ນວ ຈັດພິທີໄຂການສອບເສັງຈົບຊັ້ນມັດທະຍົມສຶກສາ ມ.4 ແລະ ມ.7

    ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ຈັດພິທີເປີດການສອບເສັງຈົບຊັ້ນ ມັດທະຍົມສຶກສາ ມ.4 ແລະ ມ.7 ປະຈຳສົກຮຽນ 2021-2022 ຢູ່ໂຮງຮຽນມັກທະຍົມສຶກສາສົມບູນວຽງຈັນ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ທັງເປັນປະທານ ການສອບເສັງຈົບຊັ້ນມັດທະຍົມສຶກສາຄັ້ງນີ້ ພ້ອມດ້ວຍທ່ານນາງ ຄໍາປະເສີດ ກິດຕິຍະວົງ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກີລາ ທ່ານຫົວໜ້າພະແນກສຶກສາທິການ ແລະ ກີລາ ທ່ານຮອງ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ທ່ານຮອງເຈົ້າເມືອງ ແຂກຖືກເຊີນ ທ່ານຜູ້ອຳນວຍການ ໂຮງຮຽນ ພະນັກງານຄູ-ອາຈານ ຄະນະກຳມະການສອບເສັງ ແລະ ນັກຮຽນເຂົ້າຮ່ວມ.

   ໂອກາດນີ້ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ໄດ້ຂຶ້ນລາຍ ງານສະພາບການກະກຽມການສອບເສັງຈົບຊັ້ນມັດທະຍົມສຶກສາຊັ້ນ ມ.4 ແລະ ມ.7 ປະຈຳສົກຮຽນນີ້ ການ ສອບເສັງຊັ້ນ ມ.4 ຈະມີຂຶ້ນລະຫວ່າງວັນທີ 6-8 ກໍລະກົດ 2022 ຈັດເປັນ 50 ສູນສອບເສັງກະຈາຍຢູ່ແຕ່ ລະເມືອງ ພາຍໃນ ນວ ມີຈຳນວນນັກຮຽນເຂົ້າຮ່ວມສອບເສັງທັງໝົດ 11.719 ຄົນ ຍິງ 5.842 ຄົນ ມີ 652 ຫ້ອງສອບເສັງ ສະເລ່ຍຫ້ອງລະ 20 ຄົນ ສອບເສັງ 6 ວິຊາ ຄື: ວິຊາຄະນິດສາດ ພາສາລາວ-ວັນນະຄະດີ ວິທະຍາສາດທຳມະຊາດ ວິທະຍາສາດສັງຄົມ ສຶກສາພົນລະເມືອງ ແລະ ພາສາອັງກິດ.

    ການສອບເສັງຊັ້ນ ມ7 ຈະມີຂຶ້ນລະຫວ່າງວັນທີ 14-16 ກໍລະກົດ 2022 ຈັດເປັນ 22 ສູນສອບເສັງ ມີຈຳນວນນັກຮຽນເຂົ້າຮ່ວມສອບເສັງທັງໝົດ 9.369 ຄົນ ຍິງ 40856 ຄົນ ມີ 467 ຫ້ອງສອບເສັງສະເລ່ຍ ຫ້ອງລະ 20 ຄົນ ຈຳນວນກຳມະການຍາມຫ້ອງ 1.201 ຄົນ ສອບເສັງ 6 ວິຊາ ຄື: ວິຊາຄະນິດສາດ ພາສາ ລາວ-ວັນນະຄະດີ ກຸ່ມວິຊາວິທະຍາສາດທຳມະຊາດ (ຟີຊິກສາດ ເຄມີສາດ ແລະ ຊີວະສາດ) ກຸ່ມວິທະຍາ ສາດສັງຄົມ (ພູມສາດ ປະຫວັດສາດ ສຶກສາພົນລະເມືອງ) ແລະ ພາສາອັງກິດ ເຊິ່ງເປັນສົກຮຽນທຳອີດທີ່ເອົາ ພາສາອັງກິດເຂົ້າສອບເສັງຈົບຊັ້ນ ມ.7.

    ໃນພິທີ ມີຕາງໜ້າໃຫ້ຄະນະກຳມະການສອບເສັງ ແລະ ນັກຮຽນ ຂຶ້ນກ່າວປະຕິຍາຍຕົນ ພ້ອມມອບ ໃບຍ້ອງຍໍຊົມເຊີຍ ຂອງລາງວັນຂັ້ນຕ່າງໆ ໃຫ້ແກ່ພະນັກງານຄູ-ອາຈານສອນບຳລຸງນັກຮຽນເກ່ງລະດັບຊາດ ເຊິ່ງໄດ້ຮັບມອບໃບຍ້ອງຍໍຂັ້ນເຈົ້າຄອງ ຈຳນວນ 20 ຄົນ ໃບຊົມເຊີຍຂັ້ນເຈົ້າຄອງ 5 ຄົນ ໃບຍ້ອງຍໍຂັ້ນພະແນກ ສຶກສາ 5 ຄົນ ໃບຊົມເຊີຍຂັ້ນພະແນກສຶກສາ ຈຳນວນ 10 ຄົນ ໃນນັ້ນນັກຮຽນຈຳນວນ 8 ຄົນ.

# ຂ່າວ – ພາບ :  ບຸນມີ

error: Content is protected !!