ສາເຫດທີ່ເຮັດໃຫ້ອັດຕາເງິນເຟີ້ເດືອນມິຖຸນາເພີ່ມຂຶ້ນ 11,5%

    ອັດຕາເງິນເຟີ້ລວມເດືອນມີຖຸນາ 2022 ທຽບປີຕໍ່ປີ ຫຼື ທຽບກັບເດືອນດຽວກັນຂອງປີຜ່ານມາ ສູງຂຶ້ນ 23,6% (ເດືອນພຶດສະພາ 2022 ແມ່ນ 12,8) ເຊິ່ງເປັນການເພີ່ມຂຶ້ນສູງ ເນື່ອງຈາກການສູງຂຶ້ນຂອງລາຄານໍ້າມັນເຊື້ອໄຟ ອາຍແກ໊ສ ການອ່ອນຄ່າຂອງເງິນກີບທຽບກັບສະກຸນເງິນຫຼັກ (ບາດ ແລະ ໂດລາ) ແລະ ສະກຸນເງິນຕາ ໂດຍລາຄານໍ້າມັນເຊື້ອໄຟທຽບປີຕໍ່ປີ ເພີ່ມຂຶ້ນສູງຖິງ 107,1% ແກັສຫຸງຕົ້ມ 69,4% ຄໍາຮູບປະພັນ 68,7% ສິນຄ້າອຸປະໂພກ-ບໍລິໂພກ ປະເພດອາຫານສໍາເລັດຮູບ ແລະ ທາດແປ້ງ ເຄື່ອງປຸງແຕ່ງອາຫານ ເຄື່ອງດື່ມບໍ່ແມ່ນເຫຼົ້າ ເຫຼົ້າ ແລະ ຢາສູບ ເຄື່ອງນຸ່ງ ແລະ ເກີບ ເຄື່ອງກໍ່ສ້າງ ແລະ ອຸປະກອນສ້ອມແປງເຮືອນ ເຄື່ອງໃຊ້ໃນເຮືອນ ຮັກສາສຸຂະພາບ ແລະ ຢາ ລົດ ແລະ ເຄື່ອງອາໄຫຼ່ລົດ ບໍລິການໂດຍສານ ການສຶກສາ ບັນເທິງພັກຜ່ອນ ແລະ ເຄື່ອງໃຊ້ສ່ວນຕົວ ໂດຍສະເລ່ຍສູງຂຶ້ນ 26,9% ແລະ ປະເພດສິນຄ້າອາຫານສົດ ພະລັງງານເພີ່ມສູງຂຶ້ນ 20,0%.

