ສະເໜີປັບປຸງບາງມາດຕາຮ່າງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ

    ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ວັນທີ 6 ກໍລະກົດ 2022 ທີ່ຫໍສະພາແຫ່ງຊາດ ໂດຍເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ບັນດາ ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ພິຈາລະນາ ປະກອບຄໍາເຫັນໃສ່ບົດສະເໜີ ຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ທີ່ສະເໜີໂດຍທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

    ທ່ານ ນາງ ບຸນຄໍາ ວໍລະຈິດ ສະເໜີຮ່າງກົດໝາຍດັ່ງກ່າວວ່າ: ກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນ ນໍ້າ ສະບັບປັບປຸງ ເລກທີ23/ສພຊ ປີ 2017 ຜ່ານມາ ໄດ້ຜັນຂະຫຍາຍແນວທາງຂອງພັກ-ລັດ ກ່ຽວກັບວຽກງານຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ ທີ່ໄດ້ວາງອອກແຕ່ລະໄລຍະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງນັບມື້ດີຂຶ້ນ  ຜ່ານການຈັດ ຕັ້ງປະຕິບັດກົດໝາຍສະບັບນີ້ ເຫັນວ່າ ວຽກງານຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ ໂດຍສະເພາະ ການອວ່າຍແລວນໍ້າ ແມ່ນຍັງບໍ່ໄດ້ອະນຸຍາດໃຫ້ບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງດໍາເນີນການອວ່າຍແລວນໍ້າ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 67 ຂໍ້ 3 ຂອງກົດໝາຍສະບັບນີ້  ແຕ່ເນື່ອງຈາກສະພາບການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່ ເຊິ່ງມີຄວາມຈໍາເປັນຕ້ອງມີການອວ່າຍແລວນໍ້າ ເພື່ອເປົ້າໝາຍການນໍາໃຊ້ຊັບພະຍາກອນນໍ້າ ຫຼື ເພື່ອຈຸດປະສົງອື່ນ.

    ສະນັ້ນ ຈຶ່ງເກີດມີສະພາບການຂໍອະນຸຍາດຍົກເວັ້ນການປະຕິບັດມາດຕາດັ່ງກ່າວ ໂດຍໄດ້ຂໍອະນຸຍາດດໍາເນີນການອວ່າຍແລວນໍ້າ ໃນໂຄງການຈໍານວນໜຶ່ງ ເປັນຕົ້ນ ການອວ່າຍແລວນໍ້ານໍ້າກອກ ແລະ ຫ້ວຍຄຽງ ຂອງໂຄງການຂະຫຍາຍບໍ່ຄໍາເຊໂປນ ການອວ່າຍແລວນໍ້າເຊກອງ ຂອງໂຄງການໄຟຟ້າພະລັງງານຄວາມຮ້ອນເຊກອງ ອັນເປັນສາເຫດ ແລະ ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ສະບັບປັບປຸງປີ 2017 ແນໃສ່ເພື່ອເຮັດໃຫ້ວຽກງານການອວ່າຍແລວນໍ້າມີຄວາມຖືກຕ້ອງຕາມກົດໝາຍ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃນໄລຍະໃໝ່  ກົດໝາຍສະບັບປັບປຸງດັ່ງກ່າວ ໄດ້ຖືກນໍາໃຊ້ເປັນເວລາ 5 ປີ. ຜ່ານການຈັດຕັ້ງປະຕິບັດ ເຫັນວ່າເນື້ອໃນຂອງກົດໝາຍສະບັບດັ່ງກ່າວຍັງບໍ່ທັນຄົບຖ້ວນ ແລະ ຈະແຈ້ງ ໂດຍສະເພາະ ການກໍານົດກ່ຽວກັບການອວ່າຍແລວນໍ້າ ເຊິ່ງເຮັດໃຫ້ການຈັດຕັ້ງປະຕິບັດບໍ່ເປັນເອກະພາບກັນ  ການກໍານົດຄວາມຮັບຜິດຊອບຂອງວຽກງານຄຸ້ມຄອງການອວ່າຍແລວນໍ້າ ແມ່ນຍັງບໍ່ໄດ້ລະບຸກ່ຽວກັບຄວາມໝາຍ ແລະ ການຕົກລົງຂອງການອວ່າຍແລວນໍ້າໃຫ້ຈະແຈ້ງ ແລະ ບໍ່ທັນສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມໄລຍະໃໝ່   ຈາກບັນຫາດັ່ງກ່າວ ເພື່ອເຮັດໃຫ້ກົດໝາຍສະບັບນີ້ມີຄວາມຊັດເຈນກວ່າເກົ່າ ສອດຄ່ອງກັບສະພາບ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານນໍ້າ ແລະ ຊັບພະຍາກອນນ້ຳໃນປັດຈຸບັນ ແລະ ອະນາຄົດ ລວມທັງວິໄສທັດຍຸດທະສາດ ແລະ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຫຼັກການຂອງສາກົນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈຶ່ງສະເໜີປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ສະບັບປັບປຸງ ປີ 2017 ຄື: ມາດຕາ 36 ເປົ້າໝາຍການນໍາໃຊ້ແຫຼ່ງນໍ້າ ແລະ ມາດຕາ 67 ຂໍ້ຫ້າມ ແນໃສ່ເພື່ອເຮັດໃຫ້ການຄຸ້ມຄອງການປົກປັກຮັກສາການນໍາໃຊ້ການນໍາໃຊ້ ແລະ ການພັດທະນາ ແລະ ຂຸດຄົ້ນຊັບພະຍາກອນນໍ້າ ຮັບປະກັນດ້ານຄຸນນະພາບ ແລະ ປະລິມານຫຼຸດຜ່ອນຜົນກະທົບທີ່ບໍ່ດີຕໍ່ຊີວິດ ແລະ ສິ່ງແວດລ້ອມໃຫ້ມີຄວາມຍືນຍົງ.        

     ສຳລັບໂຄງປະກອບຂອງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນໍ້າ ແລະຊັບພະຍາກອນນໍ້າ ເນື້ອໃນທີ່ມີການປັບປຸງ ແລະ ເພີ່ມເຂົ້າໃໝ່ຄື: ພາກທີ V ການນໍາໃຊ້ ແລະ ການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ໝວດທີ 1 ການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ໄດ້ປັບປຸງ 1 ມາດຕາ ແລະ ເພີ່ມໃໝ່ 2 ມາດຕາ ຄື: ມາດຕາ 36 (ປັບປຸງ) ເປົ້າໝາຍການນໍາໃຊ້ແຫຼ່ງນໍ້າ ມາດຕາ 36/1 ການອວ່າຍແລວນໍ້າ ມາດຕາ 36/2 ອົງການລັດທີ່ມີສິດຕົກລົງອວ່າຍແລວນໍ້າ ພາກທີ X ຂໍ້ຫ້າມ  ໄດ້ປັບປຸງ 1 ມາດຕາ ຄື: ມາດຕາ 67 (ປັບປຸງ) ຂໍ້ຫ້າມທົ່ວໄປ.

  ພາຍຫຼັງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ໄດ້ຮັບຮອງ ແລະ ປະກາດໃຊ້ແລ້ວ ຈະກາຍເປັນນິຕິກຳພື້ນຖານໃຫ້ແກ່ວຽກງານການຄຸ້ມຄອງ ຕິດຕາມ ແລະ ກວດການໍ້າ ແລະ ຊັບພະຍາກອນນໍ້າໃຫ້ມີປະສິດທິຜົນກວ່າເກົ່າຕາມທິດຍືນຍົງ ແລະ ສີຂຽວ.

error: Content is protected !!