະຊົນ ຕະຫຼອດຮອດນັກຮຽນ ນັກສຶກສາ ປັນຍາຊົນ ແລະ ນ້ອງນ້ອຍເຍົາວະຊົນໃຫ້ຮູ້ເຖິງຄວາມໝາຍຄວາມສຳຄັນຂອງສັດນໍ້າ-ສັດປ່າ ເພື່ອເຮັດໃຫ້ເຂົາເຈົ້າໄດ້ປະກອບສ່ວນເຂົ້າໃນການຂະຫຍາຍພັນສັດ ຄຸ້ມຄອງປົກປັກຮັກສາສັດນໍ້າຂອງຕົນໃຫ້ຖືກຕ້ອງ ສອດຄ່ອງກັບລະບຽບກົດໝາຍບ້ານເມືອງ ເພື່ອເປົ້າໝາຍລວມໃຫ້ມີປະຊາກອນສັດນໍ້າ-ສັດປ່າ ມີຢູ່ຄູ່ທຳມະຊາດ ແລະ ສັງຄົມ ໃຫ້ນັບມື້ຂະຫຍາຍຕົວຂຶ້ນ ໂດຍສະເພາະ ກໍແມ່ນອ່າງນໍ້າຫຸມ-ນໍ້າຊ່ວງ ຂອງເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທັງເພື່ອເປັນການປະຕິບັດກົດໝາຍວ່າດ້ວຍການປະມົງ ແລະ ເປັນການຜັນຂະຫຍາຍກົດໝາຍລົງພື້ນຖານ.

ສຳລັບການປ່ອຍປາປີນີ້ ພິທີໃຫຍ່ແມ່ນຈະໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ ທີ່ອ່າງນໍ້າຊ່ວງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ສ່ວນປາທີ່ຈະນຳມາປ່ອຍ ແມ່ນໄດ້ມາຈາກການປະກອບສ່ວນຂອງພາກສ່ວນຕ່າງໆເປັນຕົ້ນແມ່ນກົມລ້ຽງສັດ ແລະ ການປະມົງຈຳນວນ 100.000 ໂຕ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ 50.000 ໂຕ ເມືອງນາຊາຍທອງ 50.000 ໂຕ ນອກຈາກນັ້ນກໍໄດ້ປຸກລະດົມຈາກພາກສ່ວນກ່ຽວຂ້ອງຕ່າງໆຕື່ມອີກ.


ເມືອງນາຊາຍທອງ ເປັນເມືອງໜຶ່ງທີ່ມີທ່າແຮງບົ່ມຊ້ອນດ້ານການປູກຝັງ-ລ້ຽງສັດ ມີລະບົບຊົນລະປະທານທີ່ສາມາດຕອບສະໜອງນ້ຳເຂົ້າໃນການຜະລິດໄດ້ຕະຫຼອດປີ ທັງເປັນບ່ອນຜະລິດທາດຊີ້ນປາໃຫ້ແກ່ຊາວເມືອງນາຊາຍທອງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນພາຍໃນເມືອງນາຊາຍທອງ ໂດຍມີຂໍ້ຕົກລົງ ຂໍ້ກຳນົດໃນການຄຸ້ມຄອງເຂດສະຫງວນ ການຫາປາຢູ່ໃນອ່າງນ້ຳຫຸມ – ນ້ຳຊ່ວງ ແລະ ມີການຈັດຕັ້ງຄຸ້ມຄອງພັດທະນາອ່າງນ້ຳໃຫ້ມີຄວາມອຸດົມສົມບູນ ໃຫ້ເປັນບ່ອນອະນຸຮັກແນວພັນປາທຳມະຊາດໃຫ້ມີຫຼາກຫຼາຍແນວພັນສັດນ້ຳ ແລະ ໃນແຕ່ລະປີ ກໍໄດ້ມີແຜນປ່ອຍປາລົງສູ່ອ່າງທຸກໆປີ ເພື່ອເປັນການຕອບສະໜອງທາດຊີ້ນປາພາຍໃນເມືອງ ນັບແຕ່ປີ 2009 ສປປ ລາວ ໄດ້ປະກາດນຳໃຊ້ກົດໝາຍວ່າດ້ວຍການປະມົງ ສະບັບເລກທີ 03/ສພຊ ລົງວັນທີ 9 ກໍລະກົດ 2009 ໄດ້ກຳນົດເອົາວັນທີ 13 ກໍລະກົດຂອງທຸກໆປີ ເປັນວັນປ່ອຍປາແຫ່ງຊາດ ການນຳຂອງເມືອງນາຊາຍທອງໄດ້ເອົາໃຈໃສ່ສ້າງຂະບວນການໃນວັນປ່ອຍປາ ແລະ ວັນອະນຸຮັກສັດນ້ຳສັດປ່າແຫ່ງຊາດ 13 ກໍລະກົດ ຂຶ້ນ ເຊີ່ງເຮັດໃຫ້ຂະບວນການດັ່ງກ່າວມີຄວາມໜາຍຄວາມສຳຄັນ ແລະ ມີລັກສະນະກ້ວາງຂວາງ ນັບແຕ່ປີ 1994-2021 ລວມໂຕເລກການປ່ອຍປາ ສັດນ້ຳ ແລະ ສັດປ່າຈຳນວນ 27.031.000 ໂຕ.

# ຂ່າວ – ພາບ : ເພັດສະໝອນ