    ອີງຕາມບົດລາຍງານສະພາບອັດຕາເງິນເຟີ້ປະຈໍາເດືອນ ມິຖຸນາ 2022 ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນເປີດເຜີຍໃຫ້ຮູ້ວ່າ: ປັດໄຈ ແລະ ສາຍເຫດຂອງອັດຕາເງິນເຟີ້ເດືອນມິຖຸນາ 2022 ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ແມ່ນມາຈາກການອ່ອນຄ່າຂອງເງິນກີບທຽບໃສ່ເງິນຕາ ໃນເດືອນມິຖຸນາ 2022 ແມ່ນຍັງສືບຕໍ່ມີທ່າອ່ຽງອ່ອນຄ່າລົງ ເຊິ່ງກະທົບໂດຍກົງຕໍ່ລາຄາສິນຄ້າທີ່ນຳເຂົ້າເພີ່ມສູງຂຶ້ນ ໂດຍສະເພາະ ເຄື່ອງອຸປະໂພກ-ບໍລິໂພກຕ່າງໆແມ່ນເໜັງຕີງເພີ່ມຂຶ້ນເທົ່າຕົວ ລາຄານໍ້າມັນເຊື້ອໄຟຍັງມີທ່າອ່ຽງເພີ່ມສູງຂຶ້ນ ແລະ ບໍ່ພຽງພໍກັບຄວາມຕ້ອງການໃນສັງຄົມ ໃນເດືອນມີຖຸນາ ລາຄານໍ້າມັນເຊື້ອໄຟໄດ້ມີການປ່ຽນແປງເຖິງ 4 ຄັ້ງ ໃນນີ້ລາຄາປັບເພີ່ມຂຶ້ນ 3 ຄັ້ງ ສະນັ້ນ ເມື່ອທຽບໃສ່ລາຄາໃນໄລຍະດຽວກັນກັບປີຜ່ານມາ ແມ່ນສູງເຖິງ 107,1% ລາຄາອາຍແກັສຫຸງຕົ້ມ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 69,4% ນອກຈາກນີ້ ປັດໄຈການຜະລິດຕ່າງໆ ເຊິ່ງໄດ້ມີການເກັບກຳຂໍ້ມູນແບບບໍ່ເປັນທາງການ ກໍມີລາຄາສູງຂຶ້ນເປັນເງົາຕາມໂຕເຊັ່ນ: ລາຄາປຸຍ ອາຫານສັດ ວັກຊິນ ແລະ ຢາສໍາລັບສັດລ້ຽງ ຄ່າແຮງງານ ເປັນຕົ້ນ ໂດຍລວມແລ້ວ ພື້ນຖານການຜະລິດສິນຄ້າສ່ວນໃຫຍ່ຍັງເພິ່ງພາການນໍາເຂົ້າວັດຖຸດິບເປັນສ່ວນໃຫຍ່ ສົ່ງຜົນໃຫ້ມີຕົ້ນທຶນການຜະລິດທີ່ສູງ ບວກກັບສະພາບເສດຖະກິດຂອງໂລກຍັງຢູ່ໄລຍະທົດຖອຍ ຕໍ່ຜົນກະທົບຈາກຄວາມເຄັ່ງຕຶງຈາກສະຫະພາບເອີຣົບ.

    ນອກນີ້ ໃນບົດລາຍງານຍັງເປີດເຜີຍໃຫ້ຮູ້ອີກວ່າ: ອັດຕາເງິນເຟີ້ພື້ນຖານ ຫຼື ດັດຊະນີລາຄາການຊົມໃຊ້ພື້ນຖານເດືອນມິຖຸນາ 2022 ທຽບເດືອນຜ່ານມາ ເພີ່ມຂຶ້ນ 11,5% ແຕ່ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 26,9% ຍ້ອນການເພີ່ມຂຶ້ນຂອງອາຫານສຳເລັດຮູບ ແລະ ທາດແປ້ງ ເຄື່ອງປຸງແຕ່ງອາຫານ ເຄື່ອງດື່ມບໍ່ແມ່ນເຫຼົ້າ ໝວດເຫຼົ້າ ແລະ ຢາສູບ ເຄື່ອງນຸ່ງ ແລະ ເກີບ ເຄື່ອງກໍ່ສ້າງ ແລະ ອຸປະກອນສ້ອມແປງເຮືອນ ໝວດເຄື່ອງໃຊ້ໃນເຮືອນ ໃນນີ້ໄດ້ຄິດໄລ່ຈາກ 402 ລາຍການ ກວມເອົາ 82,9% ຂອງລາຍການສິນຄ້າ ແລະ ບໍລິການທັງໝົດ ແລະ ກວມເອົານໍ້າໜັກການຊົມໃຊ້ 55,6% ສ່ວນອັດຕາເງິນເຟີ້ທີ່ບໍ່ແມ່ນພື້ນຖານ ຫຼື ດັດຊະນີລາຄາການຊົມໃຊ້ບໍ່ເປັນພື້ນຖານເດືອນມິຖຸນາ 2022 ທຽບ ເດືອນຜ່ານມາ ເພີ່ມຂຶ້ນ 8,4% ແຕ່ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 20,0% ຍ້ອນການ ເພີ່ມຂຶ້ນຂອງປະເພດອາຫານສັດ ຄໍາຮູບປະພັນ ແລະ ນ້ຳມັນເຊື່ອໄຟ ໃນນີ້ຄິດໄລ່ຈາກ 83 ລາຍການ ກວມ ເອົາ 17,1% ຂອງລາຍການສິນຄ້າ ແລະ ບໍລິການທັງໝົດ ແລະ ກວມເອົານໍ້າໜັກການຊົມໃຊ້ 44,4%.

# ຂ່າວ – ພາບ : ຂັນທະວີ

error: Content is protected !!