ຫົວໜ້າ ຄຕພ ຕ້ອນຮັບຄະນະຜູ້ແທນສະມາຄົມອິນເດຍ ເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບ

    ໃນວັນທີ 4 ກໍລະກົດ 2022 ທີ່ຄະນະພົວພັນຕ່າງປະເທດສູນກາງພັກ ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງທ່ານ ພິໄຊ ກຸມາຣ ພາທິຮາຣິ (Bijay Kumar Padhihari) ເລຂາທິການສະມາຄົມອິນເດຍ ເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

   ໂອກາດດັ່ງກ່າວ ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຖືເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສະມາຄົມມິດຕະພາບ ລາວ-ອິນເດຍ ແລະ ສະມາຄົມອິນເດຍ ເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບ ກໍຄືປະຊາຊົນສອງຊາດ ລາວ ແລະ ອິນເດຍ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ກ້າວຂຶ້ນສູ່ລະດັບໃໝ່ ພ້ອມນັ້ນ ທ່ານຍັງໄດ້ສະເໜີໃຫ້ສອງສະມາຄົມສືບຕໍ່ເພີ່ມທະວີໃນການເຮັດບົດບາດການທູດປະຊາຊົນໃຫ້ເຂົ້າສູ່ລວງເລິກກວ່າເກົ່າ ເພື່ອສະໜັບສະໜູນການຮ່ວມມືດ້ານຕ່າງໆຂອງສອງປະເທດໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນເລື້ອຍໆ.

    ທ່ານ ພິໄຊ ກຸມາຣ ພາທິຮາຣິ ຕາງໜ້າໃຫ້ສະມາຄົມອິນເດຍ ເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມຂອງຕົນ ຕໍ່ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມທັງຢືນຢັນວ່າ ສະມາຄົມອິນເດຍ ເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບ ຈະສືບຕໍ່ຮັດແໜ້ນ ແລະ ຮ່ວມມືກັບສະມາຄົມມິດຕະພາບ ລາວ-ອິນເດຍ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ອິນເດຍ ແລະ ລາວ.

    ໃນວັນດຽວກັນ ສະມາຄົມມິດຕະພາບ ລາວ-ອິນເດຍ ກັບສະມາຄົມອິນເດຍ ເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບ ໄດ້ຈັດກອງປະຊຸມພົບປະສອງຝ່າຍ ຝ່າຍລາວນໍາໂດຍ ທ່ານ ສຸທັມ ສາກົນນິຍົມ ປະທານສະມາຄົມມິດຕະພາບ ລາວ-ອິນດຍ ແລະ ຝ່າຍອິນເດຍນໍາໂດຍ ທ່ານ ພິໄຊ ກຸມາຣ ພາທິຮາຣິ ເລຂາທິການສະມາຄົມ ອິນເດຍ ເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບ ພ້ອມນັ້ນຍັງມີ ທ່ານ ດີກ້າ ອັດທານາ (Dinkar Asthana) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ ອິນເດຍ ປະຈໍາ ສປປ ລາວ ແລະ ຄະນະຜູ້ແທນຂອງສອງຝ່າຍເຂົ້າຮ່ວມ.

    ໃນກອງປະຊຸມພົບປະຄັ້ງນີ້ ທັງສອງສະມາຄົມໄດ້ປຶກສາຫາລືກ່ຽວກັບກົນໄກຮ່ວມມື ການແລກປ່ຽນຂໍ້ມູນຂ່າວສານ ການແລກປ່ຽນການຢ້ຽມຢາມຄະນະຜູ້ແທນເຊິ່ງກັນ ແລະ ກັນ ພິເສດ ທັງສອງຝ່າຍໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໄລຍະ 5 ປີ (2022-2027) ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດການພົວພັນຮ່ວມມືລະຫວ່າງສອງສະມາຄົມໃຫ້ມີບາດກ້າວອັນໃໝ່ໃນຕໍ່ໜ້າ.

    ການເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ຄະນະຜູ້ແທນສະມາຄົມອິນເດຍ ເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບ ຍັງໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວທາງປະຫວັດສາດ ວັດທະນະທຳ ແລະ ທຳມະຊາດ ຢູ່ພາຍໃນນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງຈຳນວນໜຶ່ງ.

error: Content is protected !!