ມອບ​​ໃບ​ຢັ້ງ​ຢືນຈົບ​ຊຸດ​ອົບ​ຮົມ​ລະ​ບາດ​ວິ​ທະ​ຍາ​ພາກ​ສະ​ໜາມ

    ພິ​ທີ​ມອບ​ຮັບ​ໃບ​ຢັ້ງ​ຢືນຈົບ​ຊຸດ​ອົບ​ຮົມ ​ລະ​ບາດ​ວິ​ທະ​ຍາ​ພາກ​ສະ​ໜາມ ຮຸ່ນ​ທີ 13  ໄດ້​ຈັດຂຶ້ນ​ໃນ​​ວັນ​ທີ 5 ກໍລະກົດ 2022 ຢູ່​ໂຮງ​ແຮມຄຣາວ ພລາຊາ ນະ​ຄອນຫຼວງວຽງ​ຈັນ  ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະ​ຊວງ​ສາ​ທາ​ລະ​ນະ​ສຸກ ທ່ານນາງ Joy Sakurai ອຸ​ປະ​ທູດ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ປະ​ຈຳ ສ​ປ​ປ ລາວ ແລະ ທ່ານນາງ Ying-Ru J. LO  ຜູ້ຕາງໜ້າ​ອົງ​ການ​ອະ​ນາ​ໄມ​ໂລກ ປະ​ຈຳ​ ສປປ ລາວ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ມີຜູ້​ຕາງໜ້າຈາກບັນດາ​ກະ​ຊວງ ກົມ ສູນ ສະ​ຖາ​ບັນ ແລະ ອົງການ DTRA USCDC WHO ເຂົ້າ​ຮ່ວມ.

    ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ​ສົມທົບກັບກົມຄວບຄຸມພະຍາດຕິດຕໍ່ ອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່ ສູນປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ສະຫະລັດອາເມຣິກາ ແລະ ອົງ​ການ​ອະ​ນາ​ໄມ​ໂລກ ໄດ້ຈັດພິ​ທີ​ມອບ​ຮັບ​ໃບ​ຢັ້ງ​ຢືນ​ໃຫ້​ນັກ​ສຶກ​ສາ​ຜູ້​ທີ່​ຈົບຫຼັກ​ສູດ​ລະ​ບາດ​ວິ​ທະ​ຍາ ເພື່ອ​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຜົນ​ສຳ​ເລັດ​ທີ່​ນັກ​ສຶກ​ສາ​ຍາດ​ມາ​ໄດ້.

     ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ ໄດ້​ຈັດຊຸດ​ອົບ​ຮົມ​ລະ​ບາດ​ວິ​ທະ​ຍາ​ພາກ​ສະ​ໜາມ ​ແຕ່​ປີ 2009 ຈົນ​ເຖິງ​ປັດຈຸບັນ ໃນ​ແຕ່​ລະ​ປີ​ ມີ​ນັກ​ສຶກ​ສາ​ເຂົ້າ​ຮ່ວມ​ທັງ​ໜົດ 8 ທ່ານ​ ມາ​ຈາກ​ກະ​ຊ​ວງ​ສາ​ທາ​ລະ​ນະ​ສຸກ ກະຊ​ວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່ ສູນປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ສະຫະລັດອາເມຣິກາ ແລະ ອົງ​ການ​ອະ​ນາ​ໄມ​ໂລກ ເປັນຕົ້ນ​ທາງ​ດ້ານ​ງົບ​ປະ​ມານ ແລະ ວິ​ຊາ​ການ.

     ຈຸດ​ປະ​ສົງ​ໃນ​ການ​ສ້າງ​ຊຸ​ດ​ອົບ​ຮົມນັກລະບາດວິທະຍາພາກສະໜາມ ​ແມ່ນ​ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງວຽກ​ງານ​ສາ​ທາ​ລະ​ນະ​ສຸກ ​ໃນ​ການ​ພັດ​ທະ​ນາ​ຄວາມ​ອາດ​ສາ​ມາດ​ທາງ​ດ້ານ​ລະ​ບາດ​ວິ​ທະ​ຍາ ໃຫ້​ພະ​ນັກ​ງານ​ຜູ້​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ.

    ໃນປັດຈຸ​ບັນ ​ແມ່ນ​ຮຸ່ນ​ທີ 13 ແລະ ຈຳ​ນວນ​ນັກ​ສຶກ​ສາ​ຜູ້​ທີ່​ຈົບ​ໄປ​ແລ້ວ ​ລວມ​ທັງ​ຮຸ່ນ​ທີ່​ກຳ​ລັງ​ຈົບ​  ແມ່ນ​ມີ​ທັງ​ໝົດ 102 ທ່ານ ຢູ່​ຂັ້ນສູນ​ກາງ  34 ທ່ານ ​ຂັ້ນແຂວງ 51 ແລະ ຂັ້ນ​ເມືອງ 17 ທ່ານ ເຊິ່ງນັກ​ສຶກ​ສາ​ລະ​ບາດ​ວິ​ທະ​ຍາພາກສະໜາມ​ຜູ້​ທີ່​ຈົບ​ໄປ​ແລ້ວ ​ມີ​ບົດ​ບາດ​ສຳ​ຄັນຫຼາຍ​ຕໍ່​ວຽກ​ງານ​ສາ​ທາ​ລະ​ນະ​ສຸກ ຄື​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ຕິດ​ຕໍ່ ແລະ ເຫດການສຸກເສີນດ້ານສາທາລະນະສຸກ ເຊັ່ນ:ປະກອບສ່ວນຢ່າງຕັ້ງໜ້າໃນວຽກ​ງານ​ເຝົ້າ​ລະ​ວັງ ສອບສວນການ​ລະ​ບາດ ວິ​ເຄາະ​ຂໍ້​ມູນ ແລະ ຕອບ​ໂຕ້​ຕໍ່​ການ​ລະ​ບາດ ນອກນັ້ນ ເຄືອຂ່າຍນັກ​ສຶກ​ສາ​ລະ​ບາດ​ວິ​ທະ​ຍາ​ພາກສະໜາມຜູ້​ທີ່​ຈົບ​ໄປ​ແລ້ວໃນຂອບເຂດທົ່ວປະເທດ ຍັງເປັນເສົາຫຼັກໃນການປະສອບສ່ວນໃຫ້ແກ່ວຽກງານເຝົ້າລະວັງ ແລະ ໂຕ້ຕອບຢູ່ທ້ອງຖິ່ນ ແລະ ໄດ້​ສຶກ​ສາ​ຄົ້ນ​ຄວ້າ​ກ່ຽວ​ກັບ​ບັນ​ຫາ​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ​ທີ່​ມີ​ໃນ​ປັດ​ຈຸ​ບັນ ​ເພື່ອ​ຊອກ​ຫາ​​ສາ​ເຫດ​ຂອງ​ການ​ເຈັບ​ເປັນ ແລະ​ ສະ​ເໜີ​ຂັ້ນ​ນຳ ​ໃນ​ການວາງ​ມາດ​ຕະ​ການ​ແກ້​ໄຂ ແລະ ປັບ​ປຸງ​ວຽກ​ງານ​ປ້ອງກັນ ແລະ ຄວບ​ຄຸມ​ພະ​ຍາດໃຫ້​ດີ​ຂຶ້ນ​ໃນ​ຕໍ່​ໜ້າ ເພື່ອປ້ອງກັນ ແລະ ຫຼຸດຜ່ອນໄພຂົ່ມຂູ່ດ້ານສຸຂະພາບຂອງປະຊາຊົນ.

# ຂ່າວ – ພາບ : ສີພອນ

error: Content is protected !!