ສາມັກຄີປອງດອງ ເພື່ອສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ

     ວັນທີ 4 ກໍລະກົດ 2022 ຜ່ານມາ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະ ຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະ ເທດ ຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7 ທີ່ເມືອງບາກັນ ສສ ມຽນມາ ພາຍໃຕ້ຫົວຂໍ້: Solidarity of Peace and Prosperity (ສາມັກຄີປອງດອງ ເພື່ອສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ) ໂດຍການເປັນປະທານຮ່ວມຂອງທ່ານ ວຸນາ ມ່ອງ ວິນ, ລັດຖະມົນຕີກະຊວງການຕ່າງປະເທດ ສສ ມຽນມາ ແລະ ທ່ານ ຫວາງ ອີ້ ທີ່ປຶກສາແຫ່ງລັດ ລັດຖະມົນຕີຕ່າງປະເທດ ສປ ຈີນ ແລະ ໄດ້ມີບັນດາຄະນະຜູ້ແທນຈາກປະເທດສະມາຊິກເຂົ້າຮ່ວມຢ່າງພ້ອມພຽງ.

    ກອງປະຊຸມ ໄດ້ຕີລາຄາ ແລະ ທົບທວນຄືນຜົນຂອງການຮ່ວມມືໃນຕະຫຼອດໄລຍະ 6 ປີຜ່ານມາ ໂດຍເຫັນວ່າເປັນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ນໍາເອົາຜົນປະໂຫຍດອັນເປັນຮູບປະທໍາມາສູ່ພາກພື້ນແມ່ນໍ້າຂອງ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 6 ແລະ ແຜນປະຕິບັດງານ 5 ປີ (2018-2022) ພາຍໃຕ້ 3 ເສົາຄ້ໍາ (ການເມືອງ-ຄວາມໝັ້ນຄົງ ການພັດທະນາແບບຍືນຍົງ ແລະ ການແລກປ່ຽນວັດທະນະທໍາ-ສັງຄົມ) ແລະ 5 ຂົງເຂດບູລິມະສິດ (ການເຊື່ອມຈອດ ການຄຸ້ມຄອງຊັບພະຍາກອນນ້ຳ ການຄ້າຂ້າມຊາຍແດນ ການສ້າງຂີດຄວາມອາດສາມາດໃນການຜະລິດ ແລະ ກະສິກຳ ແລະ ລຶບລ້າງຄວາມ ທຸກຍາກ) ໂດຍຜ່ານການປະຕິບັດບັນດາກິດຈະກຳ ແລະ ໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ອັນໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະເທດສະມາຊິກ ກໍຄືພາກພື້ນແມ່ນ້ຳຂອງ ເຖິງວ່າຈະໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນຊຸມປີຜ່ານມາກໍ່ຕາມ.

    ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ ສປ ຈີນ ທີ່ໄດ້ປະກອບສ່ວນທຶນ 300 ລ້ານໂດລາສະຫະລັດ ເຂົ້າໃນກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ນັບແຕ່ປີ 2017 ເປັນຕົ້ນມາ ເຊິ່ງກອງທຶນດັ່ງກ່າວໄດ້ປະກອບສ່ວນສໍາຄັນເຂົ້າໃນບັນດາໂຄງການເພື່ອການພັດທະນາເສດຖະກິດ-ສັງຄົມ ຢູ່ພາກພື້ນແມ່ນໍ້າຂອງ. ມາຮອດປັດຈຸບັນ ມີຫຼາຍກ່ວາ 600 ໂຄງການ ລວມເປັນມູນຄ່າທັງໝົດ 80 ລ້ານກ່ວາໂດລາສະຫະລັດ ທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນພິເສດດັ່ງກ່າວ ໃນນັ້ນ ສປປ ລາວ ເຮົາໄດ້ຮັບ 68 ໂຄງການ ຄິດເປັນມູນຄ່າລວມ 18 ກ່ວາລ້ານໂດລາສະຫະລັດ ພ້ອມດຽວກັນນັ້ນ ບັນດາປະເທດສະມາຊິກ MLC ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງ ສປ ຈີນ ຕໍ່ບັນດາປະເທດສະມາຊິກໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນການສະໜອງວັກຊີນ ການຊ່ວຍເຫຼືອເຕັກນິກການແພດ ການຈັດສົ່ງ/ແລກປ່ຽນຊ່ຽວຊານແພດ ແລະ ອື່ນໆ.  

    ກອງປະຊຸມ ໄດ້ຮັບຮອງເອົາເອກະສານສຳຄັນ ຈຳນວນ 5  ສະບັບ ຄື:

  1. ຖະແຫຼງຂ່າວຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7.
  2. ຖະແຫຼງການວ່າດ້ວຍ “ການຮ່ວມມືຮັບປະກັນດ້ານສະບຽງອາຫານແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ”
  3. ຖະແຫຼງການວ່າດ້ວຍ “ການຄຸ້ມຄອງ ແລະ ບໍລິຫານດ້ານໄພພິບັດ”
  4. ຖະແຫຼງການວ່າດ້ວຍ “ລົງເລິກການແລກປ່ຽນ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ເພື່ອຄວາມຈະເລີນຮຸ່ງເຮືອງໃນປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ”
  5. ຖະແຫຼງການວ່າດ້ວຍ “ລົງເລິກການຮ່ວມມືດ້ານພາສີ ເພື່ອຮັບປະກັນສະຖຽນລະພາບດ້ານການຄ້າ ແລະ ອໍານວຍຄວາມສະດວກໃນການຊໍາລະສະສາງ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນ້ໍາລ້ານຊ້າງ” ເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມືໃນຕໍ່ໜ້າ ເພື່ອຮັບປະກັນສະຖຽນລະພາບ ແລະ ການພັດທະນາຮອບດ້ານ ແລະ ຍືນຍົງ.

