ທ່ານ ອິນທະນູສອນ ວິໄລສຸກ ອະດິດນັກກີລາກາຣາເຕ້ໂດທີມຊາດລາວ ຫົວໜ້າກຳມະການຕັດສິນຝ່າຍເຕັກນິກ ຂອງສະຫະພັນກາຣາເຕ້ໂດແຫ່ງຊາດ ທັງເປັນຫົວໜ້າຄູເຝິກສາຍດຳ ດັ້ນ3 ຂອງສະໂມສອນ ລາວ-ເຈເຄເອ ກາຣາເຕ້ໂດ ໃຫ້ສຳພາດໃນວັນທີ 27 ພຶດສະພາ 2020 ວ່າ: ສະໂມສອນ ກາຣາເຕ້ໂດ ລາວ-ເຈເຄເອ ໄດ້ສ້າງຕັ້ງຂຶ້ນ ເມື່ອປີ 2014 ເປັນຕົ້ນມາ ໂດຍມີຈຸດປະສົງຫຼັກກໍເພື່ອຢາກປະກອບສ່ວນສົ່ງເສີມການພັດທະນານັກກີລາກາຣາເຕ້ໂດເຍົາວະຊົນລາວ ສາມາດກ້າວຂຶ້ນຮັບໃຊ້ທີມຊາດ ແນໃສ່ສ້າງຜົນງານໃນການແຂ່ງຂັນ ຊີງແຊັມນາໆຊາດ ເວົ້າລວມ ເວົ້າສະເພາະແມ່ນງານມະຫະກຳກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ຮັບກຽດເປັນເຈົ້າພາບ ໃນປີໜ້ານີ້ ອີກດ້ານໜຶ່ງກໍສ້າງໂອກາດໃຫ້ນັກກີລາໄດ້ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ເພື່ອຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມປັດຈຸບັນ ໂດຍສະເພາະແມ່ນບັນຫາຢາເສບຕິດ ແນວໃດກໍດີ ນັບມາຮອດປັດຈຸບັນ ສະໂມ ສອນພວກເຮົາມີນັກກີລາທັງໝົດເກືອບ 50 ຄົນ ມີທັງຮຸ່ນເຍົາວະຊົນ ແລະ ຊາວໜຸ່ມທົ່ວໄປ ມີ 2 ສາຂາ ກໍຄື ສາຍຂາທີ 1 ເປີດສອນ ຢູ່ທີ່ສູນກີລາໃນຮົ່ມ ບູໂດເຊັນເຕີ ເມືອງຈັນທະບູລີ ແລະ ສາຂາທີ 2 ແມ່ນເປີດສອນ ຢູ່ທີ່ເອັບຟິດເນັດ ວິທະຍາເຂດດົງໂດກ ການເຝິກສອນມີຫຼາຍຮູບແບບ ກໍຄື ສອນຂັ້ນພື້ນຖານ ໃນການລຳມວຍກີລາດັ່ງກ່າວ ໃຫ້ນ້ອງນ້ອຍເຍົາວະຊົນ ແລະ ສອນຕົວຈິງໃນການຕໍ່ສູ້ໃຫ້ຮຸ່ນຊາວໜຸ່ມ ເພື່ອກຽມເຂົ້າຮ່ວມແຂ່ງຂັນ.

