ປະກອບຄຳເຫັນໃສ່ບົດສະເໜີກ່ຽວກັບການສ້າງກົດໝາຍວ່າດ້ວຍວິຈິດສິນ

    ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດ IX ໃນວັນທີ 4 ກໍລະກົດ 2022 ທີ່ຫໍສະພາແຫ່ງຊາດ ເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ເປັນກຽດເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃນກອງປະຊຸມ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ສະເໜີກ່ຽວກັບການສ້າງກົດໝາຍວ່າດ້ວຍວິຈິດສິນ (ສ້າງໃໝ່) ຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳຄິດເຫັນໃສ່ບົດສະເໜີດັ່ງກ່າວ.

    ທ່ານ ວັນສີ ກົວມົວ ກ່າວວ່າ: ຍ້ອນເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນຂອງວຽກງານວິຈິດສິນ ດັ່ງນັ້ນ ກະຊວງ ຖວທ  ຈຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບປັບປຸງດໍາລັດໃຫ້ເປັນກົດໝາຍນີ້ຂຶ້ນ  ເພື່ອສຶກສາ ຄົ້ນຄ້ວາສົນທິສັນຍາສາກົນ ກົດໝາຍຂອງຕ່າງປະເທດ ແລະ ໄດ້ເລືອກເຟັ້ນເອົາບົດຮຽນຕ່າງໆຂອງບັນດາປະເທດໃກ້ຄຽງມາປັບປຸງກົດໝາຍສະບັບນີ້ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ສອດຄ່ອງກັບລະບຽບຂັ້ນຕອນ ເຕັກນິກຂອງການປັບປຸງກົດໝາຍ ສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດ ພ້ອມທັງໃຫ້ສອດຄ່ອງກັບຫຼັກການລວມຂອງອາຊຽນ ແລະ ອົງການອຸຍແນສໂກ ແລະ ອົງການສະຫະປະສະຊາດທີ່ ສປປ ລາວຮ່ວມລົງນາມ ແລະ ເປັນພາຄີ ຫຼັງຈາກສໍາເລັດການປັບປຸງຮ່າງເບື້ອງຕົ້ນແລ້ວ ກະຊວງ ຖວທ ກໍໄດ້ຮ່ວມກັບຂະແໜງການກ່ຽວຂ້ອງແຕ່ລະຂັ້ນ ຊ່ວຍກວດກາຄວາມສອດຄ່ອງກ່ຽວກັບໂຄງປະກອບ ແລະ ເນື້ອໃນຮອບດ້ານຂອງຮ່າງກົດໝາຍ ເພື່ອໃຫ້ສອດຄ່ອງກັບຂັ້ນຕອນລະບຽບການ ແລ້ວຄະນະຮັບຜິດຊອບປັບປຸງຮ່າງກົດໝາຍກໍໄດ້ສັງລວມ ແລະ ນໍາເອົາຄໍາຄິດຄໍາເຫັນເຫຼົ່ານັ້ນມາປັບປຸງ ແລ້ວຈຶ່ງໄດ້ນໍາສະເໜີຕໍ່ກອງປະຊຸມຄັ້ງນີ້ ກົດໝາຍວ່າດ້ວຍວິຈິດສິນສະບັບນີ້ ປະກອບມີ 11 ພາກ 9 ໝວດ ແລະ 87 ມາດຕາ.

    ພາຍຫຼັງຮັບຟັງການສະເໜີກ່ຽວກັບການສ້າງກົດໝາຍວ່າດ້ວຍວິຈິດສິນແລ້ວ ບັນດາ ສສຊ ກໍໄດ້ປະກອບຄຳຄິດເຫັນໃສ່ບົດສະເໜີດັ່ງກ່າວ ເປັນຕົ້ນ ການອະນຸຮັກດ້ານວິຈິດສິນ ການຄຸ້ມຄອງ ການສົ່ງອອກເພື່ອວິໄຈ ແລະ ການວາງສະແດງ ການກຳນົດເງື່ອນໄຂ ມາດຖານຂອງວິຈິດສິນ ການອະນຸມັດຄົ້ນຄວ້າ ແລະ ຄຳສັບຕ່າງໆທີ່ນຳໃຊ້ເຂົ້າໃນກົດໝາຍໃຫ້ມີຄວາມຖືກຕ້ອງ ສອດຄ່ອງ ແລະ ເຂົ້າໃຈງ່າຍ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!