ສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ

    ພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ວັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 46 ປີ (18 ກໍລະກົດ 1977-18 ກໍລະກົດ 2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ (5 ກັນຍາ 1962 ຫາ 5 ກັນຍາ 2022) ຈັດຂຶ້ນວັນທີ 1 ກໍລະກົດ 2022 ຜ່ານມາ ທີ່ໂຮງຮຽນການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ (ນວ) ໃຫ້ກຽດເຂົ້າຮ່ວມໂດຍທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ພ້ອມດ້ວຍຄະນະການນໍາຂັ້ນ ນວ ພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

     ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າໂຮງຮຽນການເມືອງ ແລະ ການປກຄອງ ນວ ຂຶ້ນລາຍງານຜົນການຮ່ວມມືໄລຍະຜ່ານມາວ່າ: ແຕ່ປີ 2008 ເຖິງປັດຈຸບັນ ໂຮງຮຽນກໍ່ສ້າງພະນັກງານເລຮົງຟອງ ໄດ້ເປັນເຈົ້າການປະສານສົມທົບອົງຄະນະພັກນະຄອນຫຼວງຮ່າໂນ້ຍ ໃນການຊ່ວຍເຫຼືອກໍ່ສ້າງພື້ນຖານໂຄງລ່າງໃຫ້ໂຮງຮຽນການເມືອງ ແລະ ການປົກຄອງ ນວ ເຊິ່ງປະກອບມີ: ກໍ່ສ້າງອາຄານຮຽນ ແລະ ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ນວ ມູນຄ່າ 2.000.000 ໂດລາສະຫະລັດ ກໍ່ສ້າງອາຄານຫ້ອງການ 3 ຊັ້ນ 1 ຫຼັງ ມູນຄ່າ 1.125.674 ໂດລາສະຫະລັດ ຫໍພັກຍິງ-ຊາຍ (4 ຊັ້ນ) 2 ຫຼັງ ມູນຄ່າ 3.309.000 ໂດລາສະຫະລັດ ລວມມູນຄ່າ 6.474.634 ໂດລາສະຫະລັດ.

    ໂຮງຮຽນການເມືອງ ແລະ ການປົກຄອງ ນວ ໄດ້ສົມທົບກັບໂຮງຮຽນກໍ່ສ້າງພະນັກງານເລຮົງຟອງ ນະຄອນຫຼວງຮ່າໂນ້ຍ ສ້າງຫຼັກສູດບໍາລຸງໄດ້ 2 ຫຼັກສູດ: ຫຼັກສູດບໍາລຸງໄລຍະສັ້ນໃຫ້ແກ່ພະນັກງານຂັ້ນບ້ານຂອງ ນວ ປະກອບມີ 3 ພາກ 7 ວິຊາ 50 ຫົວຂໍ້ ແລະ ລາຍງານເພີ່ມ ລວມມີ 452 ຊົ່ວໂມງ ໃນນັ້ນ ຝ່າຍໂຮງຮຽນກໍ່ສ້າງພະນັກງານເລຮົງຟອງ ຮັບຜິດຊອບ 32 ຫົວຂໍ້ 324 ຊົ່ວໂມງ ປະກອບຄວາມຮັບຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ ບົດຮຽນການແກ້ໄຂຄວາມທຸກຍາກ ການປະຕິບັດນະໂຍບາຍສັງຄົມ ແລະ ການແກ້ໄຂບັນຫາສັງຄົມ ວຽກງານກໍ່ສ້າງ ພັກ ບົດຮຽນການບໍລິຫານລັດ ແລະ ການຈັດຕັ້ງປະຕິບັດກົດໝາຍຢູ່ ສສ ຫວຽດນາມ ຫຼັກສູດເຝິກອົບຮົມຄວາມຮູ້ໃຫ້ພະນັກງານເສນາທິການຂັ້ນເມືອງ ຂັ້ນ ນວ ປະກອບ ມີ 20 ຊົ່ວໂມງ ຄື: ນໍາສະເໜີຜົນສໍາເລັດ 30 ປີ ແຫ່ງການປ່ຽນແປງໃໝ່ຂອງ ສສ ຫວຽດນາມ ແລກປ່ຽນບົດຮຽນຂອງຫວຽດນາມ ກ່ຽວກັບການພັດທະນາຊົນນະບົດໃໝ່ ການສ້າງລັດແຫ່ງກົດໝາຍຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ແນວທາງການຕ່າງປະເທດຂອງຫວຽດນາມ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງຫວຽດນາມ ໃນການເຂົ້າຮ່ວມສະມາຄົມເສດຖະກິດອາຊຽນ (AEC) ເນື້ອໃນແຕ່ລະຫົວຂໍ້ ແມ່ນຄູ-ອາຈານໂຮງຮຽນກໍ່ສ້າງພະນັກງານເລຮົງຟອງ ຂຶ້ນຫ້ອງສິດສອນ ແລະ ສົມທົບກັບຄູ-ອາຈານ ຂອງໂຮງຮຽນການເມືອງ-ການປົກ ຄອງ ນວ.

