ປະກາດຊັບຊ້ອນ ມອບໝາຍໜ້າທີ່ໃໝ່ໃຫ້ພະນັກງານຢູ່ວິທະຍາຄານກົມມະດຳ

    ວິທະຍາຄານກົມມະດຳ ຈັດພິທີປະກາດຂໍ້ຕົກລົງຊັບຊ້ອນ ມອບໝາຍໜ້າທີ່ໃຫ້ພະນັກງານຢູ່ວິທະຍາຄານດັ່ງກ່າວ ວັນທີ 1 ກໍລະກົດ 2022 ໂດຍເປັນປະທານຂອງທ່ານ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ຫົວໜ້າການເມືອງ ວິທະຍາຄານກົມມະດຳ ມີຄະນະອຳນວຍການ ຄະນະຫ້ອງ ພະແນກການ ຄະນະວິຊາຄູ ກອງພັນ ຕະຫຼອດຮອດພະນັກງານທີ່ຖືກຊັບຊ້ອນຮັບໜ້າທີ່ໃໝ່ ເຂົ້າຮ່ວມ.

    ທ່ານ ພັນໂທ ອຳພອນ ສີໂສພົດ ຫົວໜ້າພະແນກພະນັກງານ ວິທະຍາຄານກົມມະດຳ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 2923/ກປທ ລົງວັນທີ 23 ມິຖຸນາ 2022 ວ່າດ້ວຍການແຕ່ງຕັ້ງຄະນະຫ້ອງ-ຄະນະວິຊາຄູ ຂອງວິທະຍາຄານກົມມະດຳ ເຊິ່ງໄດ້ແຕ່ງຕັ້ງທ່ານ ພັນໂທ ຫີນເພັດ ລັດຕະນະໄພວັນ ເປັນຮອງຫ້ອງອົບຮົມ-ກໍ່ສ້າງ ທ່ານ ພັນໂທ ບຸນມີ ສັດຈະທຳ ເປັນຮອງຫ້ອງວິທະຍາສາດ-ປະຫວັດສາດ ການທະຫານ ທ່ານ ພັນໂທ ແສງຈະລິດ ແກ້ວໄຊຍະວົງ ເປັນຮອງຫ້ອງວິທະຍາສາດ-ປະຫວັດສາດ ການທະຫານ ທ່ານ ພັນໂທ ວົງເດືອນ ທຳມະວົງ ເປັນຫົວໜ້າຄະນະວິຊາຄູ ວຽກງານພັກ-ວຽກງານການເມືອງ ທ່ານ ພັນໂທ ທອງເພັດ ເດດວົງຈິດ ເປັນຮອງຄະນະວິຊາຄູ ວຽກງານພັກ-ວຽກງານການເມືອງ ທ່ານ ພັນໂທ ອ່ອນເຜີຍ ວຽງຄຳມອນ ເປັນຮອງຄະນະວິຊາຄູ ລົດຕັງ-ຍານເກາະ ຂໍ້ຕົກລົງສະບັບເລກທີ 3743/ກທມ ລົງວັນທີ 20 ມິຖຸນາ 2022 ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການກອງພັນ ໃນນີ້ໄດ້ແຕ່ງຕັ້ງທ່ານ ພັນຕີ ເພັດໄຊ ແກ້ວມະນີຈັນ ເປັນຫົວໜ້າພະແນກວິທະຍາສາດ-ປະຫວັດສາດ ທ່ານ ຮ້ອຍເອກ ສຸດໃຈ ບຸນສຸກ ເປັນຫົວໜ້າພະແນກແຜນການ ຫ້ອງວິທະຍາສາດ-ປະຫວັດສາດ ການທະຫານ ທ່ານ ພັນໂທ ສຸລິວັນ ດິດພາວົງ ເປັນຫົວໜ້າການທະຫານ ກອງພັນທີ 7 ທ່ານ ພັນໂທ ດວງປັນຍາ ວົງຄຳສອນ ເປັນຫົວໜ້າການເມືອງ ກອງພັນສູນເຝິກ ທ່ານ ພັນໂທ ແກ້ວອຸດອນ ໄຊສົມບັດ ເປັນຫົວໜ້າການເມືອງ ກອງພັນທີ 4 ແລະ ຂໍ້ຕົກລົງສະບັບເລກທີ 97/ວກ ລົງວັນທີ 29 ມິຖຸນາ 2022 ວ່າດ້ວຍການຊັບ ຊ້ອນພະນັກງານພາຍໃນວິທະຍາຄານ ໃນນີ້ ໄດ້ຊັບຊ້ອນທ່ານ ພັນໂທ ລັດດາ ອິນທະພາວົງ ເປັນຫົວໜ້າການເມືອງ ກອງຮ້ອຍປ້ອງກັນທີ່ຕັ້ງ ວິທະຍາຄານກົມມະດຳ ທັ້ງນີ້ກໍເພື່ອເປັນການປັບປຸງກຳລັງປະກອບອາວຸດໃນຖັນແຖວກອງທັບໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນໃນທຸກດ້ານ ທັງເປັນການປັບປຸງບູລະນະກົງຈັກການຈັດຕັ້ງ ບັນຊາ-ນຳພາ ເພື່ອເຂົ້າໃນໜ້າທີ່ວຽກງານວິຊາສະເພາະຂອງຕົນ.

    ໂອກາດນີ້ ທ່ານ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ກໍໄດ້ໂອ້ລົມພະນັກງານທີ່ຖືກແຕ່ງຕັ້ງ ແລະ ຍົກຍ້າຍ ພ້ອມທັງຮ້ຽກຮ້ອງເຖິງພະນັກງານຫຼັກແຫຼ່ງທຸກສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງກົມກອງເປັນຢ່າງດີ ແລະ ນຳໃຊ້ຄວາມຮູ້ຄວາມສາມາດໃນວຽກງານວິຊາສະເພາະ ແລະ ຂົງເຂດວຽກງານການເມືອງຂອງຕົນ  ໃຫ້ມີຄຸນນະພາບສູງ  ເພື່ອເຮັດໃຫ້ກົມກອງມີການພັດທະນາຄວາມກ້າວໜ້າຂຶ້ນເລື້ອຍໆ.

# ສະບາໄພ

error: Content is protected !!