ທົ່ວປະເທດເສຍຊີວິດຈາກພະຍາດໄຂ້ຍຸງເຖິງ 8 ຄົນ ຕິດເຊື້ອຫຼາຍກວ່າ 6 ພັນຄົນ

    ປັດຈຸບັນ ອັດຕາການຕິດເຊື້ອພະຍາດໄຂ້ຍຸງໃນແຕ່ລະວັນແມ່ນມີທ່າອ່ຽງທີ່ເພີ່ມຂຶ້ນ ອັດຕາການເສຍຊີວິດກໍເພີ່ມຂຶ້ນເຊັ່ນດຽວກັນ ອີງຕາມການລາຍງານຂອງສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໃນວັນທີ 4 ກໍລະກົດ 2022ໃຫ້ຮູ້ວ່າ: ສະເພະໃນວັນທີ 4 ກໍລະກົດນີ້ ມີຄົນເຈັບຕິດເຊື້ອພະຍາດໄຂ້ຍຸງໃນທົ່ວປະເທດຈຳນວນ 176 ກໍລະນີ ຖ້ານັບແຕ່ຕົ້ນເດືອນມັງກອນມາເຖິງປັດຈຸບັນ ມີຄົນເຈັບຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 6.270 ກໍລະນີ ເສຍຊີວິດ 8 ຄົນ.

    ສຳລັບແຂວງທີ່ມີຕົວເລກຕິດເຊື້ອສະສົມຫຼາຍກວ່າໝູ່ ແມ່ນນະຄອນຫຼວງວຽງຈັນ ຕິດເຊື້ອສະສົມເຖິງ 3.250 ກໍລະນີ ເສຍຊີວິດ 4 ຄົນ ຮອງລົງມາແມ່ນແຂວງສາລະວັນ 674 ກໍລະນີ ເສຍຊີວິດ 2 ຄົນ ເຊກອງ 546 ກໍລະນີ ເສຍຊີວິດ 1 ຄົນ ຫຼວງນໍ້າທາ 285 ກໍລະນີ ສະຫວັນນະເຂດ 253 ກໍລະນີ ຫຼວງພະບາງ 188 ກໍລະນີ ອຸດົມໄຊ 110 ກໍລະນີ ຄຳມ່ວນ 108 ກໍລະນີ ຈຳປາສັກ 95 ກໍລະນີ ໄຊຍະບູລີ 85 ກໍລະນີ ບໍລິຄຳໄຊ 20 ກໍລະນີ ຊຽງຂວາງ 16 ກໍລະນີ ເສຍຊີວິດ 1 ຄົນ ໄຊສົມບູນ 12 ກໍລະນີ ບໍ່ແກ້ວ 10 ກໍລະນີ ຜົ້ງສາລີ 4 ກໍລະນີ ຫົວພັນ 3 ກໍລະນີ.

    ຈາກຕົວເລກທີ່ກ່າວມາຂ້າງເທິງ ສະແດງໃຫ້ເຫັນຕົວເລກການຕິດເຊື້ິອພະຍາດໄຂ້ຍຸງລາຍແມ່ນມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະວັນ ເພື່ອປ້ອງກັນໃຫ້ພະຍາດດັ່ງກ່າວຫຼຸດລົງ ທຸກຄົນ ກໍຄືທຸກຄອບຄົວຕ້ອງພ້ອມກັນປະຕິບັດຫຼັກການ 5 ປ ແລະ ອະນາໄມອ້ອມຮອບເຮືອນເປັນປະຈຳໃນແຕ່ລະອາທິດ ເພື່ອຕັດວົງຈອນໜອນນໍ້າຍຸງລາຍ ບໍ່ມີໜອນນໍ້າບໍ່ມີຍຸງລາຍ ບໍ່ມີໄຂ້ຍຸງລາຍ.

     # ຂ່າວ – ພາບ : ເພັດສະໝອນ

error: Content is protected !!