ລັດຖະບານມີຄວາມພ້ອມຮັບມືກັບພະຍາດ COVID-19 ພ້ອມສັ່ງປິດໂຮງຮຽນລ້ຽງເດັກ-ອະນຸບານຊົ່ວຄາວ​

    ລັດຖະບານ ສປປ ລາວ ຢືນຢັນວ່າມາເຖິງປັດຈຸບັນ ສປປ ລາວ ຍັງບໍ່ພົບກໍລະນີຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່  (COVID-19) ແຕ່ຮຽກຮ້ອງໃຫ້ທຸກຄົນມີສະຕິລະວັງຕົວໃນການປ້ອງກັນ ພ້ອມທັງມີແຜນອອກມາດຕະການ ໃໝ່ໃນຫຼາຍມາດຕະການ ເພື່ອວາງແຜນກະກຽມຮັບມື ແລະ ຮຽກຮ້ອງໃຫ້ຢຸດການເດີນທາງໄປປະເທດກຸ່ມສ່ຽງ ພ້ອມທັງໄດ້ອອກມາຢືນຢັນວ່າ ລັດຖະບານບໍ່ເຄີຍປິດຂ່າວ ພ້ອມທີ່ຈະເປີດເຜີຍເພື່ອໃຫ້ທຸກຄົນຮ່ວມກັນປ້ອງກັນພະຍາດນີ້. 

    ເພື່ອເປັນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ທັງເປັນການລົງໄປຕິດຕາມກວດກາສະພາບການຈັດຕັ້ງປະຕິບັດຂອງແຕ່ລະໜ່ວຍງານ ກໍຄືຂະແໜງການຕ່າງໃນໃນການປ້ອງກັນ ແລະ ຄວບຄຸມພະຍາດນີ້ ວັນທີ 16 ມີນາ 2020 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະສະເພາະກິດ ປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ແລະ ພາກສ່ວນຕ່າງໆ ໄດ້ລົງໄປຕິດຕາມກວດກາສະພາບການຈັດຕັ້ງປະຕິບັດ ພ້ອມຮັບຟັງລາຍງານຢູ່ທີ່ຂົວມິດຕະພາບລາວ-ໄທ 1 ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໂຮງໝໍມິດຕະພາບ ແລະ ສະໜາມບິນສາກົນວັດໄຕ. 

    ໃນໂອກາດນີ້ ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນທີ່ສະໜາມບິນສາກົນວັດໄຕວ່າ: ຜ່ານການລົງໄປຕິດຕາມກວດກາຕົວຈິງ ທຸກຂະແໜງການໄດ້ຕັ້ງໜ້າປະຕິບັດວຽກງານຂອງຕົນ ໂດຍສະເພາະໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມພະຍາດນີ້ ແມ່ນໄດ້ເຮັດວຽກດ້ວຍຄວາມຮັບຜິດຊອບສູງຮ່ວມກັນ ໂດຍສະເພາະທີມແພດຢູ່ດ່ານແມ່ນໄດ້ກວດກັ່ນກອງຜູ້ໂດຍສານຂາເຂົ້າຢ່າງເອົາໃຈໃສ່ ແລະ ຖ້າພົບກໍລະນີສົງໄສ ກໍ່ໄດ້ນຳສົ່ງກັ່ນກອງເຂົ້າໄປແຍກປ່ຽວ ແລະ ຕິດຕາມຈຳນວນ 14 ວັັນ ແລະ ໃນໄລຍະຜ່ານມາ ລັດຖະບານ ກໍຄືຄະນະສະເພາະກິດ ແລະ ໜ່ວຍງານຕ່າງທີ່ກ່ຽວຂ້ອງໄດ້ຕັ້ງປະຕິບັດໜ້າທີ່ຮ່ວມກັນກັບອົງການຈັດຕັ້ງສາກົນ ກໍຄືອົງການອະນາໄມໂລກຢ່າງຕັ້ງໜ້າ ແລະ ເຮັດສຸດຄວາມສາມາດ ແລະ ຜ່ານການຈັດຕັ້ງປະຕິບັດຂອງຄະນະສະເພາະກິດ ແລະ ໜ່ວຍງານຕ່າງໆ ສາມາດເວົ້າໄດ້ວ່າ ສປປ ລາວມີຄວາມພ້ອມໃນການຮັບມືກັບພະຍາດ COVID-19. 