    ເພື່ອຢັ້ງຢືນຜົນງານ ຜົນສໍາເລັດການຮ່ວມມືຂອງສອງໂຮງຮຽນ ໂຮງຮຽນການເມືອງ ແລະ ການປົກຄອງ ໄດ້ສະເໜີລັດຖະບານ ໂດຍຜ່ານອົງການປົກຄອງ ນວ ຄື: ມອບຫຼຽນກາມິດຕະພາບໃຫ້ໂຮງຮຽນກໍ່ສ້າງພະນັກງານເລຮົງຟອງ 1 ໜ່ວຍ ມອບໃບຍ້ອງຍໍ ທ່ານເຈົ້າຄອງ ນວ ໃຫ້ສະຫາຍ ຫວຽນ ຫງອກ ແທັກ ອະດີດກໍາມະການພັກ ນະຄອນຫຼວງຮ່າໂນ້ຍ ຫົວໜ້າໂຮງຮຽນ.

    ຜົນງານສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ (ປີ 2022): ໂຮງຮຽນການເມືອງ ແລະ ການປົກຄອງ ນວ ສະເໜີຂໍຍ້ອງຍໍຈາກລັດຖະບານ ໂດຍຜ່ານອົງການປົກຄອງ ນວ ຄື: ຫຼຽນໄຊແຮງງານຊັ້ນ II ມອບໃຫ້ແກ່ໂຮງຮຽນກໍ່ສ້າງພະນັກງານເລຮົງຟອງ ນະຄອນຫຼວງຮ່າໂນ້ຍຫຼຽນໄຊແຮງງານ ຊັ້ນ II 2 ໜ່ວຍ ມອບໃຫ້ອະດີດຫົວໜ້າໂຮງຮຽນ ຫຼຽນໄຊແຮງງານ ຊັ້ນ III 3 ໜ່ວຍ ມອບໃຫ້ອະດີດຮອງຫົວໜ້າໂຮງຮຽນ ແລະຜູ້ຮັບຜິດຊອບວຽກງານຕ່າງປະເທດ ຂອງໂຮງຮຽນກໍ່ສ້າງພະນັກງານເລຮົງຟອງ ນະຄອນຫຼວງຮ່າໂນ້ຍ.

    ໃນພິທີສະເຫຼີມສະຫຼອງວັນດັ່ງກ່າວ ແມ່ນໄດ້ຈັດກິດຈະກໍາສະແດງສິລະປະ ຟ້ອນ ຮ້ອງເພງ ໃນນັ້ນມີເພງລາວ ເພງຫວຽດນາມ ແລະ ກິດຈະກໍາອື່ນໆ.

# ວຽງມາ

error: Content is protected !!