ພິທີໄຂໂຄງການເບື້ອງຕົ້ນ ສວນອຸທິຍານຫໍພິພິທະພັນແຄນລາວໜອງຄຳແສນ

    ເພື່ອເສີ່ມຂະຫຍາຍມູນເຊື້ອຂອງແຄນລາວ ແລະ ສຽງແຄນເຊື້ອຊາດລາວ ມໍລະດົກລາວ ມໍລະດົກໂລກ ໃຫ້ເປັນທີ່ເອກອ້າງຢ່າງກວ້າງຂວາງ ສູ່ສັງຄົມພາຍໃນປະເທດ ສາກົນ ແລະ ທົ່ວໂລກ ໃນວັນທີ 2 ກໍລະກົດ 2022 ສະມາຄົມສຽງແຄນລາວ ໄດ້ຈັດພິທີສະເໜີໂຄງການເບື້ອງຕົ້ນ ແລະ ບູຊາຄອບຂ່ວຍເຈົ້າທີ່ເຈົ້າຖານ ກ່ອນລົງສຳຫຼວດເກັບກຳຂໍ້ມູນສ້າງແມ່ບົດ ສຳຫຼວດອອກແບບໂຄງການສວນອຸທິຍານຫໍພິພິທະພັນແຄນລາວໜອງຄຳແສນ ເມືອງໜອງນາກ ອະນຸຮັກ ຮັກສາທຳມະຊາດ-ສິ່ງແວດລ້ອມ ແລະ ວັດທະນະທຳສຽງແຄນເຊື້ອຊາດລາວ ທີ່ວັດໂພທອງໜອງຄຳແສນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມໂດຍທ່ານ ຈະເລີນ ເຢຍປ່າວເຮີ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ປະທານກິດຕິມະສັກ ສະມາຄົມສຽງແຄນລາວ ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ທ່ານນາງ ແພງພັນ ບຸບຜາພອນ ຫົວໜ້າກົມໂຄສະນາສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະກຳມະການສູນກາງແນວລາວສ້າງຊາດຈາກປະເທດການາດາ ອົງການປົກຄອງເມືອງຫາດຊາຍຟອງ ອົງການປົກຄອງບ້ານ ຈຳນວນ 6 ບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້່າຮ່ວມ;

    ທ່ານ ຄຳພັນ ເໝືອນສິດທິດາ ກຳມະການສູນກາງແນວລາວສ້າງຊາດ ປະທານສະມາຄົມສຽງແຄນລາວ ໄດ້ກ່າວຈຸດປະສົງໃນການຈັດພິທີໃນຄັ້ງນີ້ ເພື່ອຈັດພິທີບູຊາຄອບຂ່ວຍເຈົ້າທີ່ເຈົ້າຖານ ເຈົ້າບວກ ເຈົ້າໜອງຄຳແສນ ພ້ອມທັງແຈ້ງໃຫ້ອົງການປົກຄອງເມືອງ ເຖົ້້າແກ່ແນວໂຮມ ກຸ່ມອະນຸຮັກທຳມະຊາດ-ສິ່ງແວດລ້ອມ ແລະ ປະຊາຊົນຈຳນວນ 6 ບ້ານ (ບ້ານສີຖານໃຕ້ ບ້ານໂຄກຊາຍ ບ້ານຊາຍຟອງໃຕ້ ບ້ານຊາຍຟອງເໜືອ ບ້ານທ່າແຂກ ບ້ານຖິ່ນເພຍ) ພາກສ່ວນທີ່ກ່ຽວຂ້ອງຮັບຊາບ ກ່ອນການລົງມືສຳຫຼວດເກັບກຳຂໍ້ມູນສ້າງແມ່ບົດ ສຳຫຼວດອອກແບບໂຄງການດັ່ງກ່າວ ເຊິ່ງຕາມແຜນການ ແມ່ນໃຫ້ສຳເລັດການສຳຫຼວດເກັບກຳຂໍ້ມູນໃນປີ 2022 ນີ້ ໃນເນື້ອທີ່ 86 ເຮັກຕາ ເພື່ອອະນຸຮັກ ຮັກສາທຳມະຊາດ-ສິ່ງແວດລ້ອມ ແລະ ວັດທະນະທຳສຽງແຄນເຊື້ອຊາດລາວ.

    ຫຼັງຈາກນັ້ນ ພາມ ແລະ ຈໍ້າ ໄດ້ເຮັດພິທີຄອບເລົ່າເຈົ້າທີ່ເຈົ້າຖານ ເຈົ້າບວກ ເຈົ້າໜອງຄຳແສນ ຕາມພິທີກຳທີ່ເຄີຍປະຕິບັດກັນມາ ສູດທຳພິທີທາງສາສະໜາເອົາເລີກເອົາໄຊຕາມຮີດຄອງ ໃນໂອກາດດຽວກັນນີ້ ສະມາຄົມສຽງແຄນລາວໄດ້ມອບໃບກຽດຕິຄຸນໃຫ້ພາກສ່ວນທີ່ອຸປະຖຳ ແລະ ໄດ້ສະແດງເປົ່າແຄນວົງດ່ຽວ ຕື່ມອີກ.

# ບຸນມີ

error: Content is protected !!