ຫົວໜ້າ ສກຂ ຊຽງຂວາງ ຮ່ວມສໍາມະນາວິທະຍາສາດຂັ້ນໂຮງຮຽນ ພ້ອມສະຫຼອງ ວິທະຍາໄລກວາງງາຍ ຄົບຮອບ 15 ປີ

    ທ່ານ ບຸນເລື່ອນ ວັນນາຮັກ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ຊຽງຂວາງ ພ້ອມດ້ວຍທ່ານ ທອງວິດາ ບຸນຈັນໄຊ ຮອງຫົວໜ້າຂະແໜງອາຊີວະສຶກສາ ພະແນກ ສກຂ ຊຽງຂວາງ ແລະ ຄະນະທີມງານ ໄດ້ເດີນທາງເຂົ້າຮ່ວມງານສໍາມະນາວິທະຍາສາດຂັ້ນໂຮງຮຽນ ແລະ ພິທີສະເຫຼີມສະຫຼອງວັນສ້າງຕັ້ງວິທະຍາໄລ ກວາງງາຍ (Quang Ngai) ຄົບຮອບ 15 ປີ ທີ່ວິທະຍາໄລ ກວາງງາຍ ສສ ຫວຽດນາມ ໃນວັນທີ 4 ກໍລະກົດ 2022.

    ທ່ານຫົວໜ້າພະແນກ ສກຂ ຊຽງຂວາງ ໄດ້ເຂົ້າຮ່ວມງານສໍາມະນາວິທະຍາສາດຂັ້ນໂຮງຮຽນຂອງວິທະຍາໄລ ກວາງງາຍ ໂດຍມີທ່ານ ປທ ນາງ ວໍ ທິ ງາ (Vo Thi Nga) ປະທານສະພາບໍລິຫານຂອງວິທະຍາໄລ ກວາງງາຍ ພ້ອມຄະນະໃຫ້ກຽດເຂົ້າຮ່ວມ ເຊິ່ງໃນກອງປະຊຸມໄດ້ຮັບຟັງການລາຍງານ ແລະ ຄົ້ນຄວ້າສົນທະນາກ່ຽວກັບເງື່ອນໄຂການຮັບສະໝັກນັກຮຽນເຂົ້າຮຽນຂອງວິທະຍາໄລ ກວາງງາຍ ການພັດທະນາທາງດ້ານການຝຶກອົບຮົມວິຊາຊີບໃຫ້ແກ່ນັກຮຽນ-ນັກສຶກສາ ແລະ ຄົ້ນຄວ້າສົນທະນາບາງຫົວຂໍ້ອື່ນໆຕື່ມອີກ.

    ວັນດຽວກັນ ທ່ານຫົວໜ້າພະແນກ ສກຂ ຊຽງຂວາງ ໄດ້ສືບຕໍ່ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງວິທະຍາໄລ ກວາງງາຍ ຄົບຮອບ 15 ປີ ເຊິ່ງວິທະຍາໄລດັ່ງກ່າວ ຕັ້ງຢູ່ແຂວງກວາງງາຍ ພາກໃຕ້ຂອງປະເທດ ສສ ຫວຽດນາມ ມີຊາຍແດນຕິດກັບແຂວງເຊກອງ ສປປ ລາວ ວິທະຍາໄລແຫ່ງນີ້ ສ້າງຕັ້ງຂຶ້ນໃນວັນທີ 4 ກໍລະກົດ 2007 ມາຮອດປີນີ້ ພໍດີຄົບຮອບ 15 ປີ ໃນນັ້ນ ມີ 14 ສາຂາວິຊາຮຽນ ຄື: ສາຂາການຢາ ພະຍາບານ ຜະດຸງຄັນ ເຕັກນິກການຖ່າຍຮູບທາງການແພດ ເຕັກນິກຫ້ອງທົດລອງທາງການແພດ ສາຂາບໍລິຫານບໍລິການທ່ອງທ່ຽວ ແລະ ທ່ອງທ່ຽວ ບໍລິຫານໂຮງແຮມ ການຄຸ້ມຄອງຮ້ານອາຫານ ແລະ ອາຫານ ເຕັກນິກການປຸງແຕ່ງອາຫານ ວຽກງານສັງຄົມ ການບັນຊີ ເຕັກໂນໂລຊີຂໍ້ມູນຂ່າວສານ ເຕັກໂນໂລຊີວິສະວະກຳໄຟຟ້າ ແລະ ເອເລັກໂຕຣນິກ ສາຂາເຕັກໂນໂລຊີ ວິສະວະກໍາກໍ່ສ້າງ.

    ວິທະຍາໄລແຫ່ງນີ້ ເລີ່ມຮັບນັກສຶກສາລາວມາແຕ່ປີ 2017 ແລະ ໃນແຕ່ລະປີ ຈະມີນັກສຶກສາລາວມາສຶກສາເກືອບ 100 ຄົນ ເຊິ່ງໃນສົກຮຽນ 2021-2022 ວິທະຍາໄລ ກວາງງາຍ ມີນັກສຶກສາລາວມາສຶກສາຕໍ່ທັງໝົດ 125 ຄົນ ຍິງ 93 ຄົນ ແລະ ສົກຮຽນຕໍ່ໄປ ທາງວິທະຍາໄລພ້ອມແລ້ວທີ່ຈະຮັບນັກສຶກສາລາວໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ເພາະທາງວິທະຍາໄລມີແຜນທີ່ຈະຂະຫຍາຍຫໍພັກໃຫ້ນັກສຶກສາລາວຕື່ມອີກ ພ້ອມດຽວກັນນັ້ນ ທາງວິທະຍາໄລໄດ້ມີແຜນຍຸດທະສາດໃນການບໍລິຫານຄຸ້ມຄອງ ພັດທະນາໂຮງຮຽນ ແລະ ພັດທະນາແຕ່ລະສາຂາວິຊາຮຽນໃຫ້ກ້າວໜ້າທັນສະໄໝຍິ່ງໆຂຶ້ນ,

    ສໍາລັບແຂວງຊຽງຂວາງແລ້ວ ຍັງບໍ່ທັນໄດ້ສົ່ງນັກສຶກສາມາສຶກສາຕໍ່ທີ່ວິທະຍາໄລ ກວາງງາຍເທື່ອ ເນື່ອງຈາກຫາແຕ່ລິເລີ່ມມີການພົວພັນຮ່ວມມື ຄາດວ່າໃນສົກຮຽນໜ້ານີ້ ທາງພະແນກສຶກສາທິການ ແລະ ກີລາແຂວງ ຈະພາຍາຍາມນໍາເອົາເນື້ອໃນຈິດໃຈທີ່ໄດ້ເຂົ້າຮ່ວມພິທີຄັ້ງນີ້ ນໍາໄປເຜີຍແຜ່ໃຫ້ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກເຂົ້າໄປຮຽນຢູ່ວິທະຍາໄລແຫ່ງດັ່ງກ່າວຕາມເງື່ອນໄຂຄວາມອາດສາມາດຕົວຈິງ.

error: Content is protected !!