ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນອີກແລ້ວ 171 ກໍລະນີ

    ສູນໄຂ້ຍຸງແມ່ກາຝາກ ແລະ ແມງໄມ້ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ຕົວເລກຂອງຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກໃນຂອບເຂດທົ່ວປະເທດ ປະຈຳວັນທີ 3 ກໍລະກົດ 2022 ຜ່ານມາ ໄດ້ເພີ່ມຂຶ້ນ 171 ກໍລະນີ ນັບແຕ່ຕົ້ນປີ 2022 ມາຮອດປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອພະຍາດດັ່ງກ່າວສະສົມລວມເປັນ 6.047 ຄົນ ໃນນີ້ເສຍຊີວິດແລ້ວ 8 ຄົນ.

    ສຳລັບແຂວງທີ່ມີການລາຍງານຜູ້ຕິດເຊື້ອໄຂ້ຍຸງລາຍຫຼາຍກວ່າໝູ່ ແມ່ນນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນຢູ່ເມືອງສີໂຄດຕະບອງ ໄຊເສດຖາ ຈັນທະບູລີ ແລະ ເມືອງຫາດຊາຍຟອງ ມີເຖິງ 3.193 ຄົນ ຮອງລົງມາແມ່ນແຂວງສາລະວັນ 652 ຄົນ ເຊກອງ 545 ຄົນ ອັດຕະປື 450 ຄົນ ສະຫວັນນະເຂດ 250 ຄົນ ຫຼວງນ້ຳທາ 249 ຄົນ ແລະ ຫຼວງພະບາງ 135 ຄົນ ສ່ວນຈໍານວນຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວ ທັງໝົດ 8 ຄົນ ໃນນັ້ນ ນະຄອນຫຼວງ 4 ຄົນ ສາລະວັນ 2 ຄົນ ອັດຕະປື 1 ຄົນ ແລະ ຊຽງຂວາງ 1 ຄົນ ແຂວງອື່ນຍັງບໍ່ມີລາຍງານຜູ້ເສຍຊີວິດ.

    ສູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້ ຍັງໃຫ້ຮູ້ຕື່ມວ່າ: ປີນີ້ ຝົນຕົກແຕ່ຫົວປີ ບວກກັບເປັນປີລະບາດໃຫຍ່ຂອງພະຍາດດັ່ງກ່າວ ຈຶ່ງເຮັດໃຫ້ຈໍານວນຜູ້ຕິດເຊື້ອໄຂ້ເລືອດອອກເພີ່ມຂຶ້ນຫຼາຍ ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ມີຄວາມສ່ຽງສູງທີ່ຈະເກີດການລະບາດຮ້າຍແຮງ ເຊິ່ງໄລຍະທີ່ມີການຕິດເຊື້ອສ່ວນໃຫຍ່ແມ່ນນັບແຕ່ທ້າຍເດືອນເມສາ ຫາເດືອນຕຸລາ.

    ມາຮອດປັດຈຸບັນ ທີມງານຂອງສູນ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂອງນະຄອນຫຼວງວຽງຈັນ ລົງເຄື່ອນໄຫວກວດກາຕາມບ້ານເຮືອນປະຊາຊົນ ຈຸດທີ່ມີຄວາມສ່ຽງຕ່າງໆ ພ້ອມທັງໄດ້ແນະນໍາໃຫ້ປະຊາຊົນອະນາໄມເຂດທີ່ຢູ່ອາໄສເປັນປະຈໍາ ເພື່ອປ້ອງກັນພະຍາດດັ່ງກ່າວ ແລະ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນທຸກຄົນເປັນເຈົ້າການປະຕິບັດຕາມຫຼັກການ ກໍາຈັດບ່ອນເພາະພັນຍຸງລາຍ ຕາມຫຼັກການ 5ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ.

    ຕໍ່ສະພາບການດັ່ງກ່າວ ພວກເຮົາຕ້ອງພ້ອມກັນປະຕິບັດຄໍາຂວັນທີ່ວ່າ “ ບໍ່ມີໜອນນ້ຳຍຸງລາຍ ກໍບໍ່ມີຍຸງລາຍ ແລະ ບໍ່ມີໄຂ້ເລືອດອອກ ” ພ້ອມນັ້ນ ຕ້ອງປະຕິບັດ 5ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ຈຶ່ງສາມາດທຳລາຍແຫຼ່ງເພາະພັນຂອງຍຸງລາຍໄດ້ ຖ້າເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍດ່ວນ ຫາກທຸກຄົນປະຕິບັດໄດ້ຕາມ 5ປ ຢ່າງເຂັ້ມງວດ ກໍຈະສາມາດຫູດຜ່ອນ ປ້ອງກັນການເຈັບເປັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໄຂ້ຍຸງລາຍ ໃຫ້ຫຼຸດລົງເທື່ອລະກ້າວ.

error: Content is protected !!