ສຸກອາພອນ ວົງຈຽງຄຳ (ເມດຊີລາວ) ກອງໜ້າທີມຊາດລາວ ໃຫ້ສຳພາດເມື່ອບໍ່ດົນມານີ້ ວ່າ: ນັບແຕ່ຕົ້ນປີ 2020 ການແຂ່ງຂັນບານເຕະໃນລີກຕ່າງໆທົ່ວໂລກ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ຢຸດແຂ່ງຂັນຊົ່ວຄາວ ແຕ່ຕົນກໍໄດ້ເຝິກຊ້ອມປົກກະຕິດ້ວຍຕົວເອງ ເປັນຕົ້ນແລ່ນ 3 ຄັ້ງຕໍ່ອາທິດໜຶ່ງ ເຂົ້າຟິດເນັດທຸກໆວັນ ຊ້ອມການຍິງປະຕູ ແລະ ເຝິກເຕັກນິກຕ່າງໆ ເພື່ອຮັກສາສະມັດຖະພາບຮ່າງກາຍໃຫ້ພ້ອມຢູ່ສະເໝີ ກຽມຮັບໃຊ້ທີມຊາດ ແລະ ຕົ້ນສັງກັດ ໂດຍສະເພາະວັນທີ 15 ມິຖຸນາ 2020 ຄະນະຄູເຝິກ ແລະ ນັກເຕະຂອງສະໂມສອນ ປຣະຈວບ ເອັບຟຊີ (ສະໂມສອນຕົ້ນສັງກັດ) ຈະກັບມາຊ້ອມໃຫຍ່ຮ່ວມກັນເປັນທາງການ.

ໃນໄລຍະຕົ້ນປີ ຕົນໄດ້ຮັບບາດເຈັບ ແຕ່ພໍຮອດໄລຍະພັກການແຂ່ງຂັນ ກໍຮູ້ວ່າຕົນສາມາດຮັກສາສະພາບຮ່າງກາຍໄດ້ດີກວ່າໃນໄລຍະເວລາປົກກະຕິ ເພາະວ່າມີເວລາພັກຜ່ອນຫຼັງຈາກອອກກຳລັງກາຍ ແລະ ການເຝິກຊ້ອມຫຼາຍກວ່າເກົ່າ ເຮັດໃຫ້ຮ່າງກາຍກັບມາສົມບູນແບບກວ່າເກົ່າ.
ສຸກອາພອນ ວົງຈຽງຄຳ ເລີ່ມຫຼິ້ນກີລາບານເຕະເຕີບໃຫຍ່ກັບສະໂມສອນ ເອສຣາ ເອັຟຊີ ທີມທີ່ສ້າງນັກເຕະຮຸ່ນສືບທອດໃຫ້ທີມຊາດ ປີ 2003 ເປັນຊຸດທຳອິດຂອງສະໂມສອນດັ່ງກ່າວ ເປັນນັກເຕະ ທີ່ມີຄວາມອົດທົນ ແຂງແກ່ນ ແລະ ມີຄວາມສາມາດສະເພາະຕົວສູງ ໄດ້ສ້າງຜົນງານຢ່າງຫຼວງຫຼາຍ ເປັນທີ່ຮູ້ຈັກໃນວົງການກີລາບານເຕະລາວ ແລະ ປະເທດເພື່ອນບ້ານ ກ່ອນຈະຖືກດຶງຕົວໄປຫຼິ້ນໃຫ້ ສະໂມສອນ ກະບີ່ ທີມໃນດີວິຊັນ 1 ຂອງລີກປະເທດໄທ ປີ 2011-2012 ຕໍ່ດ້ວຍສະໂມສອນ ພິດສະນຸໂລກ ໃນລີກ 1 ຂອງປະເທດໄທ ເຄິ່ງລະດູການ (ປີ 2013) ແລະ ຍ້າຍໄປຢູ່ສະໂມສອນ ສະຣະບູລີ ປີ 2014 ກາຍເປັນສ່ວນໜຶ່ງສາມາດພາທີມເລື່ອນຊັ້ນຂຶ້ນສູ່ ໄທພຣີເມຍລີກ ກ່ອນຈະຫວນຄືນມາສູ່ວົງການບານເຕະລາວຮ່ວມກັບສະໂມສອນລ້ານຊ້າງ ຢູໄນເຕັດ ປີ 2016 ຮັບໃຊ້ສະໂມສອນ ເອສຣາ ເອັຟຊີ ແລະ ສະໂມສອນ ວຽງຈັນ ຢູໄນເຕັດ ໃນບ້ານເກີດ ສາມາດສ້າງຜົນງານປະທັບໃຈໃຫ້ທີມ ຈາກນັ້ນສະໂມສອນ ສີສະເກດ ເອັຟຊີ ກໍຊື້ຕົວໄປຊ່ວຍທີມ ໃນໄທພຣີເມຍລີກ ລະດູການ 2018-2019 ຫຼ້າສຸດປີນີ້ ຫຼິ້ນໃຫ້ສະໂມສອນ ປຣະຈວບ ເອັຟຊີ ທີມໃນລີກສູງສຸດຂອງປະເທດໄທ.