ສື່ມວນຊົນຈາກເກືອບ 20 ປະເທດ ຮຽນຮູ້ກ່ຽວກັບການແຕ້ມຮູບແບບດັ່ງເດີມຂອງຈີນ

    ສື່ມວນຊົນເກືອບ 30 ຄົນ ຈາກເກືອບ 20 ປະເທດ ທັງຈາກປະເທດໃນອາຊີ ແລະ ອາຟຣິກກາ ໄດ້ຮຽນຮູ້ກ່ຽວກັບການແຕ້ມຮູບແບບດັ່ງເດີມຂອງຈີນຢູ່ຂອບເຂດທີ່ພັກນັກການທູດໃນນະຄອນຫຼວງປັກກິ່ງແຫ່ງ ສປ ຈີນ ໃນວັນທີ 4 ກໍລະກົດ 2022 ໂດຍມີທ່ານ ນາງ Xiao Shufang ນັກແຕ້ມຮູບທີ່ມີຊື່ສຽງຂອງຈີນ ແລະ ຄະນະ ມາບັນຍາຍໃຫ້ຮູ້ກ່ຽວກັບຄວາມເປັນມາ ແລະ ວິທີແຕ້ມຮູບແບບດັ່ງດີມຂອງຈີນທີ່ມີມາແຕ່ບູຮານນະການ ເຊີ່ງການແຕ້ມຮູບດັ່ງກ່າວ ບໍ່ໄດ້ເປັນພຽງການແຕ້ມຮູບພຽງຢ່າງດຽວເທົ່ານັ້ນ ແຕ່ພາບທີ່ແຕ້ມອອກມາ ທັງພາບກ່ຽວກັບທໍາມະຊາດ ຄົນ ສັດ ວັດຖຸສິ່ງຂອງ ແລະ ອື່ນໆ ແມ່ນເຕັມໄປດ້ວຍບົດກະວີ ຄໍາສອນ ຄໍາກອນ ແລະ ອື່ນໆ ທີ່ມີເນື້ອໃນຢ່າງອຸດົມສົມບູນ ເພື່ອສັ່ງສອນຄົນໃນການດໍາລົງຊີວິດໃຫ້ຖືກຕ້ອງໃນສັງຄົມ.

    ປັດຈຸບັນ ເຖີງວ່າຍຸກສະໄໝໄດ້ປ່ຽນແປງໄປ ເຮັດໃຫ້ສາມາດນໍາໃຊ້ເຕັກນິກໃໝ່ເຂົ້າໃນການແຕ້ມໄດ້ງ່າຍດາຍຂຶ້ນ ແຕ່ຄວາມໝາຍຂອງຮູບແຕ້ມຍັງເລິກເຊິ່ງ ແລະ ເຕັມໄປດ້ວຍເນື້ອໃນທີ່ອຸດົມສົມບູນຄືເກົ່າ ຈິ່ງເຮັດໃຫ້ຮູບແຕ້ມໃນປະເທດຈີນໄດ້ຮັບຄວາມນິຍົມ ທັງເປັນຊັບສົມບັດອັນລໍ້າຄ່າດ້ານວັດທະນະທໍາຂອງຈີນຕະຫຼອດມາ ນອກຈາກໄດ້ຮັບຟັງປະຫວັດຄວາມມາຂອງການແຕ້ມຮູບແບບດັ່ງເດີມຂອງຈີນ ສື່ມວນຊົນທັງໝົດ ຍັງໄດ້ຮຽນແຕ້ມຮູບຕົວຈິງຕາມຮູບແບບດັ່ງເດີມຂອງຈີນ ຕື່ມອີກ.

    ສໍາລັບສື່ມວນຊົນເກືອບ 30 ຄົນ ຈາກເກືອບ 20 ປະເທດທີ່ເດີນທາງມາ ສປ ຈີນ ໃນຄັ້ງນີ້ ແມ່ນເພື່ອເຂົ້າໂຄງການສູນສື່ຂ່າວສາກົນ 2022 ( China International Press Communication Center 2022 Program: CIPCC) ທີ່ CIPCC ຈັດຂຶ້ນໃນລະຫວ່າງເດືອນມິຖຸນາ ຫາເດືອນພະຈິກ ປີ 2022 ພາຍໃຕ້ໂຄງການນີ້ ສື່ມວນຊົນຈະໄດ້ເຄື່ອນໄຫວຫຼາຍກິດຈະກໍາສໍາຄັນ ເປັນຕົ້ນ: ການສໍາພາດ ແລະ ລາຍງານຂ່າວກ່ຽວກັບສະພາບການພັດທະນາປະເທດຂອງຈີນ ບັນດາເຫດການສໍາຄັນທີ່ເກີດຂຶ້ນຢູ່ຈີນ ການທັດສະນະສຶກສາບັນດາສະຖານທີ່ສໍາຄັນ ແລະ ອື່ນໆ ເພື່ອສ່ອງແສງໃຫ້ເຫັນເຖີງບົດຮຽນທີ່ດີຂອງຈີນໃນການພັດທະນາປະເທດທີ່ມີພົນລະເມືອງປຽບເໝືອນຫຼັງຄາໂລກ ແຕ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດນັບມື້ຈະເລີນຮຸ່ງເຮືອງ ຈົນກາຍເປັນປະເທດທີ່ມີເສດຖະກິດຂະຫຍາຍຕົວເປັນອັນດັບສອງຂອງໂລກ ແລະ ຈັດຢູ່ໃນປະເທດມະຫາອໍານາດອັນດັບຕົ້ນຂອງໂລກໃນປັດຈຸບັນນີ້.

# ບຸນມີ ສີວິໄລ

error: Content is protected !!