3 ອົງການຈັດຕັ້ງມະຫາຊົນ ໂຮງໝໍແມ່ ແລະ ເດັກເກີດໃໝ່ ຈັດກິດຈະກຳຮັບບໍລິຈາກເລືອດ

    3 ອົງການຈັດຕັ້ງມະຫາຊົນ ໂຮງໝໍແມ່ ແລະ ເດັກເກີດໃໝ່ ຮ່ວມກັບສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ຂຶ້ນວັນທີ 5 ກໍລະກົດ 2022 ທີ່ໂຮງໝໍດັ່ງກ່າວ ໂດຍມີທ່ານ ດຣ ສີວັນໄຊ ຈັນທະວົງສັກ ຜູ້ອຳນວຍການໂຮງໝໍແມ່ ແລະ ເດັກເກີດໃໝ່ ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ພ້ອມດ້ວຍຄະນະ ບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ ແມ່ຍິງ ຊາວໜຸ່ມ ກຳມະບານ ພ້ອມດ້ວຍບັນດາສະມາຊິກ ເຂົ້າຮ່ວມ.

    ທ່ານ ດຣ ສີວັນໄຊ ຈັນທະວົງສັກ ໄດ້ແຈ້ງໃຫ້ຊາບວ່າ: ກິດຈະກຳຄັ້ງນີ້ ເພື່ອເປັນການປະກອບສ່ວນ ສ້າງຂະບວນການຕ້ອນຮັບວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ພ້ອມທັງເປັນການປະກອບ ສ່ວນບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ພາຍໃຕ້ຄຳຊວັນທີ່ວ່າ: ໃຫ້ເລືອດ ຄືໃຫ້ຊີວິດ ເຊິ່ງກິດຈະກຳບໍລິ ຈາກເລືອດນີ້ ທາງໂຮງໝໍພວກເຮົາໄດ້ຖືສຳຄັນຢູ່ແລ້ວ ໄລຍະຜ່ານມາ ໄດ້ໃຫ້ການປະກອບສ່ວນມາໂດຍຕະ ຫຼອດ ແຕ່ໄດ້ຢຸດເຊົາໄປໄລຍະໜຶ່ງ ຍ້ອນການແຜ່ລະບາດຂອງພະຍາດ ໂຄວິດ-19.

    ເພື່ອເປັນການປະກອບສ່ວນອັນສຳຄັນ ເຂົ້າໃນວັນດັ່ງກ່າວ ທາງຄະນະນຳຂອງໂຮງໝໍ ໂດຍສະເພາະ 3 ອົງການຈັດຕັ້ງມະຫາຊົນ ໄດ້ພ້ອມກັນຈັດກິດຈະກຳນີ້ຂຶ້ນມາ ເຊິ່ງເຫັນວ່າມີຜົນຕອບຮັບເປັນຢ່າງດີ ເຊິ່ງໃນເບື້ອງຕົ້ນ ຜູ້ສະໝັບໃຈໃຫ້ການປະກອບສ່ວນບໍລິຈາກເລືອດທີ່ແຈ້ງເຈດຕະນາລົມ ມີແຕ່ພະນັກງານ ແພດໝໍທີ່ນອນໃນ 3 ອົງການຈັດຕັ້ງມະຫາຊົນເທົ່ານັ້ນ ແຕ່ຍ້ອນຫຼາຍຄົນໃຫ້ຕວາມສຳຄັນໃນວຽກງານ ດັ່ງກ່າວ ໄດ້ມີພໍ່ແມ່ປະຊາຊົນ ບຸກຄົນທົ່ວໄປ ທີ່ເດີນທາງໂຮງໝໍແຫ່ງນີ້ ໄດ້ມາພົບເຫັນກິດຈະການດັ່ງກ່າວ ໄດ້ພ້ອມກັນມາລົງທະບຽນ ໃຫ້ການປະກອບສ່ວນບໍລິຈາກເລືອດເຊັ່ນດຽວກັນ ຄາດວ່າຈະມີຜູ້ປະກອບ ສ່ວນບໍລິຈາກເລືອດໃນຄັ້ງນີ້ລື່ນຄາດໝາຍ 40 ຄົນ ທີ່ຕັ້ງເອົາໄວ້.

# ຂ່າວ – ພາບ : ບຸນມີ ສີວິໄລ

error: Content is protected !!