ທ່ານນາງ ຂັນທະລີ ວົງສີແກ້ວ ປະທານສະໂມສອນແຄນລາວ ຢູໄນເຕັດ ໃຫ້ສຳພາດ ເມື່ອບໍ່ດົນມານີ້ ວ່າ: ສະໂມສອນ ແຄນລາວ ໄດ້ຄັດເລືອກນັກກີລາ 35 ຄົນ ໄລຍະພະຍາດໂຄວິດ-19 ລະບາດ ໄດ້ພັກການເຝິກຊ້ອມ ແລະ ຈະກັບມາເຝິກຊ້ອມ ຫຼັງຈາກສະຫະພັນບານເຕະແຫ່ງຊາດລາວ (ສຕລ) ປະກາດໃຫ້ເລີ່ມການເຝິກຊ້ອມໄດ້ ສ່ວນນັກກີລາຕ່າງປະເທດ ຈະເລືອກບາງຕຳແໜ່ງທີ່ເໝາະສົມ.
ສຳລັບຄູເຝິກຈະໃຊ້ທ່ານ ສຸກສະຫວັນ ບົວຫອມ ເຊິ່ງປີຜ່ານນີ້ ໄດ້ຄຸມທີມ ເຄວສ ຢູໄນເຕັດ ໃນຮອບຂາກັບ ຄອມມານໂດ ລາວລີກ 2 ສະໂມສອນ ແຄນລາວ ຢູໄນເຕັດ ໄດ້ຕັ້ງເປົ້າໄວ້ໃຫ້ຕິດ 1-3 ລາວລີກ 2 ເພື່ອຄວ້າສິດເຂົ້າຮ່ວມແຂ່ງຂັນ ລີກ 1 ສ່ວນຜູ້ສະໜັບສະໜູນຊຸດແຂ່ງຂັນແມ່ນຜະລິດຕະພັນໂນອາ (Noah) ສ່ວນຜູ້ສະໜັບສະໜູນອື່ນໆ ກຳລັງຢູ່ໃນຂັ້ນເຈລະຈາ ພ້ອມທັງເປີດກວ້າງທຸກບໍລິສັດທີ່ຕ້ອງການ ໃຫ້ການອຸປະຖຳສະໂມສອນ.

ສະໂມສອນ ແຄນລາວ ຢູໄນເຕັດ ສ້າງຕັ້ງປີ 2019 ໂດຍໄດ້ສົ່ງທີມເຂົ້າຮ່ວມການແຂ່ງຂັນບານ ເຕະຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ແລະ ຮຸ່ນອາຍຸບໍ່ເກີນ 18 ປີ ຊີງຂັນ ສຕລ ປະຈຳປີ 2019 ໃນນີ້ຮຸ່ນອາຍຸບໍ່ເກີນ 15 ປີ ລົງແຂ່ງຂັນ 7 ນັດ ຊະນະ 3 ເສຍ 4 ມີ 9 ຄະແນນ ເປັນອັນດັບ 5 ຂອງກຸ່ມ A ຈາກທັງໝົດ 8 ທີມ ສ່ວນຮຸ່ນອາຍຸບໍ່ເກີນ 18 ປີ ລົງແຂ່ງຂັນ 4 ນັດ ຊະນະ 1 ເສຍ 3 ມີ 3 ຄະແນນ ເປັນອັນດັບ 4 ກຸ່ມ B ຈາກທັງໝົດ 5 ທີມ ປີ 2020 ສະໂມສອນ ແຄນລາວ ໄດ້ສົ່ງເຂົ້າຮ່ວມການແຂ່ງຂັນບານເຕະຊາຍ ເຍົາວະຊົນຮຸ່ນອາຍຸບໍ່ເກີນ 12 ປິ ຊີງຂັນ ສຕລ ປະຈຳປີ 2020 ໂດຍລົງແຂ່ງຂັນ 8 ນັດ ສະເໝີ 1 ເສຍ 7 ມີ 1 ຄະແນນ ເປັນອັນດັບ 8 ກຸ່ມ B.
ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ໃນປີນີ້ ສຕລ ບໍ່ອະນຸຍາດໃຫ້ສະໂມສອນໃນການແຂ່ງຂັນ ເປບຊີ ລາວລີກ 1 ປະຈຳປີ 2020 ສົ່ງທີມສຳຮອງ ຫຼື ທີມສອງຂອງສະໂມສອນເຂົ້າຮ່ວມແຂ່ງຂັນ ຄອມມານໂດ ລາວລີກ 2 ປະຈຳປີ 2020 ແຕ່ສາມາດສົ່ງເຂົ້າຮ່ວມການແຂ່ງຂັນເຍົາ ວະຊົນຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 15 ແລະ 18 ປີໄດ້.