ສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ

    ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດ IX ດຳເນີນມາຮອດວັນທີ 5 ກໍລະກົດ 2022 ທີ່ຫໍສະພາແຫ່ງຊາດ ເປັນມື້ທີ 17 ເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ເປັນກຽດເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃນກອງປະຊຸມ ທ່ານນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ (ສ້າງໃໝ່) ຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ (ສສຊ)  ໄດ້ປະກອບຄຳຄິດເຫັນໃສ່ບົດສະເໜີດັ່ງກ່າວ.

     ທ່ານນາງ ຈັນສະຫວາດ ບຸບຜາ ກ່າວ ນັບແຕ່ປີ 1990 ເປັນຕົ້ນມາ ລັດຖະບານໄດ້ເປີດກວ້າງການລົງທຶນໂດຍອະນຸຍາດໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໃສ່ການພັດທະນາພະລັງງານເຂື່ອນໄຟຟ້າເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງພັກ ແລະ ລັດ ກໍຄືສັງຄົມ ເພື່ອເຮັດໃຫ້ມີແຫຼ່ງຜະລິດໄຟຟ້າ ເນື່ອງຈາກປະເທດເຮົາມີທ່າແຮງ ສະນັ້ນ ເພື່ອຕອບສະໜອງໃຫ້ແກ່ສັງຄົມ ແລະ ສົ່ງອອກຂາຍຕ່າງປະເທດ ເພື່ອນໍາເອົາເງິນຕາເຂົ້າມາພັດທະນາປະເທດ ມາຮອດປັດຈຸບັນ ສປປ ລາວ ມີແຫຼ່ງຜະລິດໄຟຟ້າທັງໝົດ 90 ແຫ່ງ ມີກໍາລັງຕິດຕັ້ງ 10.956,14 ເມກາວັດ ສາມາດຜະລິດພະລັງງານໄຟຟ້າໄດ້ 56.027,07 ລ້ານກິໂລວັດໂມງຕໍ່ປີ ສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ພັດທະນາພື້ນຖານໂຄງລ່າງ ສ້າງວຽກເຮັດງານທໍາໃຫ້ແກ່ຊຸມຊົນ ທ້ອງຖິ່ນ ແລະ ສັງຄົມ ໄດ້ຫຼາຍພໍສົມຄວນ.

    ໃນໄລຍະຜ່ານມາ ການຄຸ້ມຄອງດ້ານຄວາມປອດໄພຂອງເຂື່ອນເລີ່ມແຕ່ຂັ້ນຕອນການສໍາຫຼວດ ອອກແບບ ກໍ່ສ້າງ ແລະ ດໍາເນີນການຍັງບໍ່ທັນມີກົດໝາຍໃດເພື່ອມາຄຸ້ມຄອງເປັນອັນສະເພາະ ສ່ວນໃຫຍ່ຈະເນັ້ນໃສ່ແຕ່ເຕັກນິກຂອງການກໍ່ສ້າງ ບໍ່ໄດ້ເນັ້ນສະເພາະຄວາມປອດໄພຈາກການພັດທະນາ ແລະ ການນໍາໃຊ້ເຂື່ອນ ຜ່ານມາແມ່ນອີງໃສ່ກົດໝາຍວ່າດ້ວຍໄຟຟ້າ ກົດໝາຍວ່າດ້ວຍການກໍ່ສ້າງ ແລະ ກົດໝາຍດ້ານສິ່ງແວດລ້ອມ ແລະ ອື່ນໆທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແຕ່ສັງເກດເຫັນວ່າຍັງມີເນື້ອໃນບໍ່ຄົບຖ້ວນ ບໍ່ຈະແຈ້ງ ບໍ່ຮັດກຸມ ສະນັ້ນ ຈຶ່ງມີຄວາມຫຍຸ້ງຍາກໃນການຄຸ້ມຄອງ ເຮັດໃຫ້ຜູ້ລົງທຶນສວຍໃຊ້ຊ່ອງວ່າງມີລັກສະນະເມີດ ຫຼື ເມີນເສີຍ ປ່ອຍປະລະເລີຍ ບໍ່ເອົາໃຈໃສ່ຕໍ່ກັບມາດຕະການຮັກສາຄວາມປອດໄພຂອງເຂື່ອນ ຈຶ່ງເປັນສາເຫດເຮັດໃຫ້ເຂື່ອນຂະໜາດນ້ອຍແຕກພັງຢູ່ແຂວງຊຽງຂວາງໃນໄລຍະຜ່ານມາ ກົດໝາຍສະບັບນີ້ປະກອບມີ 10 ພາກ 9 ໝວດ 72 ມາດຕາ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!