    ທ່ານ ສະເຫລີມໄຊ ກົມມະ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ຕອບການຮ່ວມມື MLC ເຊິ່ງຕະຫຼອດໄລຍະ 6 ປີຜ່ານມາ ສປ ຈີນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ ເວົ້າລວມ ເວົ້າສະເພາະ ກໍຄືການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນຕົ້ນແມ່ນການກໍສ້າງພື້ນຖານໂຄງລ່າງທາງດ່ວນວຽງຈັນ-ບໍ່ເຕັນ ທີ່ໄດ້ສຳເລັດໄລຍະທີ 1 ແລະ ກຳລັງດຳເນີນການກໍ່ສ້າງ ໄລຍະທີ 2 ແລະ ການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ໃນປີ 2021 ຜ່ານມາ ເຊິ່ງໄດ້ຊ່ວຍຊຸກຍູ້ນະໂຍບາຍການຫັນຈາກປະເທດບໍ່ມີທາງອອກສູ່ທະເລ ໄປສູ່ການເປັນປະເທດເຊື່ອມຈອດພາກພື້ນ ແລະ ອະນຸພາກພື້ນໃຫ້ປາກົດຜົນເປັນຈິ່ງຫຼາຍຂຶ້ນ ພ້ອມທັງໄດ້ສະເໜີບາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການຟື້ນຟູເສດຖະກິດ-ສັງຄົມ ໂດຍສະເພາະ ການນໍາໃຊ້ເຕັກໂນໂລຊີທີທັນສະໄໝເຂົ້າໃນຂະແໜງ ການຄ້າລະຫວ່າງຊາຍແດນ ການຜະລິດສິນຄ້າທີ່ມີຄຸນນະພາບສູງ ການເພີ່ມທະວີການຜະລິດກະສິກໍາເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຂະຫຍາຍການຊ່ວຍເຫຼືອລົງສູ່ທ້ອງຖິ່ນ. ພ້ອມດຽວກັນນີ້ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຊົມເຊີຍຕໍ່ປະເທດປະທານຮ່ວມ ສສ ມຽນມາ ແລະ ສປ ຈີນ ຕໍ່ຜົນສໍາເລັດຂອງການຈັດກອງປະຊຸມຄັ້ງນີ້.

    ໃນໂອກາດດຽວກັນນີ້ ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍ ກັບລັດຖະມົນຕີຕ່າງປະເທດ  ສສ.ຫວຽດນາມ ລາຊະອານາຈັກກຳປູເຈຍ ສປ ຈີນ ແລະ ໄທ. ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ ການລົງທຶນ ໃນຂະແໜງການຕ່າງໆ ການໄປມາຫາສູ່ຂອງປະຊາຊົນ ການເປີດປະເທດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ 19 ໂດຍສະເພາະ ການປຶກສາຫາລືກ່ຽວກັບການແກ້ໄຂບັນຫາເສດຖະກິດໃນປັດຈຸບັນ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ສະພາບການຂອງໂລກທີ່ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນການແກ້ໄຂວິກິດດ້ານພະລັງງານ ແລະ ອື່ນໆ. 

    ໃນໂອກາດດັ່ງກ່າວນີ້ ລັດຖະມົນຕີຕ່າງປະເທດທັງ 4 ທ່ານ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ ສະເຫຼີິມໄຊ ກົມມະສິດ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

    ໃນໂອກາດພົບປະສອງຝ່າຍ ກັບສະຫາຍ ຫວຽດນາມ ສອງຝ່າຍໄດ້ແລກປ່ຽນກ່ຽວກັບການກະກຽມສະເຫຼີມ ສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ ແລະ ການຮ່ວມມືແກ້ໄຂດ້ານເສດຖະກິດ ແລະ ພະລັງງານ.

    ພິເສດ ໃນໂອກາດພົບປະກັບສະຫາຍ ຫວັງ ອີ້ ທີ່ປຶກສາແຫ່ງລັດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປ ຈີນ ສອງຝ່າຍໄດ້ມີການແລກປ່ຽນກ່ຽວກັບຂໍ້ລິເລີ່ມຂອງຝ່າຍຈີນ ກ່ຽວກັບແລວທາງເສດຖະກິດ ຈີນ-ລາວ-ໄທ ໂດຍນຳໃຊ້ເສັ້ນທາງລົດໄຟລາວຈີນ ແລວເສດຖະກິດລາວ-ຈີນ ເພື່ອເປັນກົນໄກຊຸກຍູ້ການຮ່ວມມືໃນຂໍ້ລິເລີ່ມດັ່ງກ່າວ. ສອງຝ່າຍຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບສະພາບການຂອງພາກພື້ນ ແລະ ສາກົນ. ໃນວາລະສຸດທ້າຍຂອງການພົບປະ ໄດ້ມີການແລກປ່ຽນເອກະສານການຊ່ວຍເຫຼືອ ສປປ ລາວ ໃນການສ້າງໂຮງຮຽນວິຊາຊີບ ແລະ ໂຮງຮຽນມັດທະຍົມ 5 ແຫ່ງ. ນອກຈາກນັ້ນ ຝ່າຍລາວຍັງໄດ້ເຊື້ອເຊີນສະຫາຍ ຫວັງ ອີ້ ມາຢ້ຽມຢາມ ສປປ ລາວ ໃນໄວໆນີ້.

# ຂ່າວ – ພາບ : ກົມການຂ່າວ ກະຊວງການຕ່າງປະເທດ

error: Content is protected !!