ກະຊວງແຜນການ ແລະ ການລົງທຶນ ປະກາດການຈັດຕັ້ງໃໝ່

    ວັນທີ 5 ກໍລະກົດ 2022 ຜ່ານມາ ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດພິທີປະກາດການຈັດຕັ້ງ ໂດຍເປັນປະທານຂອງທ່ານນາງ ຄຳຈັນ ວົງແສນບຸນ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງ ຜທ ມີຄະນະປະຈໍາພັກ ຄະນະພັກ ຫົວໜ້າ-ຮອງຫົວໜ້າກົມ ຫົວໜ້າ-ຮອງຫົວໜ້າພະແນກກົມກ່ຽວຂ້ອງ ແລະ ພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມ.

    ພິທີໃນ ທ່ານ ບຸນມີ ວິໄລຈິດ ກໍາມະການຄະນະບໍລິຫານງານພັກ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຜທ ໄດ້ຜ່ານດຳລັດ ແລະ ບັນດາຂໍ້ຕົກລົງຂອງຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ສັບຊ້ອນຂັ້ນຫົວໜ້າກົມ ແລະ ຮອງຫົວໜ້າກົມ ມີລາຍຊື່ດັ່ງນີ້:

  1. ແຕ່ງຕັ້ງ ທ່ານ ຄຳພັນ ຈະເລີນຜົນ ເປັນຫົວໜ້າກົມສະຖິຕິເສດຖະກິດ ສູນສະຖິຕິແຫ່ງຊາດ
  2. ແຕ່ງຕັ້ງ ທ່ານ ວິໄຊ ສັນຕິວົງ ເປັນຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ ສູນສະຖິຕິແຫ່ງຊາດ
  3. ສັບຊ້ອນ ທ່ານ ກິ່ງເພັດ ອາສະນາວົງ ຮອງຫົວໜ້າກົມບໍລິການສະຖິຕິ ໄປຮັບໜ້າທີ່ໃໝ່ ແລະ ແຕ່ງຕັ້ງເປັນຮອງຫົວໜ້າຫ້ອງການສູນສະຖິຕິແຫ່ງຊາດ
  4. ສັບຊ້ອນ ທ່ານ ວຽງຊຳ ວິໄລສຸກ ຫົວໜ້າພະແນກກົມຈັດຕັ້ງ ແລະ ພະນັກງານ ໄປຮັບໜ້າທີ່ໃໝ່ ແລະ ແຕ່ງຕັ້ງເປັນຮອງຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ ສູນສະຖິຕິແຫ່ງຊາດ
  5. ສັບຊ້ອນ ທ່ານ ນາງ ບາງທອງ ທິບສົມພັນ ຫົວໜ້າພະແນກກົມຮ່ວມມືສາກົນ ໄປຮັບໜ້າທີ່ໃໝ່ ແລະ ແຕ່ງຕັ້ງເປັນຮອງຫົວໜ້າກົມສະຖິຕິເສດຖະກິດ ສູນສະຖິຕິແຫ່ງຊາດ
  6. ສັບຊ້ອນ ທ່ານ ນາງ ໄຜ່ຄຳ ຕຸນາລົມ ຫົວໜ້າພະແນກກົມຮ່ວມມືສາກົນ ໄປຮັບໜ້າທີ່ໃໝ່ ແລະ ແຕ່ງຕັ້ງເປັນຮອງຫົວໜ້າຫ້ອງການສູນສະຖິຕິແຫ່ງຊາດ
  7. ແຕ່ງຕັ້ງ ທ່ານ ກູ່ທອງ ສົມມາລາ ເປັນຮອງຫົວໜ້າກົມຮ່ວມມືສາກົນ
  8. ແຕ່ງຕັ້ງ ທ່ານ ເພັດສະຫວັນ ບຸດລາສີ ເປັນຮອງຫົວໜ້າກົມສະຖິຕິສັງຄົມສູນສະຖິຕິແຫ່ງຊາດ ພ້ອມກັນນີ້ ກໍໄດ້ປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານຂັ້ນຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກຈຳນວນໜຶ່ງ ພາຍໃນສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ..

# ຂ່າວ – ພາບ : ຊິລິການດາ

error: Content is protected !!