ທີມງານ ອູ່ອິນເຕີຊິງ ມອບເຄື່ອງຊ່ວຍເຫຼືອໃຫ້ຫ້ອງເຕັກນິກ ວິທະຍາຄານກົມມະດຳ

    ທີມງານ ອູ່ອິນເຕີຊິງ ນຳເຄື່ອງເຄື່ອງພິມ ແລະ ເຄື່ອງກີລາ ມູນຄ່າ 5 ລ້ານກີບ ມາມອບໃຫ້ຫ້ອງເຕັກນິກວິທະຍາຄານກົມມະດຳ ເພື່ອນໍາໃຊ້ໃນໜ້າທີ່ວຽກງານ ແລະ ຂະບວນການຕ່າງໆຂອງກົມກອງ ທັງເປັນການສ້າງສາຍພົວພັນຄວາມສາມັກຄີເຊິ່ງກັນ ແລະ ກັນ ລະຫວ່າງສອງຝ່າຍໃຫ້ນັບແໜ້ນຂຶ້ນເລື້ຶອຍໆ.

    ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນວັນທີ 5 ກໍລະກົດ 2022 ຢູ່ວິທະຍາຄານດັ່ງກ່າວ ເຊິ່ງມອບໂດຍທ່ານ ສົມນຶກ ອິນດາວົງ ຕາງໜ້າໃຫ້ທີມງານ ອູ່ອິນເຕີຊິງ ແລະ ຮັບໂດຍທ່ານ ພັນໂທ ໄຊຍະວົງ ພົມມະຈັນ ຮອງຫົວໜ້າຫ້ອງເຕັກນິກ ວິທະຍາຄານກົມມະດຳ ມີພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ ພັນໂທ ໄຊຍະວົງ ພົມມະຈັນ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນທີມງານ ອູ່ອິນເຕີຊິງ ທີ່ເຫັນໄດ້ຄວາມສຳຄັນ ແລະ ຄວາມຈຳເປັນໃນການປະຕິບັດໜ້າທີ່ວຽກງານໃນກົມກອງ ໂດຍສະເພາະ ການພິມເອກະສານໃຫ້ມີຄວາມສະດວກວ່ອງໄວ ກໍຄືການສ້າງຂະບວນການກີລາ ພ້ອມທັງຈະນຳເອົາອຸປະກອນທີ່ໄດ້ຮັບຄັ້ງນີ້ ໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.

error: Content is protected !!