ລັດຖະມົນຕີ ກຊສ ລົງເຄື່ອນໄຫວຕິດຕາມ ກວດກາ ຊີ້ນຳແກ້ໄຂວຽກງານສິ່ງແວດລ້ອມ

    ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ພ້ອມດ້ວຍຄະນະກົມ ແລະ ທີມງານວິຊາການຈາກ ກຊສ ກະຊວງພະລັງງານ ແລະ ບໍ່ແຮ່ ກະຊວງແຜນການ ແລະ ການລົງທຶນ ແລະ ອຳນາດການປົກຄອງທ້ອງຖິ່ນ ຈາ ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນພັນທະທາງດ້ານສິ່ງແວດລ້ອມຂອງໂຄງການຂຸດຄົ້ນແຮ່ທາດໄລຍະທົດລອງຢູ່ 2 ແຂວງຄື: ແຂວງຄຳມ່ວນ ແລະ ສະຫວັນນະເຂດໃນທ້າຍເດືອນມິຖຸນາຜ່ານມາ.

     ຈຸດປະສົງຂອງການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອລົງເຄື່ອນໄຫວຊຸກຍູ້ຕິດຕາມ ກວດກາ ແລະ ຊີ້ນຳການຄຸ້ມຄອງ ແລະ ແກ້ໄຂວຽກງານສິ່ງແວດລ້ອມຂອງໂຄງການຂຸດຄົ້ນແຮ່ທາດ ທີ່ດຳເນີນກິດຈະການຢູ່ບັນດາ ແຂວງຄຳມ່ວນ ແລະ ແຂວງ ສະຫວັນນະເຂດ.

    ໃນໂອກາດດັ່ງກ່າວນີ້ ທ່ານລັດຖະມົນຕີ ກຊສ ພ້ອມດ້ວຍທ່ານ ວັນໄຊ ຟອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ພ້ອມກັນລົງຊຸກຍູ້ຕິດຕາມກວດກາສະພາບການຂຸດຄົ້ນແຮ່ທາດ ແລະ ການຄຸ້ມຄອງສິ່ງແວດລ້ອມ ຢູ່ໂຄງການຂຸດຄົ້ນ-ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກ (ໄລຍະທົດລອງ) ຂອງບໍລິສັດ ໂກເອໂກ ບໍລິສັດ ຣາຊິຕາບໍ່ແຮ່ຈໍາກັດ ແລະ ບໍລິສັດ ພົງຊັບທະວີ ທຣີບີ ຈໍາກັດ ຜູ້ດຽວ ຢູ່ເຂດບ້ານໜອງກະປາດ ແລະ ບ້ານປ່າກ້ວຍ ຢູ່ເມືອງບົວລະພາ ແຂວງຄຳມ່ວນ ສຳລັບທີ່ແຂວງສະຫວັນນະເຂດ ທ່ານລັດຖະມົນຕີ ກຊສ ພ້ອມດ້ວຍທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ກໍໄດ້ຢ້ຽມຢາມເຂດຂຸດຄົ້ນ ປຸງແຕ່ງ ແລະ ຜະລິດແຮ່ຄຳ-ທອງ ເຊໂປນຂອງບໍລິສັດລ້ານຊ້າງ ມິເນໂຣນສ໌ ທີ່ເມືອງວິລະບູລີ ແຂວງສະຫວັນນະເຂດ ແລະ ໃນໂອກາດນີ້ ທັງ 2 ທ່ານ ກໍໄດ້ຮ່ວມເປີດນຳໃຊ້ຄອງນໍ້າແລວໃໝ່ທີ່ອວ່າຍນ້ຳຈາກຄອງນ້ຳກອກແລວເດີມ ມາເປັນຄອງນໍ້າກອກແລວໃໝ່ ທີ່ສ້າງຂຶ້ນໂດຍບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈຳກັດ ນອກຈາກນັ້ນ ທ່ານ ລັດຖະມົນຕີ ກຊສ ພ້ອມດ້ວຍທ່ານ ວັນໄຊ ຟອງສະຫວັນ ເຈົ້າແຂວງຄຳມ່ວນ ກໍໄດ້ຢ້ຽມຢາມບໍລິສັດຊີໂນອາກຣີໂປຕັສ ທີ່ເມືອງທ່າແຂກ ແລະ ຕິດຕາມສະພາບການຄຸ້ມຄອງສິ່ງແວດລ້ອມຂອງບັນດາບໍລິສັດ ແລະ ຫົວໜ່ວຍທຸລະກິດຕ່າງໆທີ່ດຳເນີນການຂຸດຄົ້ນ ແລະ ປຸງແຕ່ແຮ່ກົວ ຢູ່ເຂດຂຸດຄົ້ນບໍ່ກົ່ວໂພນຕິ້ວ ທີ່ເມືອງຫີນບູນ.

     ໃນໂອກາດດັ່ງກ່າວນີ້ ທ່ານລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳວຽກງານຄຸ້ມຄອງສິ່ງແວດລ້ອມຢູ່ທີ່ຫ້ອງການ ຊສ ເມືອງບົວລະພາ ແຂວງຄຳມ່ວນ ແລະ ຫ້ອງການ ຊສ ເມືອງວິລະບູລີ ແຂວງສະຫວັນນະເຂດ ເຊິ່ງທ່ານລັດຖະມົນຕີໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນສຳເລັດອັນພົ້ນເດັ່ນທີ່ທັງ 2 ເມືອງສາມາດປະຕິບັດໄດ້ຕະຫຼອດໄລຍະທີ່ຜ່ານມາ ພ້ອມທັງຍົກໃຫ້ເຫັນເຖິງຄາດໝາຍສູ້ຊົົນຂອງຂະແໜງ ຊສ ໃນໄລຍະປີ 2021-2025 ເພື່ອໃຫ້ພະນັກງານຂະແໜງ ຊສ ໄດ້ຮັບຮູ້ ເຂົ້າໃຈຢ່າງຖືກຕ້ອງ ແລະ ເປັນເອກະພາບ ອັນສຳຄັນ ທ່ານລັດຖະມົນຕີໄດ້ມີຄຳເຫັນຊີ້ນຳໃຫ້ ຫຊສ ເມືອງເອົາໃຈໃສ່ຕື່ມເພື່ອໃຫ້ບັນລຸຕົວເລກການຂຶ້ນທະບຽນອອກໃບຕາດິນຕາມແຜນການທີ່ວາງໄວ້ ແລະ ໄດ້ຊີ້ນຳໃຫ້ ພຊສ ແຂວງ ເອົາໃຈໃສ່ ສ້າງຄວາມເຂັ້ມແຂງໃຫ້ ຫຊສ ເມືອງຕື່ມ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!