ຜູ້ຂຽນເຄີຍສະເໜີໄປແລ້ວວ່າ ໂທດ ແມ່ນມາດຕະການບັງຄັບຂອງລັດ ທີ່ກຳນົດໄວ້ໃນກົດໝາຍອາຍາ ນຳໃຊ້ເພື່ອຈຳກັດສິດ ຕັດສິດ ແລະ ຜົນປະໂຫຍດຂອງຜູ້ກະທຳຜິດ ໝາຍຄວາມວ່າ ຜູ້ທີ່ຖືກລົງໂທດຕັດອິດສະລະພາບ ຈະບໍ່ໄດ້ຮັບສິດຄືກັບຄົນທົ່ວໄປ ເຊັ່ນ: ສິດໃນການເຄື່ອນໄຫວໄປມາຢ່າງເສລີ ສິດສະໝັກຮັບເລືອກຕັ້ງເຫຼົ່ານີ້ເປັນຕົ້ນ ຄວາມຈິງການລົງໂທດບໍ່ມີຈຸດປະສົງລົງໂທດຕໍ່ຜູ້ກະທຳຜິດ ເພື່ອບໍ່ໃຫ້ຜູ້ກ່ຽວໄປກະທຳຜິດໃໝ່ ຫຼື ຈຳກັດທີ່ຢູ່ຂອງຜູ້ກ່ຽວໃຫ້ແຄບລົງເທົ່ານັ້ນ ແຕ່ຫາກຍັງມີຈຸດປະສົງອື່ນທີ່ສຳຄັນກວ່ານັ້ນ ແມ່ນເພື່ອດັດສ້າງ ແລະ ສຶກສາອົບຮົມຜູ້ກະທຳຜິດໃຫ້ຫັນປ່ຽນແນວຄິດ ແລະ ການກະທຳຂອງຕົນ ແລ້ວກາຍເປັນພົນລະເມືອງດີຂອງສັງຄົມ ຮູ້ຈັກອອກແຮງງານທຳການຜະລິດ ຮູ້ຈັກຮັກຄອບຄົວ ຮັກພໍ່ແມ່ ຮັກລູກຮັກເມຍ ຮັກພີ່ນ້ອງປ້ອງປາຍ ດຳລົງຊີວິດ ແລະ ຫາຢູ່ທຳກິນດ້ວຍຄວາມຖືກຕ້ອງ ພາຍໃຕ້ກົດໝາຍກຳນົດ. ລັດເຮົາເວລາໃດກໍເອົາໃຈໃສ່ປະຕິບັດນະໂຍບາຍຜູ້ກະທຳຜິດ ຕໍ່ຜູ້ຖືກຫາ ຕໍ່ຈຳເລີຍ ແລະ ນັກໂທດຕະຫຼອດໄລຍະຂອງການດຳເນີນຄະດີຕາມຂະບວນການຍຸຕິທຳ ໂດຍສະເພາະ ໄດ້ກຳນົດຫຼັກການລວມຂອງການວາງໂທດ ສາເຫດທີ່ພາໃຫ້ມີການຫຼຸດຜ່ອນຄວາມຮັບຜິດຊອບທາງອາຍາ ການວາງໂທດທີ່ຕ່ຳກວ່າກົດໝາຍກຳນົດໄວ້ ການພາກໂທດ ລວມທັງການຄິດໄລ່ການກັກຂັງພາງເຂົ້າໃນການປະຕິບັດໂທດນຳອີກດ້ວຍ. ນອກຈາກນີ້ຍັງມີການໃຫ້ອະໄພຍະໂທດ ຫຼຸດຜ່ອນໂທດ ຫຼື ລົບລ້າງໂທດທີ່ຍັງເຫຼືອ ການນິລະໂທດກຳ ໂດຍການລົບລ້າງການກະທຳຜິດທາງອາຍາໃດໜຶ່ງ.
