ໂຄງການຄວບຄຸມຄວາມສ່ຽງໄພພິບັດທຳມະຊາດໃນຂົງເຂດອາຊຽນ ຮ່ວມກັບທະນາຄານໂລກ ມີຄວາມຄືບໜ້າ

    ກອງປະຊຸມສະຫຼຸບການທົບທວນການຈັດຕັ້ງປະຕິບັດໂຄງການຄວບຄຸມຄວາມສ່ຽງໄພພິບັດທຳມະຊາດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ຮ່ວມກັບທະນາຄານໂລກ ປະຈໍາປີ 2022 (Lao-SEADRM) ຈັດຂຶ້ນວັນທີ 1 ກໍລະກົດ 2022 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທັງເປັນປະທານຄະນະຊີ້ນໍາໂຄງການ ມີບັນດາທ່ານຫົວໜ້າ ຮອງຫົວໜ້າກົມ ພະແນກຈາກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງການເງິນ ແລະ ກະຊວງແຜນການ ແລະ ການລົງທຶນ ນອກນີ້ຍັງມີທ່ານ ນາງ ເກໂກະ ຊາໂຕ້ ຫົວໜ້າຄະນະທີມງານຈາກທະນາຄານໂລກ ພ້ອມຄະນະຊ່ຽວຊານພາຍໃນ ແລະ ຕ່າງປະ ເທດ ຂອງໂຄງການເຂົ້າຮ່ວມ.

    ກອງປະຊຸມ ໄດ້ຮັບຟັງການລາຍງານຜົນສະຫຼຸບການລົງເຮັດວຽກຮ່ວມກັບເເຕ່ລະອົງປະກອບຂອງທີມງານທະນາຄານໂລກ ໃນໄລຍະວັນທີ 27 ມິຖຸນາ ເຖິງ 30 ກໍລະກົດ 2022 ເຊິ່ງສາມາດຕີລາຄາການຈັດຕັ້ງປະຕິບັດໂຄງການມາຮອດເດືອນມິຖຸນາ 2022 ໂຄງການສາມາດເບີກຈ່າຍໄດ້ທັງໝົດ 28,7% ຂອງມູນຄ່າໂຄງການທັງໝົດ ອີງໃສ່ການລົງຕິດຕາມວຽກງານຕົວຈິງຈາກທີມງານທະນາຄານໂລກ ເຫັນວ່າ ການຈັດຕັ້ງປະຕິບັດໂຄງການມີຄວາມຄືບໜ້າພໍສົມຄວນ ແລະ ສາມາດປະຕິບັດໄດ້ຕາມແຜນທີ່ກໍານົດ ເເຕ່ເຖິງຢ່າງໃດກໍຕາມ ກໍຍັງມີຫຼາຍກິດຈະກໍາທີ່ຍັງຄົງຄ້າງ ແລະ ຕ້ອງໄດ້ເອົາໃຈໃສ່ຂຸ້ນຂ້ຽວໃຫ້ສາມາດສຳເລັດໃຫ້ໄວທີ່ສຸດ ເຊິ່ງແຕ່ລະກະຊວງຈະຕ້ອງໄດ້ສຸມທຸກກໍາລັງ ແລະ ສະຕິປັນຍາເຮັດໃຫ້ສໍາເລັດຕາມກໍານົດເວລາທີ່ວາງໄວ້ ດັ່ງທີ່ທ່ານ ນາງ ພອນວັນ ອຸທະວົງ ໄດ້ກ່າວໃນບາງຕອນຂອງບົດກ່າວເປີດກອງປະຊຸມວ່າ: ຜົນການລົງມາຕິດຕາມຂອງທະນາໂລກໃນຄັ້ງນີ້ ກໍເປັນອີກເທື່ອໜຶ່ງທີ່ມີຄວາມສຳຄັນຫຼາຍ ໃນການປະເມີນບັນດາກິດຈະກຳ ແລະ ຕົວຊີ້ວັດຕ່າງໆຂອງໂຄງການທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ທັງນີ້ກໍເພື່ອສະແດງໃຫ້ເຫັນຜົນສໍາເລັດ ແລະ ຂໍ້ຄົງຄ້າງຕ່າງໆໃນການຈັດຕັ້ງປະຕິບັດໂຄງການ ພ້ອມທັງສະເໜີວິທີທາງຕ່າງໆ ໂດຍສະເພາະ ການແກ້ໄຂບັນດາກິດຈະ ກຳທີ່ຍັງຄົງຄ້າງຕ່າງໆໃຫ້ສໍາເລັດຕາມຄາດໝາຍ ແລະ ຈຸດປະສົງຂອງໂຄງການ ນອກນີ້ ຍັງໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງຈົ່ງເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດໂຄງການໃນ   6  ເດືອນທ້າຍປີໃຫ້ສຳເລັດຕາມການສະເໜີຂອງທະນາຄານໃນການລົງຕິດຕາມ ແລະ ເຮັດວຽກຮ່ວມກັນໃນຄັ້ງນີ້.

# ຂ່າວ – ພາບ : ຂັນທະວີ

error: Content is protected !!