ນວ ມີຄົນເຈັບຕິດເຊື້ອສະສົມຫຼາຍກວ່າ 3 ພັນກໍລະນີ ເສຍຊີວິດ 4 ຄົນ

    ປັດຈຸບັນ ນະຄອນຫຼວງວຽງຈັນແມ່ນມີຕົວເລກຄົນເຈັບສະສົມພະຍາດໄຂ້ຍຸງລາຍສູງກວ່າແຂວງອື່ນໆ ມີຄົນເຈັບຕິດເຊື້ອສະສົມຫຼາຍກວ່າ 3 ພັນກໍລະນີ ເສຍຊີວິດ 4 ຄົນ ຖືວ່າເປັນຕົວເລກທີ່ສູງສົມຄວນ.

    ອີງຕາມການລາຍງານຂອງພະແນກສາທາລະນະສຸກນະຄອນຫຼວງວຽງຈັນ (ນວ) ໃນວັນທີ 6 ກໍລະກົດ 2022 ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີມາຮອດວັນທີ 5 ກໍລະກົດ 2022 ນີ້ ທົ່ວ ນວ ມີຄົນເຈັບຕິດເຊື້ອພະຍາດໄຂ້ຍຸງສະສົມທັງໝົດ 3.334 ກໍລະນີ ຍິງ 1.765 ກໍລະນີ ເສຍຊີວິດ 4 ຄົນ ໃນນັ້ນ ເມືອງໄຊທານີເປັນເມືອງທີ່ມີອັດຕາຄົນເຈັບຕິດເຊື້ອພະຍາດດັ່ງກ່າວສູງກວ່າເມືອງອື່ນໆ ຈຳນວນ 1.069 ກໍລະນີ ເສຍຊີວິດ 1 ຄົນ ຮອງລົງມາແມ່ນເມືອງໄຊເສດຖາ 657 ກໍລະນີ ເສຍຊີວິດ 1 ຄົນ ເມືອງສີໂຄດຕະບອງ 489 ກໍລະນີ ຈັນທະບູລີ 334 ກໍລະນີ ເສຍຊີວິດ 2 ຄົນ ສີສັດຕະນາກ 313 ກໍລະນີ ຫາດຊາຍຟອງ 243 ກໍລະນີ ນາຊາຍທອງ 179 ກໍລະນີ ສັງທອງ 23 ກໍລະນີ ປາກງື່ມ 27 ກໍລະນີ ສະເພາະວັນທີ 5 ກໍລະກົດ ມີຄົນເຈັບຕິດເຊື້ອໄຂ້ຍຸງລາຍໃໝ່ ຈຳນວນ 84 ກໍລະນີ .

    ເພື່ອປ້ອງກັນພະຍາດດັ່ງກ່າວແຕ່ຫົວທີ ທຸກຄົນ ກໍຄືທຸກຄອບຄົວຕ້ອງຮ່ວມກັນປະຕິບັດຫຼັກການ 5 ປ ຄື:

  • ປິດຝາພາຊະນະທີ່ເກັບນໍ້າໃຫ້ແຈບດີບໍ່ໃຫ້ຍຸງມາໄຂ້ໃສ່
  • ປ່ຽນນໍ້າ ແລະ ຜັດຖູພາຊະນະ
  • ປ່ອຍປາເພື່ອກິນໜອນນໍ້າ
  • ປັບປຸງອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີແຫຼ່ງເພາະພັນ
  • ປະຕິບັດປະຈຳທຸກໆອາທິດ ເພື່ອຕັດວົງຈອນໜອນນໍ້າຍຸງລາຍ.

     ພະຍາດໄຂ້ຍຸງລາຍ ສາເຫດເກີດຈາກເຊື້ອຈຸລະໂລກ ຫຼື ເຊື້ອໄວຣັດ ຕິດຕໍ່ໂດຍຍຸງລາຍກັດໃນເວລາກາງເວັນ ສຳລັບອາການ ມີໄຂ້ສູງ 2-3 ວັນ ປວດຫົວ ປວດກະໂບງຕາ ປວດກ້າມຊີ້ນ ປວດຕາມຂໍ້ກະດູກ ປວດຮາກ ມີຜື່ນແດງຕາມຜິວໜັງ ເລືອດຊຶມຕາມເຍື່ອເມືອກ ຖ້າມີອາການຮຸນແຮງ ຈະມີອາການຊ໋ອກ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!