ສະນັ້ນ ໃນປະມວນກົດໝາຍອາຍາກໍໄດ້ກຳນົດ ການປ່ອຍຕົວກ່ອນກຳນົດໂດຍມີເງື່ອນໄຂເອົາໄວ້ ໂດຍສອດຄ່ອງກັບຫຼັກການມະນຸດສະທຳ ໃນນີ້ການປ່ອຍຕົວກ່ອນກຳນົດ ແມ່ນການປ່ອຍຕົວນັກໂທດ ຊຶ່ງໄດ້ປະຕິບັດໂທດສ່ວນໃດສ່ວນໜຶ່ງມາແລ້ວ ມີຄວາມກ້າວໜ້າ ໄດ້ຝຶກຝົນຫຼໍ່ຫຼອມຕົນເອງ ເປັນແບບຢ່າງໃນການປະຕິບັດລະບຽບຂອງຄ້າຍດັດສ້າງ ແລະ ການອອກແຮງງານ ໄດ້ມີການປ່ຽນທາງດ້ານທັດສະນະແນວຄິດ ແລະ ໄດ້ມີຄວາມຮູ້ກິນແໜງ ຕໍ່ການກະທຳທີ່ບໍ່ຖືກຕ້ອງຂອງຕົນໃນໄລຍະຜ່ານມາ ແຕ່ເຖິງຢ່າງໃດກໍຕາມນັກໂທດຜູ້ທີ່ຈະໄດ້ຮັບການປ່ອຍຕົວກ່ອນກຳນົດໂດຍມີເງື່ອນນັ້ນ ຈະຕອ້ງແມ່ນນັກໂທດທີ່ໄດ້ປະຕິບັດໂທດມາແລ້ວຄື: 1. ເຄິ່ງໜຶ່ງ ສຳລັບຜູ້ກະທຳຜິດທີ່ມີອາຍຸຕ່ຳກວ່າສິບແປດປີ ໃນເວລາກະທຳຜິດ ຕົວຢ່າງ ທ້າວ ແຫກ ໄດ້ໄປກະທຳຜິດໃນຂໍ້ຫາ ຊີງຊັບຂອງພົນລະເມືອງ ແຕ່ໃນເວລາກະທຳຜິດ ທ້າວ ແຫກ ມີອາຍຸ 17 ປີ ຜູ້ກ່ຽວຖືກສານຕັດສີນລົງໂທດຕັດອິດສະຫຼະພາຍ 6 ເດືອນ. ສະນັ້ນ ໃນກໍລະນີທີ່ຄຳຮ້ອງຂອງພໍ່ ຫຼື ແມ່ຂໍໃຫ້ປ່ອຍຕົວກ່ອນກຳນົດໂດຍມີເງື່ອນໄຂນັ້ນ ທ້າວ ແຫກຕ້ອງໄດ້ປະຕິບັດໂທດກ່ອນ 3 ເດືອນ ພ້ອມກັນນີ້ ໃນເວລາປະຕິບັດໂທດ ຜູ້ກ່ຽວກໍໄດ້ເອົາໃຈໃສ່ປະຕິບັດລະບຽບການຂອງຄ້າຍດັດສ້າງເປັນຢ່າງດີ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກການຈັດຕັ້ງ ແລະ ບຸກຄົນອ້ອມຂ້າງ. ຜູ້ກ່ຽວມີການຫັນປ່ຽນທັດສະນະແນວຄິດ ແລະ ຮູ້ໄດ້ວ່າສິ່ງທີ່ຕົນເອງໄດ້ກະທຳມາເຮັດໃຫ້ມີຜົນກະທົບຕໍ່ສັງຄົມສ່ວນລວມ ແລະ ບຸກຄົນ. ໃນທາງກົງກັນຂ້າມ ຫາກຜູ້ກ່ຽວບໍ່ຫັນປ່ຽນແນວຄິດຈິດໃຈ ແລະ ການກະທຳ ມີການເຄື່ອນໄຫວກະທຳຜິດຢູ່ໃນເວລາປະຕິບັດໂທດ ມີການລະເມີດລະບຽບຂອງຄ້າຍດັດສ້າງ ບໍເຄົາລົບການຈັດຕັ້ງ ເຖິງຈະຢູ່ໄດ້ 3 ຫຼື 4 ເດືອນກໍບໍ່ມີເງື່ອນທີ່ຈະໄດ້ຮັບການປ່ອຍຕົວກ່ອນກຳນົດຢ່າງເດັດຂາດ; 2. ສອງສ່ວນສາມ ສຳລັບຜູ້ກະທຳຜິດທີ່ມີອາຍຸແຕ່ ສິບແປດປີ ຂຶ້ນໄປໃນເວລາກະທຳຜິດ; 3. ສິບຫ້າປີ ສຳລັບຜູ້ກະທຳຜິດທີ່ປະຕິບັດໂທດຕັດອິດສະຫຼະພາບຕະຫຼອດຊີວິດ ສິ່ງທີ່ທຸກຄົນຄວນຈື່ຈຳໃນການປ່ອຍຕົວກ່ອນກຳນົດໂດຍມີເງື່ອນໄຂນີ້ ຈະບໍ່ສາມາດປະຕິບັດນະໂຍບາຍຕໍ່ຜູ້ກະທຳຜິດທີ່ບໍ່ເຂັດຫຼາບ ແລະ ຜູ້ຖືກລົງໂທດປະຫານຊີວິດ ແລ້ວປ່ຽນມາເປັນໂທດຕັດອິດສະຫຼະພາບນັ້ນ ແມ່ນບໍ່ອະນຸຍາດໃຫ້ປ່ອຍຕົວໄດ້.