ນະຄອນຫຼວງວຽງຈັນ ໄດ້ຮັບລົດໂຮງໝໍ 1 ຄັນ ມູນຄ່າ 535 ລ້ານກີບ

    ກະຊວງປ້ອງກັນຄວາມສະຫງົບ ມອບລົດໂຮງໝໍ ຈໍານວນ 1 ຄັນ ມູນຄ່າ 535 ລ້ານກີບ ໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ວັນທີ 5 ກໍລະກົດ 2022 ທີ່ກະຊວງດັ່ງກ່າວ ຕາງໜ້າມອບຂອງທ່ານ ພົນຕີ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫົວໜ້າຄະນະຊີ້ນໍາວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ແລະ ຕາງໜ້າຮັບຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ລົດທີ່ນໍາມາມອບໃຫ້ນະຄອນຫຼວງວຽງຈັນຄັ້ງນີ້ ແມ່ນໄດ້ຮັບການຊ່ວຍເຫຼືອຈາກອົງການໄອຍະການສູງສຸດແຫ່ງ ສ.ເກົາຫຼີ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ສປປ ລາວ ມີຈຸດປະສົງເພື່ອນໍາໃຊ້ເຂົ້າໃນການປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຢູ່ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດນະຄອນຫຼວງວຽງຈັນ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ ໂດຍສະເພາະ ຮັບໃຊ້ໃຫ້ແກ່ວຽກງານປິ່ນປົວພາຍໃນສູນດັ່ງກ່າວ ໃນກໍລະນີນໍາສົ່ງຄົນເຈັບກໍລະນີສຸກເສີນ ພ້ອມທັງເປັນການປະກອບ ສ່ວນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023 ໃຫ້ປາກົດຜົນເປັນຈິງ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!