ຍົກລະດັບຄວາມຮູ້ວຽກງານແມ່ຍິງ ບ້ານ 3 ດີ ຕິດພັນ 3 ສ້າງ

    ຫ້ອງການສະຫະພັນແມ່ຍິງ ເມືອງຫາດຊາຍຟອງ ຮ່ວມກັບສະຫະພັນແມ່ຍິງນະຄອນຫຼວງວຽງຈັນ (ນວ) ຈັດເຝິກອົບຮົມວຽກງານ 3 ດີ ການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດສາມສ້າງ ແລະ ເຜີຍແຜ່ກົດລະບຽບການຄຸ້ມຄອງກຸ່ມທ້ອນເງິນ ແມ່ຍິງຂັ້ນບ້ານ ວັນທີ 1 ກໍລະກົດຜ່ານມາ ທີ່ສໍານັກງານປົກຄອງເມືອງຫາດຊາຍຟອງ ມີທ່ານ ບົວໃສ ລຸນນະວົງສາ ຫົວໜ້າຫ້ອງວ່າການເມືອງຫາດຊາຍຟອງ ທ່ານນາງ ສຸພາພອນ ພອນປະເສີດ ຮອງປະທານສະຫະພັນແມ່ຍິງ ນວ ທ່ານ ນາງ ໄຄ້ສີ ຂິນທະວົງ ປະທານສະຫະພັນແມ່ຍິງ ເມືອງຫາດຊາຍຟອງ ພ້ອມດ້ວຍຄູເຝິກ ແລະ ພະນັກງານຜູ້ຮັບຜິດຊອບວຽກງານດັ່ງກ່າວເຂົ້າຮ່ວມ.

    ຜູ້ເຂົ້າຮ່ວມ ໄດ້ຮັບຟັງການສະເໜີິ ແລະ ກ່າວຈຸດປະສົງເນື້ອໃນ ເພື່ອໃຫ້ຮັບຮູ້ເຂົ້າໃຈກຽ່ວກັບຄວາມສໍາຄັນຂອງວຽກງານດັ່ງກ່າວ ໂດຍສະເພາະ ການຜັນຂະຫຍາຍຂໍ້ແຂ່ງຂັນເນື້ອໃນ 3 ດີ ຍົກສູງແມ່ຍິງ 3 ດີປົກກະຕິ ມາເປັນແມ່ຍິງ 3 ສ້າງ ຕິດພັນກັບການເອົາໃຈໃສ່ເຜີຍແຜ່ລະບຽບການຄຸ້ມຄອງກຸ່ມທ້ອນເງີນໃຫ້ຍືນຍົງຕາມນະໂຍບາຍ ພ້ອມນີ້  ຍັງໃຫ້ຜູ້ເຂົ້າຮ່ວມເອົາໃຈໃສ່ຕິດຕາມສົນທະນາແລກປ່ຽນບົດຮຽນ ສ້າງຄວາມເຂົ້າໃຈ  ກໍາແໜ້ນວຽກງານຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວ 2021-2024 ແລະ ວິທີຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ລວມທັງແບບຟອມຕ່າງໆ ເພື່ອງສ້າງຄວາມເຂົ້າໃຈໃຫ້ກັບສະມາຊິກໃນແຕ່ລະຂັ້ນມີຄວາມຮັບຮູ້ເຂົ້າໃຈເພີ່ມຕື່ມ ແລະ ກໍາແໜ້ນຢ່າງເລິກເຊິ່ງ ຕໍ່ກັບບັນດາເນື້ອໃນວິທີການ ແລະ ມາດຕະການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ເພື່ອເປັນບ່ອນອີງໃນການສ້າງຂະບວນການຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນຂັ້ນກະຊວງ ສູນກາງ ນວ ແຂວງ ເມືອງ ບ້ານ ໃຫ້ມີຄວາມເປັນເອກະພາບ ສະດວກໃນການຈັດຕັ້ງປະຕິບັດ ຕິດຕາມກວດກາ ແລະ ປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຍົກໃຫ້ເຫັນຄວາມສໍາຄັນເປັນການປຸກລະດົມແມ່ຍິງລາວເຂົ້າຮ່ວມໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ແຜນພັດພັດທະນາເສດຖະກິດສັງຄົມ ລັດຖະທໍາມະນູນກົດໝາຍເວົ້າລວມ ເວົ້າສະເພາະການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ນວ ຄັ້ງທີ VIII ແຜນພັດທະນາແມ່ຍິງ ນວ ປີ 2020-2021 ມີ 10 ແຜນງານ 33 ໂຄງການ ເປັນການເຕົ້າໂຮມເອົາຄວາມສາມັກຄີບັນດາເຜົ່າໃນການສຶກສາອົບຮົມແນວຄິດໃຫ້ແມ່ຍິງ ເປັນມາດຕະການໃນການເຝິກຝົນຫຼໍ່ຫຼອມໃຫ້ແມ່ຍິງໄດ້ພັດທະນາຕົນເອງໃນທຸກດ້ານມີຄວາມພ້ອມຄວາມສາມັກຄີໜັກແໜ້ນເຂັ້ມແຂງ ສາມາດເຄື່ອນໄຫວດຳເນີນວຽກງານວິຊາສະເພາະໜ້າທີ່ການເມືອງໃນຊີວິດປະຈຳວັນ ສອດຫ້ອຍໄປທຸກຂົງເຂດວຽກງານ ປະກອບສ່ວນຊ່ວຍແກ້ໄຂວຽກງານຕ້ານປາກົດການຫຍໍ້ທໍ້ໃນຄອບຄົວ ແລະ ສັງຄົມ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!