ແນວລາວສ້າງຊາດສ່ອງແສງວຽກງານພົ້ນເດັ່ນ

     ອົງການແນວລາວສ້າງຊາດ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມສ່ອງແສງວຽກງານພົ້ນເດັ່ນລະຫວ່າງແນວລາວສ້າງຊາດ ແລະ ສະຫະພັນນັກຮົບເກົ່າ ອົງການຈັດຕັ້ງມະຫາຊົນ ອານຸກຳມະການແນວລາວສ້າງຊາດ ນວ 7 ກຸ່ມວຽກ ວັນທີ 1 ກໍລະກົດ 2022 ທີ່ຫ້ອງວ່າການ ນວ ເປັນປະທານຂອງ ທ່ານ ຖະໜອມ ທຳທອງ ກຳມະການສູນກາງແນວລາວສ້າງຊາດ ກຳມະການປະຈຳພັກ ປະທານແນວລາວສ້າງຊາດ ນວ ມີປະທານ ແລະ ຮອງປະທານແນວລາງສ້າງຊາດ 9 ຕົວເມືອງ ຫົວໜ້າ ຮອງຫົວໜ້າຂະແໜງ ແນວລາວສ້າງຊາດ ນວ ທັງໝົດມີ 47 ຄົນເຂົ້າຮ່ວມ.

ກອງປະຊຸມທ່ານ ຖະໜອມ ທໍາທອງ ໄດ້ລາຍງານຫຍໍ້ກ່ຽວກັບສະພາບການພົ້ນເດັ່ນ ແລະ ແຜນການເຄື່ອນໄຫວຮ່ວມກັນອານຸກຳມະການ 7 ກຸ່ມວຽກ ແລະ ອົງການພາຄີ ນວ ຈາກນັ້ນໄດ້ຮັບຟັງການລາຍງານຈາກ ທ່ານ ຈັນສີ ແກ້ວໄມວັນ ຫົວໜ້າຫ້ອງການບໍລິຫານ-ຈັດຕັ້ງ ລາຍງານໃຫ້ອານຸກຳມະການ ແນວລາວສ້າງຊາດ ນວ ຮັບຊາບ ເພື່ອປະຕິບັດຕາມວາລະກອງປະຊຸມແມ່ນໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບການພົ້ນເດັ່ນ ແລະ ແຜນການເຄື່ອນໄຫວຮ່ວມກັບແນວລາວສ້ງຊາດ ນວ ແລະ ອົງການພາຄີຂອງຄະນະຊາວໜຸ່ມ ນວ ໂດຍທ່ານ ນາງ ສຸມາລີ ທຳມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ນວ ນອກຈາກນີ້ຍັງໄດ້ຮັບການລາຍງານເລຂາ ອານຸກຳມະການ 7 ກຸ່ມວຽກ ທີ່ພົ້ນເດັ່ນໃນໄລຍະ 1 ປີຜ່ານມາ ແລະ ແຜນການເຄື່ອນໄຫວຂອງເລຂານຸການຄື: ວຽກງານ ຊົນເຜົ່າ ວຽກງານກວດກາ ວຽກງານຊັ້ນຄົນ ວຽກງານອົງການຈັດຕັ້ງສັງຄົນ ວຽກງານສາສະໜາ ວຽກງານເສດຖະກິດ ແລະ ວຽກງານການຕ່າງປະເທດ. ກອງປະຊຸມປະທານໄດ້ມີຄໍາເຫັນເຈາະຈິ້ມຕໍ່ບົດລາຍງານຂອງແຕ່ລະພາກສ່ວນ ໂດຍສະເພາະອານຸກຳມະການ 7 ກຸ່ມວຽກ ແລະ ໄດ້ມີການປະກອບຄຳຄິດຄຳເຫັນແລກປ່ຽນຈາກຄະນະກໍາມະການທີ່ເຂົ້າຮ່ວມກອງປະຊຸມຢ່າງກົງໄປກົງມາ ປັບປຸງລະບົບແບບແຜນວິທີເຮັດວຽກຂອງແນວລາວສ້າງຊາດໃນໄລຍະໃໝ່ ເພື່ອສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດ ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ ບົດຮຽນທີ່ຖອດຖອນໄດ້ ການປຶກສາຄົ້ນຄວ້າ ແລະ ວາງຄາດໝາຍສູ້ຊົນທິດທາງແຜນການໃນຊຸມປີຕໍ່ໄປ.

error: Content is protected !!