    ເພື່ອເພີ່ມທະວີປ້ອງກັນ ແລະ ຄວບຄຸມພະຍາດນີ້ໃນແຕ່ລະວັນນັ້ນ ລັດຖະບານໄດ້ຕິດຕາມຢ່າງໃກ້ຊິດ ແລະ ສະເໜີມາດຕະການຕ່າງໃຫ້ຄະນະສະເພາະກິດດັ່ງກ່າວຊີ້ນຳໃນການຈັດຕັ້ງປະຕິບັດມາດຕະການໃນແຕ່ລະວັນ   ພ້ອມທັງຊີ້ນຳໃຫ້ມີມາດຕະການ ໃໝ່ ແລະ ຕໍ່ກັບການຈັດຕັ້ງມາດຕະການທີ່ວາງອອກໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດບາງມາດຕະການຍັງບໍ່ຮັດກຸມ ກໍຊີ້ນຳໃຫ້ຈັດຕັ້ງປະຕິບັດຮັດກຸມເຂົ້າ ແລະ ໃນມື້ກ່ອນໜ້ານີ້ ກໍໄດ້ຊີ້ນຳໃຫ້ຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວປຶກສາຫາລືກັບກະຊວງສຶກສາທິການ ແລະ ກີລາ ຈັດຕັ້ງປະຕິບັດການປິດໂຮງຮຽນລ້ຽງເດັກ ແລະ ອະນຸບານທົ່ວປະເທດຊົ່ວຄາວ ແລະ ແຈ້ງການໃຫ້ປິດດ່ານປະເພນີ ເພື່ອໃຫ້ສາມາດເຂົ້າອອກໄດ້ແຕ່ດ່ານສາກົນ ເພື່ອໃຫ້ງ່າຍໃນການກວດກັ່ນກອງຜູ້ທີ່ຈະເດີນທາງເຂົ້າ ສປປ ລາວ ນອກນີ້ ໃນວັນທີ 18-19 ມີນານີ້ ກໍຈະໄດ້ປະກາດໃນຫຼາຍມາດຕະການໃໝ່ໃນກອງປະຊຸມລັດຖະບານ ເພື່ອໃຫ້ທຸກຄົນຮ່ວມກັນຈັັດຕັ້ງປະຕິບັດຢ່າງຮັດກຸມ ແລະ ເຂັ້ມງວດ ເພື່ອບໍ່ໃຫ້ພະຍາດນີ້ເຂົ້າມາແຜ່ລາມໃນ ສປປ ລາວເຮົາ.

    ສຳລັບອຸປະກອນການແພດແມ່ນໄດ້ມອບໃຫ້ກະຊວງສາທາລະນະສຸກສະໜອງໃຫ້ກັບພະນັກງານແພດໝໍຢ່າງພຽງພໍ ແລະ ມອບໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ໃນການຕິດຕາມລາຄາສິນຄ້າ ໂດຍບໍ່ໃຫ້ສວຍໂອກາດຂຶ້ນສິນຄ້າ ທັງໄດ້ຮຽກຮ້ອງໃຫ້ປະຊາຊົນເສບສື່ໂດຍໃຫ້ມີການວິໄຈ ເພາະສື່ຈຳນວນໜຶ່ງສ້າງຄວາມປັ່ນປວນບໍ່ມີມູນຄວາມຈິງ ໃນກໍລະນີທີ່ ສປປ ລາວຫາກມີກໍລະນີຜູ້ຕິດເຊື້ອ ນັ້ນ ຄະນະສະເພາະກິດແມ່ນໄດ້ກະກຽມໂຮງໝໍເພື່ອປິ່ນປົວ ຄື: ໂຮງໝໍມິດຕະພາບ ແລະ ໂຮງໝໍສູນກາງ ເປັນບ່ອນຮອງຮັບ ແລະ ປິ່ນປົວຄົນເຈັບ ນອກຈາກນັ້ນ ຍັງແຈ້ງໃຫ້ໂຮງໝໍຢູ່ບັນດາທ້ອງຖິ່ນ ກໍຄືແຂວງກະກຽມຫ້ອງແຍກປ່ຽວໄວ້ຮັບຮອງກໍລະນີມີການລະບາດ ສຳລັບກໍລະນີສົງໄສ ແລະ ຄົນເຈັບທີ່ຕິດເຊື້ອພະຍາດນີ້ ແມ່ນໄດ້ຮັບການປິ່ນປົວໂດຍບໍ່ໄດ້ເສຍຄ່າ. 

ຂ່າວ-ພາບ: ເພັດສະໝອນ

error: Content is protected !!