ສີສັດຕະນາກ ມີກໍລະນີຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ ທັງໝົດ 313 ກໍລະນີ

    ທ່ານ ທະນົງສັກ ສິດປະເສີດ ຫົວໜ້າຫ້ອງການສາທາລະນະສຸກເມືອງສີສັດຕະນາກ ໃຫ້ສໍາພາດວັນທີ 6 ກໍລະກົດ 2022 ວ່າ: ເມືອງສີສັດຕະນາກ ລວມມີ 37 ບ້ານ ປັດຈຸບັນ ທົ່ວເມືອງສີສີດຕະນາກມີກໍລະນີຕິດເຊື້ອພະຍາດໄຂ້ຍຸງລາຍສະສົມທັງໝົດ 313 ກໍລະນີ ຍັງບໍ່ມີກໍລະນີເສຍຊີວິດ ກວມເອົາທັງໝົດ 36 ບ້ານ ມີແຕ່ບ້ານ ໜອງຈັນ ທີ່ຍັງບໍ່ມີກໍລະນີລາຍງານ ແລະ ບ້ານໂພນປ່າເປົ້າ ເປັນບ້ານທີ່ເປັນຫຼາຍກວ່າໝູ່ ມີເຖິງ 59 ກໍລະນີ ຮອງມາແມ່ນບ້ານດອນກອຍ ດອນນົກຂຸ້ມ ທົ່ງພານທອງ ດົງສະຫວາດ ຈອມເພັດເໜືອ ຈອມເພັດໃຕ້ ເຊິ່ງສາເຫດຂອງພະຍາດໄຂ້ຍຸງລາຍ ເກີດມາຈາກຍຸງລາຍໂຕແມ່ທີ່ມີເຊື້ອພະຍາດ.

    ຕໍ່ກັບສະພາບການດັ່ງກ່າວ ຫ້ອງການສາທາລະນະສຸກເມືອງສີສັດຕະນາກກໍໄດ້ຕອບໂຕ້ ພາຍຫຼັງທີ່ໄດ້ຮັບຂໍ້ມູນວ່າມີກໍລະນີຄົນເຈັບໃນບ້ານໃດ ກໍຈະໄດ້ປະສານງານຫາອໍານາດການປົກຄອງບ້ານນັ້ນໆ ໂດຍແຕ່ລະກຸ່ມມີ ແພດຮັບຜິດຊອບກຸ່ມບ້ານ ໃຫ້ລົງໄປເບິ່ງຈຸດເຂດບ້ານຄົນເຈັບ ພ້ອມທັງນຳພາຄອບຄົວຄົນເຈັບ ແລະ ຄອບຄົວອ້ອມຂ້າງໃນລັດສະໝີ 200 ແມັດ ເຮັດອະນາໄມໃຫ້ຂວໍ້າກະໂປະ ກະປ໋ອງ ແລະ ເຮັດໃຫ້ເດີ່ນບ້ານເປີດແປນ ເພື່ອບໍ່ໃຫ້ເປັນບ່ອນລີ້ຊ່ອນຂອງຍຸງໂຕແມ່ ພ້ອມນັ້ນ ກໍຍັງໃຫ້ອາສາສະໝັກບ້ານສືບຕໍ່ລົງກວດຈົນຄົບ 4 ອາທິດລຽນຕິດ ຈົນກວ່າບໍ່ມີກໍລະນີເພິ່ມຂື້ນໃໝ່ໃນຈຸດນັ້ນໆ ໄດ້ໂຄສະນາສຸຂະສຶກສາ ໂດຍການແຈກຢາຍ USB ໃຫ້ກັບບ້ານທັງ 37 ບ້ານ ລວມເຖິງໂຮງງານທົ່ວເມືອງສີສັດຕະນາກ ແລະ ຕະຫຼາດສົດອີກຕື່ມ ເພື່ອຈະໄດ້ຮັບຂໍ້ມູນຂ່າວສານທົ່ວເຖິງ ນອກນັ້ນ ໄດ້ແນະນໍາໃຫ້ອຳນາດການປົກຄອງບ້ານເຮັດອະນາໄມລວມໃຫ້ ໂດຍເລີ່ມຈຸດເຮືອນທີ່ມີກໍລະນີຄົນເຈັບ ແລະ ພົ່ນຢາຂ້າຍຸງໂຕແກ່ ກໍລະນີຈຳເປັນເຊັ່ນ: ດັດຊະໜີໜອນນໍ້າສູງເກີນຄ່າມາດຕະຖານ ມີກໍລະນີເກີດເປັນຈຸ້ມ 3 ກໍລະນີຂຶ້ນໄປ.

    ເພື່ອເປັນການປ້ອງກັນແຕ່ຫົວທີ ຫຼີກລ່ຽງການເຈັບເປັນ ແລະ ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ພໍ່ແມ່ປະຊາຊົນ ທຸກຄົວເຮືອນ ແລະ ທຸກຄອບຄົວຈົ່ງຊ່ວຍກັນເຮັດອະນາໄມເຮືອນ ຊ່ວຍສະຫຼະເວລາພຽງອາທິດລະຄັ້ງ ໃຊ້ເວລາພຽງ 5 ນາທີ ກໍາຈັດແຫຼ່ງເພາະພັນໜອນນໍ້າຍຸງລາຍ ດ້ວຍການພ້ອມກັນປະຕິບັດຫຼັກການ 5 ປໍ ເພື່ອຕັດວົງຈອນການເພາະພັນໜອນນໍ້າຍຸງລາຍ ເປັນຕົ້ນ ປິດຝາພາຊະນະທີ່ເກັບນໍ້າໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່ ປ່ຽນນ້ຳ ແລະ ຜັດຖູພາຊະນະ ເຊັ່ນ:ໄຫ ຟຸຍ ອ່າງຂັງນໍ້າ ເຕົ້າດອກໄມ້ ຖາດຮອງຈອກນໍ້າ ນໍ້າຮອງຕີນຕູ້ ປ່ອຍປາຫາງນົກຍຸງເພື່ອກີນໜອນນໍ້າ ປັບປຸງອະນາໄມບໍ່ໃຫ້ມີນໍ້າຂັງ ບໍ່ໃຫ້ມີກະໂປະກະປ໋ອງ ຢາງຕີນລົດເກົ່າ ແລະ ປະຕິບັດເປັນປະຈຳທຸກໆອາທິດ ຖ້າເປັນໄຂ້ໃຫ້ໄປໂຮງໝໍທີ່ໃກ້ບ້ານທ່ານ ບໍ່ໃຫ້ຊື້ຢາມາກິນເອງ ນອກນີ້ ເມືອງຍັງມີເຂື່ອຂ່າຍທະນາຄານປາຫາງນົກຍູງຢູ່ໂຮງຮຽນບ້ານດົງສະຫວາດ ແລະ ວັດດົງສະໝາດ ເຊິ່ງຜູ້ໃດຢາກໄດ້ໄປລ້ຽງ ສາມາດໄປເອົາໄດ້ແບບບໍ່ເສຍຄ່າ.# ຂ່າວ – ພາບ : ຂັນທະວີ

error: Content is protected !!