ຕະຫຼອດໄລຍະ 5 ປີ ຜ່ານມາ ພາຍໃຕ້ການນຳພາຂອງທ່ານ ອຸຕະວົງ ປະທຳມະວົງ ເປັນປະທານສະໂມສອນ ແລະ ມີນັກກີລາທີມຊາດ ຮ່ວມເປັນຄູເຝິກສອນນຳອີກດ້ວຍ ນອກຈາກເຝິກສອນຖ່າຍທອດຄວາມຮູ້ຄວາມສາມາດ ແລະ ປະສົບການໃຫ້ແກ່ນັກກີລາແລ້ວ ກໍຍັງນຳພາເຂົາເຈົ້າເຂົ້າຮ່ວມການແຂ່ງຂັນລາຍການຕ່າງໆທັງພາຍໃນ ແລະ ຕ່າງປະເທດ ແລະ ຕິດທີມຊາດຫຼາຍຮຸ່ນ ສະເພາະພາຍໃນ ກໍສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ຄວ້າຂັນກຽດຕິຍົດຂັນຊະນະເລີດ ງານແຂ່ງຂັນກີລາກາຣາເຕ້ໂດ ທົ່ວປະເທດ ຊີງຂັນເຈົ້າຄອງນະຄອນຫຼວງ ເມື່ອປີ 2016 ມາຄອງໄດ້ 1 ຂັນລາງວັນ ນອກນັ້ນ ກໍສາມາດຄວ້າຫຼຽນຄຳ ແລະ ຂັນຊະນະເລີດ ໄດ້ຫຼາຍລາຍການ ທັງພາຍໃນ ສປປ ລາວ ຢູ່ທີ່ປະເທດໄທ ແລະ ສສ ຫວຽດນາມ ອີກດ້ວຍ.
ສຳລັບປະຫວັດ ແລະ ຜົນງານຂອງ ສະໂມສອນ ລາວ-ເຈເຄເອ ກາຣາເຕ້ໂດ ສ້າງຕັ້ງຂຶ້ນມາແຕ່ປີ 2014 ໄດ້ເຂົ້າຮ່ວມຢູ່ລາວ ປີ 2015 ຄັ້ງທີ 2 ຊີງຂັນເຈົ້າຄອງນະຄອນຫຼວງ ໄດ້ທີ 2 ຄວ້າແຊັມ ກາຣາເຕ້ໂດ ທົ່ວປະເທດ ຄັ້ງທີ 3 ຊີງຂັນເຈົ້າຄອງນະຄອນຫຼວງ ເມື່ອປີ 2016 ປີ 2017 ຊີງແຊັມທົ່ວປະເທດ ໄດ້ທີ 3 ປີ 2018 ຊີງຂັນເຈົ້າຄອງໄດ້ທີ 2 ປີ 2019 ລາຍການວຽງຈັນໂອເພັນ ຈາກ 12 ສະໂມສອນ ມາຈາກ 3 ປະເທດ ໄດ້ທີ 2 ພ້ອມທັງຄວ້າຫຼຽນຄຳ ໄດ້ເຖິງ 8 ຫຼຽນ 9 ຫຼຽນເງິນ ແລະ 13 ຫຼຽນທອງ ສ່ວນລາຍການເຂົ້າຮ່ວມຢູ່ຕ່າງປະເທດ ຕາງໜ້າກາຣາເຕ້ໂດລາວ ເຂົ້າຮ່ວມ ໄທແລນ ໂອເພັນ ປີ 2016 ສາມາດຍາດໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ທີ່ປະເທດໄທ ປີ 2017 ໄທແລນ ໂອເພັນ ຍາດໄດ້ 1 ຫຼຽນທອງ ທີ່ປະເທດໄທ ປີ 2018 ເງະອານໂອເພັນ ທີ່ ສສ ຫວຽດນາມ ສາມາດຍາດໄດ້ 2 ຫຼຽນຄຳ 3 ຫຼຽນເງິນ ແລະ 6 ຫຼຽນທອງ ປີ 2018 ໄທແລນ ໂຊໂຕຄັບກະເສດສາດ ຍາດໄດ້ 2 ຫຼຽນຄຳ 2 ຫຼຽນເງິນ 4 ຫຼຽນທອງ ແລະ ຫຼ້າສຸດປີ 2019 ໄທແລນ ໂອເພັນ ຍາດໄດ້ 1 ຫຼຽນຄຳ ແລະ 1 ຫຼຽນທອງ ທີ່ປະເທດໄທ.